ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຍື່ນຟ້ອງ ມືປືນ ໃນເຫດ ຍິງສັງຫານ ທີ່ສະໜາມບິນ LA (ວີດີໂອ)


ຕໍາຫຼວດ Los Angeles
ຕໍາຫຼວດ Los Angeles
ຄະນະ​ໄອ​ຍະ​ການ​ລັດຖະບານ​ກາງ​ສະຫະລັດ ​ໄດ້​ຍື່ນ​ຟ້ອງ​ມື​ປືນ ​ທີ່​ຕ້ອງ​ສົງ​ໄສ ​ໃນ​ຂໍ້​ຫາ​ຂ້າ​ຄົນ​ຕາຍ ​ໃນ​ການ​ຍິງ​ສັງຫານ ທີ່​ສະໜາມ​ບິນ​ນານາ​ຊາດ ນະຄອນ Los Angeles, ລັດ California.

​ເມື່ອ​ວັນ​ເສົາ​ວານ​ນີ້ ທ້າວ Paul Ciancia ​ໄດ້ຖືກຟ້ອງ ​ໃນ​ຂໍ້​ຫາ​ທໍາ​ການ​ຄາດ​ຕະກໍາ ​ເຈົ້າໜ້າ​ທີ່​ລັດຖະບານ​ກາງຄົນ​ນຶ່ງ ແລະ​ປະ​ເຊີນ​ກັບ​ອີກ​ຄະດີ​ນຶ່ງ ​ໃນ​ຂໍ້​ຫາທໍາ​ການ​ກໍ່​ຄວາມ​ຮຸນ​ແຮງ ຢູ່​ທີ່​ສະໜາມ​ບິນ​ນານາ​ຊາດ ຖ້າ​ພົບ​ວ່າ​ມີ​ຄວາມຜິດ ຜູ້ກ່ຽວ​ຈະ​ຖືກ​ໂທດ​ປະຫານ​ຊີວິດ.

ອິງ​ຕາມ​ຂໍ້ຄວາມ​ໃນ​ເອກ​ກະສາ​ນ ທີ່ຄົ້ນ​ພົບ​ຢູ່​ກະ​ເປົ໋າຂອງ​ຜູ້ກ່ຽວນັ້ນ ທ້າວ Ciancia ມີ​ເຈດ​ຕະນາ​ຈະ​ສັງຫານ​ເຈົ້າໜ້າ​ທີ່​ ອົງການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ໃນ​ການ​ຂົນ​ສົ່ງຂອງ​ລັດຖະບານ​ກາງຫຼື TSA ຢ່າງ​ໜ້ອຍ​ນຶ່ງ​ຄົນ.

ຕໍາຫຼວດ​ເວົ້າ​ວ່າ ທ້າວ Ciancia ຊຶ່ງ​ເປັນ​ຄົນ​ໃນ​ນະຄອນ Los Angeles ​ໄວ 23 ປີ ​ໄດ້​ເປີດ​ສາກ​ລະດົມຍິງ ຜ່ານ​ດ່ານ​ກວດຄວາ​ມປອດ​ໄພ ກ່ອນ​ຈະ​ໄດ້​ຮັບ​ບາດ​ເຈັບໃນ​ການຍິງຕໍ່​ສູ້​ກັບ​ເຈົ້າໜ້າ​ທີ່ແລະ​ໄດ້ຖືກ​ຈັບ​ກຸມ. ພວກ ​ເຫັນ​ເຫດການ​ເວົ້າ​ວ່າ ມື​ປືນ​ບໍ່​ໄດ້​ຍິງ​ໃສ່​ຜູ້​ຄົນ ​ທີ່​ເວົ້າ​ວ່າ ​ເຂົາ​ເຈົ້າບໍ່​ແມ່ນ​ພະນັກງານ​ຂອງ​ອົງການ TSA

ນອກ​ນີ້ ມື​ປືນ​ຍັງໄດ້​ຍິງ​ເຈົ້າໜ້າ​ທີ່​ອີກ​ສອງ​ຄົນ​ບາດ​ເຈັບ​ໃນ​ການ​ຍິງ​ຕໍ່ສູ້​ກັນ ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້.

​ໃນ​ຕອນ​ເ​ຊົ້າວັນ​ເສົາ​ວານ​ນີ້ ທາງ​ການ​ສະໜາມ​ບິນ ​ໄດ້​ເປີດ​ຕຶກ​ອາຄານ​ຮັບຮອງຜູ້ໂດຍ ສານນໍ້າ​ເບີ 3 ຄືນ​ໃໝ່​ແລ້ວ ທີ່​ສະໜາມ​ບິນ​ນານາ​ຊາດ Los Angeles ບ່ອນ​ທີ່​ເກີດເຫດການ​ໂຈມ​ຕີ​ດັ່ງກ່າວ​ນັ້ນ.

ເບິ່ງວີດີໂອ:

LA Airport Shooting
please wait
Embed

No media source currently available

0:00 0:01:03 0:00
XS
SM
MD
LG