ພວກກະບົດນິກາຍ Shi’ite ຢູ່ໃນເຢເມັນ ໄດ້ເຊັນຂໍ້ຕົກລົງດ້ານ
ຄວາມໝັ້ນຄົງ ກັບລັດຖະບານ ທີ່ລະບຸໃຫ້ພວກເຂົາປົດອາວຸດ
ແລະຖອນກຳລັງອອກຈາກຫລາຍໆເຂດ ທີ່ພວກເຂົາໄດ້ຢຶດເອົາ
ເມື່ອ 2-3 ເດືອນບໍ່ດົນມານີ້.
ຂໍ້ຕົກລົງດັ່ງກ່າວໄດ້ລົງນາມກັນ ໃນວັນເສົາວານນີ້ ມື້ນຶ່ງຫຼັງຈາກ
ພວກກະບົດ ທີ່ເອີ້ນກັນວ່າ ພວກ Houthies ນັ້ນ ໄດ້ບຸກເຂົ້າຍຶດ
ເອົາຫລາຍໆເຂດຂອງນະຄອນຫລວງ Sana'a ຂອງເຢເມັນ.
ຂໍ້ຕົກລົງດັ່ງກ່າວ ເປັນສ່ວນນຶ່ງຂອງຂໍ້ຕົກລົງສະບັບຮອບດ້ານ ທີ່
ສະຫະປະຊາຊາດເປັນຜູ້ໄກ່ເກ່ຍ ແລະຮວມເອົາທັງຄູ່ແຂ່ງອື່ນໆ
ເຊັ່ນພັກ Islah ທີ່ມີການເຊື່ອມໂຍງກັບກຸ່ມ ພະລາດອນພາບ
ມຸສລິມ ຫຼື Muslim Brotherhood ນັ້ນ.
ໃນວັນເສົາວານນີ້ ກະຊວງການຕ່າງປະເທດສະຫະລັດ ໄດ້ປະນາມ ຄວາມຮຸນແຮງທີ່ດຳ
ເນີນໄປຢ່າງບໍ່ຢຸດຢັ້ງ ຢູ່ໃນເຢເມັນ ແລະກ່າວສະໜັບສະໜຸນ ປະທານາທິບໍດີ ທ່ານ Abd
Rabbo Mansour Hadi ທີ່ພະຍາຍາມຈັດຕັ້ງປະຕິບັດ ຂໍ້ຕົກລົງເພື່ອສັນຕິພາບ ແລະ
ພາຄີແຫ່ງຊາດນັ້ນ. ສະຫະລັດ ຮຽກຮ້ອງທຸກພັກຝ່າຍ ຈັດຕັ້ງປະຕິບັດ ທຸກພາກສ່ວນ
ຂອງຂໍ້ຕົກລົງສັນຕິພາບສະບັບນີ້ ໂດຍສະເພາະ ການມອບຄືນອາວຸດຂະໜາດກາງ
ແລະອາວຸດໜັກ ທັງໝົດ ໃຫ້ແກ່ລັດຖະບານ.
ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດ ກຳລັງຍົກລະດັບຄວາມພະຍາ
ຍາມ ປະຕິບັດງານກັບປະຊາຄົມນາໆຊາດຂຶ້ນ ເພື່ອດຳເນີນການລົງໂທດ ຕໍ່ບັນດາບຸກຄົນ
ຜູ້ທີ່ກຳລັງຂົ່ມຂູ່ຕໍ່ສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງເຢເມັນ ຖ້າຫາກພວກເຂົາ ບໍ່ຍຸດຕິການກະທຳແບບນັ້ນ ໂດຍທັນທີ.