ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລມຕ ອີຣັກ ສັ່ງຢຸດ ການໂຈມຕີທາງອາກາດ ຕໍ່ພົນລະເຮືອນ ໃນເຂດ ຂອງພວກລັດອິສລາມ


ນາຍົກລັດຖະມົນຕີ Haider al-Abadi ແຫ່ງອີຣັກ ໃນລະຫວ່າງ ການພົບປະກັນທ່ານ John Kerry ລັດຖະມົນຕີຕ່າງປະເທດ ສະຫະລັດ ທີ່ແບກແດັດ, ວັນທີ 10 ກັນຍາ 2014.
ນາຍົກລັດຖະມົນຕີ Haider al-Abadi ແຫ່ງອີຣັກ ໃນລະຫວ່າງ ການພົບປະກັນທ່ານ John Kerry ລັດຖະມົນຕີຕ່າງປະເທດ ສະຫະລັດ ທີ່ແບກແດັດ, ວັນທີ 10 ກັນຍາ 2014.

ນາຍົກລັດຖະມົນຕີ Haider al-Abadi ​ແຫ່ງ​ອີຣັກ ສັ່ງ​ໃຫ້
ກອງທັບ​ອາກາດ​ຂອງ​ປະ​ເທດ ​ຢຸດ​ທຳ​ການ​ໂຈມ​ຕີ​ໃສ່​ເຂດ​
ຕ່າງໆທີ່​ພົນລະ​ເຮືອນອາ​ໄສ​ຢູ່ ທີ່ຢູ່​ໃຕ້​ການ​ຄອບ​ຄອງ​ຂອງ​
ກຸ່ມ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງລັດ​ອິສລາມ​ນັ້ນ.

ທ່ານ Abadi ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງກຳລັງ​ໃຊ້ພົນລະ
​ເຮືອນ​ເປັນເຄື່ອງ​ກຳ​ບັງ ​ແລະ​ການ​ເສຍ​ຊີວິດ​ຂອງ​ພວກ​ທີ່
​ໄດ້​ຮັບ​ເຄາະ​ຮ້າຍ​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ ​ຈະ​ຕ້ອງ​ຖືກ​ປ້ອງ​
ກັນ​ໄວ້. ທ່ານເວົ້າວ່າ ທ່ານ​ໄດ້​ອອກ​ຄຳ​ສັ່ງໃຫ້​ຢຸດ​ການ​ໂຈມ
​ຕີ​ທາງ​ອາກາດໃນ​ວັນ​ພະຫັດຜ່ານ​ມາ​ນີ້.

ນາຍົກລັດຖະມົນຕີ ກ່າວ​ຕື່ມ​ວ່າ ກອງທັບ​ອີຣັກຈະ​ສືບ​ຕໍ່​ດຳ​ເນີນ​ການໂຈມ​ຕີທາງ​ພາກ​ພື້ນ​ດິນ ​ຕໍ່​ພວກ​ກະບົດ​ ທີ່​ໄດ້​ເຂົ້າຄວບ​ຄຸມ​ພື້ນ​ທີ່ອັນ​ກ້ວາງໃຫຍ່ໆ​ຫຼາຍ​ແຫ່ງ​ໃນ​ພາກ​ເໜືອແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກນັ້ນ.

​ໃນ​ຂະນະດຽວ​ກັນ ກຳລັງ​ທະຫານ​ສະຫະລັດ ກໍ​ສືບ​ຕໍ່​ໂຈມ​ຕີ​ທາງ​ອາ ກາດ​ຕໍ່​ພວກ​ກຸ່ມ​ລັດ​ອິສລາມ 2 ບັ້ນ ​ໃນ​ວັນ​ສຸກ​ຜ່ານ​ມານີ້ ​ໃກ້​ກັບ​ເຂື່​ອນ Mosul. ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ການ​ໂຈມ​ຕີໃນ ມື້ວານ​ນີ້ ​ໄດ້​ທຳລາຍ​ຖານ​ຍິງ​ປືນ​ໃຫຍ່​ແຫ່ງ​ນຶ່ງ ​ແລະ​ລົດ​ຕິດ​ອາວຸດ​ຄັນ​ນຶ່ງ​ຂອງ​ພວກ​ເຂົາ.

ທ່ານ Nickolay Mladenov ຜູ້ຕາງໜ້າ​ສະຫະ​ປະຊາ​ຊາດ​ໃນ​ອີຣັກ ​ໄດ້​ກ່າວ​ຊົມ​ເຊີຍ​
ການ​ເຄື່ອນ​ໄຫວ​ຂອງ​ນາຍົກລັດຖະມົນຕີ Abadi ​ໂດຍ ​ເວົ້າ​ວ່າ “ການ​ປົກ​ປ້ອງ​ພວກ​
ພົນລະ​ເຮືອນ ​ແລະ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ​ ເປັນ​ບູລິ​ມະ​ສິດ​ທີ່​ສຳຄັນ​ທີ່​ສຸດ ​ສຳລັບ​ສະຫະ​ປະຊາ​ຊາດ.”

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ປະຊາຊົນ​ຈຳນວນ 1 ລ້ານ 8 ​ແສນ​ຄົນ​ໄດ້​ຍົກຍ້າຍອອກ​ຈາກ​ບ້ານ​ເຮືອນ​ໄປ​ຢູ່​ບ່ອນ​ອື່ນ​ໃນ​ອີຣັກ ນັບ​ແຕ່​ພວກ​ຫົວ​ຮຸນ​ແຮງ​ເລີ້ມ​ທຳ​ການ​ໂຈມ​ຕີ​ທຳ​ລາຍ​ລ້າງຜານຂອງ​ພວກ​ເຂົາ ​ຕັ້ງ​ແຕ່​ເດືອນ​ມັງກອນ​ຕົ້ນ​ປີ​ນີ້ມາ.

XS
SM
MD
LG