ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມ​ກະບົດ ເຂົ້າຍຶດທຳນຽບ ​ປະທານາທິບໍດີ​​ ຢູ່ນະຄອນຫຼວງ Yemen


Rebels Resume Attacks, Spark Fear in Yemen's Capital
please wait

No media source currently available

0:00 0:02:09 0:00

ກຸ່ມ​ກະບົດ Houthi ​ໃນ Yemen ​ໄດ້​ເຂົ້າຍຶດທຳນຽບປະທານາ
ທິບໍດີແລະ​ໂຈມ​ຕີ​ບ້ານພັກ​ປະທານາທິບໍດີໃນ​ວັນ​ອັງຄານ​ວານ​ນີ້ ​
ທີ່ນະຄອນ Sana’a ຊຶ່ງເປັນ​ການ​ໂຈມ​ຕີ​ຄັ້ງ​ຫຼ້າ​ສຸດທີ່​ເພັ່ງ​ເລັງ​ໃສ່
ພວກ​ຜູ້ນຳ​ຂອງ​ປະ​ເທດ.

ພວກ​ທະຫານບ້ານຊີ​ໄອ ​ໄດ້ປະທະ​ກັບ​ກອງ​ກຳລັງຮັກສາຄວາມ
ສະຫງົບ ໂດຍລະເມີດສັນຍາ​ຢຸດ​ຍິງທີ່​ຕົກລົງ​ກັນ​ໃນ​ວັນ​ຈັນ​ແລ້ວ​
ນີ້ຫຼັງ​ຈາກ​ທີ່​ໄດ້​ມີ 9 ຄົນ​ເສຍ​ຊີ​ວິດ ​ໃນ​ນະຄອນຫຼວງ​ນັ້ນ.

​ໃນ​ການ​ກ່າວ​ຄໍາ​ປາ​ໄສ ທາງໂທລະພາບ ຜູ້ນຳ​ຂອງ​ພວກ​ກະບົດ
ທ່ານ Abdel Malik Al Houthi ​ໄດ້​ກ່າວ​ວ່າ ກຸ່ມຂອງ​ທ່ານ​ພວມ
ຊອກຫາຊ່ອງທາງ​ຍຸຕິ​ການ​ສໍ້​ລາດ​ລັງ​ຫຼວງ ​ແລະ ການຜະ​ເດັດ​ການ​ໃນປະ​ເທດ. ທ່ານ​ໄດ້​ກ່າວສັ້ນໆ ​ແບບ​ຮຽກຮ້ອງ​ໃຫ້ ລັດຖະບານຍອມ​ແພ້ ​ແຕ່ເຕືອນວ່າ ການ​ເອົາ​ບາດກ້າວ​ຕື່ມອີກ ແມ່ນຍັງ​ເປັນ​ໄປ​ໄດ້.

ປະທານາທິບໍດີ Abd Rabbuh Mansour Hadi ຍັງບໍ່ຮູ້ວ່າ ຢູ່ໃສແທ້ ໃນຕອນແລງຂອງ ວັນອັງຄານວານນີ້ ແຕ່ເຈົ້າໜ້າທີ່ຄົນນຶ່ງເວົ້າວ່າ ທ່ານມີຄວາມປອດໄພຢູ່ທີ່ເຮືອນຂອງທ່ານ.

Sana'a, Yemen
Sana'a, Yemen

​ເລ​ຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ຮຽກຮ້ອງໃຫ້ຢຸດຍິງ ໂດຍ ທວງໃຫ້ຟື້ນຟູສິດອຳນາດຂອງລັດຖະບານໂດຍເຕັມ. ຫຼັງ​ຈາກ​ທີ່​ໄດ້​ເອີ້ນປະຊຸມ​ໃນ​ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ ຊາດຢ່າງຮີບດ່ວນ ​ໃນ​ວັນ​ອັງຄານ​ວານ​ນີ້ ພວກນັກການ​ທູດ ​ໄດ້​ປະນາມການກໍ່ຄວາມ​ຮຸນ​ແຮງ ​ແລະ​ຮຽກຮ້ອງຫ້​ມີ​ການ​ຢຸດ​ຍິງ​ກັນ ຢ່າງເປັນການຖາວອນ.“

ກອງ ​ກຳລັງ Houthi ທີ່ຮຽກຮ້ອງ​ໃຫ້ພວກ​ຊົນກຸ່ມນ້ອຍຊາວຊີ​ໄອ​ນ໌ ມີສິດທິຫລາຍຂຶ້ນນັ້ນ ໄດ້ເຂົ້າຍຶດເອົານະຄອນຫຼວງຂອງ​ປະ​ເທດໃນ​ເດືອນ​ກັນຍາແລ້ວ​ນີ້.

XS
SM
MD
LG