ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກເຄື່ອນໄຫວ ນິຍົມປະຊາທິປະໄຕ ນຸ່ງຊຸດສີດຳ ເດີນຂະບວນປະທ້ວງຈີນ ຢູ່ຮົງກົງ (ວີດີໂອ)


ພວກປະທ້ວງ Occupy Central ຖືແຜ່ນແພສີດຳ ຍາວ 500 ແມັດ ທີ່ເຂົາເຈົ້າກ່າວວ່າ ເປັນສັນຍະລັກແຫ່ງການສູນເສຍ
ຄວາມໜ້າເຊື່ອຖື ຂອງປັກກິ່ງ ທີ່ບໍ່ຍອມປ່ອຍໃຫ້ມີລະບອບ
ປະຊາທິປະໄຕຢ່າງສົມບູນ ໃນຮົງກົງ, ວັນທີ 14 ກັນຍາ 2014.
ພວກປະທ້ວງ Occupy Central ຖືແຜ່ນແພສີດຳ ຍາວ 500 ແມັດ ທີ່ເຂົາເຈົ້າກ່າວວ່າ ເປັນສັນຍະລັກແຫ່ງການສູນເສຍ ຄວາມໜ້າເຊື່ອຖື ຂອງປັກກິ່ງ ທີ່ບໍ່ຍອມປ່ອຍໃຫ້ມີລະບອບ ປະຊາທິປະໄຕຢ່າງສົມບູນ ໃນຮົງກົງ, ວັນທີ 14 ກັນຍາ 2014.

ພວກເຄື່ອນ​ໄຫວ​ທີ່​ພາກັນ​ນຸ່ງ​ຊຸດສີດຳ​ຫຼາຍ​ພັນ​ຄົນ​ ໄດ້​ພາກັນ
ເດີນ​ຂະ​ບວນຢ່າງ​ງຽບໆ ​ຜ່ານ​ຮົງ​ກົງ ​ເພື່ອ​ກ່າວ​ຫາ​ປັກ​ກິ່ງ​ວ່າ ບໍ່​
ນັບຖືຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ທີ່​ໃຫ້​ໄວ້ວ່າ​ ຈະ​ປ່ອຍ​ໃຫ້ມີ​ລະບອບ
​ປະຊາທິປະ​ໄຕ​ຢ່າງ​ສົມບູນໃນ​ອະດີດ​ອະ​ນາ​ນິຄົມ​ອັງກິດ​ແຫ່ງ​ນັ້ນ.

ພວກ​ປະ​ທ້ວງ ພາກັນ​ແກ່​ແຜ່ນ​ແພ​ສີດຳ​ທີ່ໃຫຍ່​ແລະ​ຍາວ ເດີນ​
ຂະ​ບວນ ຜ່ານ​ຖະໜົນ​ຫົນທາງ​ສາຍຕ່າງໆ ມີ​ຖື​ປ້າຍ​ທີ່​ກ່າວ​ຫາ
​ປັກ​ກິ່ງ​ວ່າ ທໍລະ​ຍົດ​ຕໍ່ຄວາມ​ໄວ້​ວາງ​ໃຈ​ຂອງ​ເຂົາ​ເຈົ້າ.

ຈີນ​ໄດ້​ອອກ​ກົດ​ລະບຽບ​ວ່າ ພວກ​ທີ່​ຈະ​ເຂົ້າ​ສະໝັກຮັບ​ເລືອກ
​ຕັ້ງເປັນ​ ຫົວໜ້າ​ບໍລິຫານ​ຮົງ​ກົງ​ນັ້ນ ກ່ອນ​ອື່ນ​ແມ່ນຈະ​ຕ້ອງ​ໄດ້​
ຖືກຮັບຮອງ​ເອົາ​ຈາກ​ຄະນະກຳມະການ​ແຕ່ງ​ຕັ້ງ​ເສຍ​ກ່ອນ ທີ່​ເບິ່ງ​ຄື​ວ່າ ​ຈະເຕັມ​ໄປ​ດ້ວຍ
ບັນດາ​ຜູ້ຕາງໜ້າ​ທີ່​ນິຍົມ​ປັກ​ກິ່ງ​ນັ້ນ.

​ກ່ອນ​ໜ້າການ​ເດີນ​ຂະ​ບວນ ໃນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ທ່ານ Leung Chun-ying ຫົວໜ້າ
ຄະນະ​ບໍລິຫານຮົງ​ກົງ ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ນິຕິບັນຍັດ​ຂອງ​ຮົງ​ກົງ​ ຮັບ​ຜ່ານຂໍ້​ສະ​ເໜີປະຕິ​ຮູບ​ການ​ເລືອກ​ຕັ້ງ​ຂອງ​ຈີນ. ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ນິຍົມປະຊາທິປະ​ໄຕ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ທີ​່ຈະ​ກີດ​ກັນ​ມາດ​ຕະການ​ດັ່ງກ່າວ.

ບັນດາ​ຜູ້​ຈັດ​ແຈງ​ຂະບວນການ​ປະ​ທ້ວງ ທີ່​ເອີ້ນ​ວ່າ Occupy Central ຫລື ​ເຂົ້າ​ຄອບ
​ຄອງ​ໃຈກາງ​ຮົງ​ກົງ ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ພາກັນ​ໂຮມ​ຊຸມນຸມ​ມວນ​ຊົນ ​ເພື່ອ​ປິດ
​ເຂດ​ສູນ​ກາງ​ການ​ເງິນ​ຮົງ​ກົງ​ນັ້ນ ​ແຕ່ກໍຍັງ​ບໍ່​ທັນ​ໄດ້​ບອກ​ວັນ​ເວລາ​ ຂອງການ​ໂຮມ​ຊຸມ​ນຸມ
ທີ່​ວາງ​ແຜນ​ໄວ້​ນີ້ ວ່າ ຈະ​ມີ​ຂຶ້ນ​ເວລາ​ໃດ.

hongkongprotest15september14
please wait

No media source currently available

0:00 0:00:46 0:00

XS
SM
MD
LG