ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລັດຖະມົນຕີ ອິນເດຍ ເສຍຊີວິດ ຍ້ອນ ອຸປະຕິເຫດ ລົດຕຳກັນ (ວີດີໂອ)


India Minister VO
please wait
Embed

No media source currently available

0:00 0:00:59 0:00
ລັດຖະມົນຕີ​ອິນ​ເດຍຄົນນຶ່ງຊຶ່ງເປັນພັນທະມິດ​ຄົນ​ສຳຄັນຂອງ
​ນາຍົກລັດຖະມົນຕີຄົນ​ໃໝ່ ທ່ານ Narendra Modi ​ໄດ້​ເສຍ​ຊີ
ວິດ ຫຼັງ​ຈາ​ກລົດ​ຂອງທ່ານ ເກີດ​ອຸປະຕິ​ເຫດ ​ທີ່​ນະຄອນຫລວງ
New Delhi.

ເຈົ້າ​ໜ້າ​ທີ່​ໂຮງພະຍາບານ ກ່າວວ່າ ລັດຖະມົນຕີ​ກກະຊວງພັດທະ
ນາ​ຊົນນະ​ບົດ ທ່ານ Gopinath Munde ​ກຳລັງ​ເດີນ​ທາງ​ໄປ​ຍັງ​
ສະໜາມ​ບິນ​ໃນ​ວັນ​ອັງຄານມື້​ນີ້ ເວລາ​ລົດ​ອີກຄັນນຶ່ງໄດ້ແລ່ນມາ
ຕຳລົດຂອງ​ທ່ານ.

ທ່ານ Munde ​ໄວ 64 ປີ ​ໄດ້​ຂໍ​ໃຫ້​ຄົນ​ຂັບ​ລົດ​ຂອງ​ທ່ານ​ຮີບ ​ນຳ​ທ່ານ
​ໄປ​ຍັງ​ໂຮງພະຍາ​ບານບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ​ໄດ້​ສິ້ນໃຈ​ ໃນ​ເວລາ​ຕໍ່​ມາ ຍ້ອນຫົວ​
ໃຈ​ຢຸດເຕັ້ນເນື່ອງຈາກຕື່ນຕົກໃຈ.

ທ່ານ Munde ​ເປັນ​ຜູ້ນຳ​ອາ​ວຸໂສຂອງ​ພັກ Bharatiya Janata ຂອງ​ທ່ານ​ Modi. ທ່ານ ໄດ້​ເຂົ້າ
​ສາບ​ານ​ຕົວ​ຮັບ​ຕຳ​ແໜ່​ງ​ໃນ​ສັບປະດາ​ແລ້ວ​ນີ້ ຫຼັງ​ຈາກ​ທ່ານ Modi ​ໄດ້​ຮັບໄຊຊະນະ​ ຢ່າງ​ຖ້ວມ​ລົ້ນ ໃນການ​ເລືອກ​ຕັ້ງ.

​ໃນ​ຂໍ້ຄວາມທີ່ສົ່ງໄປທາງ Twitter ນັ້ນ ​ນາຍົກລັດຖະມົນຕີ Modi ກ່າວວ່າ ທ່ານຮູ້ສຶກ “ເສົ້າສະລົດໃຈແລະຕົກໃຈເປັນທີ່ສຸດ” ຕໍ່ການເສຍຊີວິດ ຂອງທ່ານ Munde ຊຶ່ງນາ
ຍົກລັດຖະມົນຕີ ເອີ້ນທ່ານ Munde ວ່າ ເປັນຜູ້ນຳ ທີ່ມີຄວາມກະຕືລືລົ້ນແລະມີຄວາມຄິດ ສ້າງສັນ ທີ່ໄດ້ຈາກໄປໃນເວລາບໍ່ເຖິງອັນຄວນ ຊຶ່ງໄດ້ປະຕຳແໜ່ງຫວ່າງທີ່ຍາກຈະຫາຜູ້
ມາທົດແທນໄດ້.”
XS
SM
MD
LG