ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ຄາດວ່າ ລັດຖະສະພາ ຈະອະນຸມັດ ໃຫ້ເພີ້ມໜີ້ສິນຂອງປະເທດ (ວີດິໂອ)


US Debt Crisis Likely to Hurt World's Lenders, Borrowers, Investors
please wait

No media source currently available

0:00 0:02:41 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບຜົນກະທົບ ຂອງວິກິດການໜີ້ສິນ ຂອງສະຫະລັດ.

ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ​ເວົ້າ​ວ່າ ທ່ານ
​ຄາດ​ວ່າ ສະພາ​ຄອງ​ແກ​ຣສ ຈະ​ເພີ່ມ​ຂີດຈໍາກັດ​ໃນ​ການ​ກູ້​ຢືມ​ຂອງ​
ປະ​ເທດ ​ກ່ອນວັນ​ກໍານົດ​ເສັ້ນ​ຕາຍ ​ໃນ​ກາງ​ເດືອນ​ຕຸລາ​ນີ້ ເພື່ອຮັບ
ປະກັນ​ວ່າ ສະຫະລັດຈະ​ບໍ່​ຜິດ​ສັນຍາ​ພັນທະ​ທາງ​ການ​ເງິນ​ຂອງ​
ຕົນ​ແຕ່​ຢ່າງ​ໃດ.

​ໃນ​ຂະນະ​ທີ່​ລັດຖະບານ​ສະຫະລັດ​ໄດ້​ປິດ​ກິດຈະການ​ໃນ​ບາງ
​ພາກສ່ວນ​ລົງ ​ເປັນ​ມື້​ທີ່​ຫົກ​ມາແລ້ວ​ນີ້ ສະຫະລັດກໍຍັງ​ປະ​ເຊີນ​ກັບ
ສະພາວະທີ່​ຈະ​ບໍ່​ມີເງິນ​ຊໍາລະຄ່າ​ໃຊ້ຈ່າຍຕ່າງໆຂອງ​ຕົນ ​ໃນ​ວັນ​
ທີ 17 ​ເດືອນ​ຕຸລາ​ນີ້ ​ໂຮມ​ທັງ​ດອກ​ເບ້ຍ​ ສໍາລັບພັນ​ທະ​ບັດ​ຂອງ
​ສະຫະລັດ​ທີ່ ​ຈີນ ຍີ່ປຸ່ນ ​ແລະ​ພວກ​ນັກ​ລົງທຶນ​ຕ່າງປະ​ເທດ​ອື່ນໆ
ໄດ້​ຊື້​ເອົາ​ໄວ້​ນັ້ນ.

​ໃນ​ການ​ໃຫ້​ສໍາພາດ​ກ່ຽວ​ກັບຫຼາຍໆເລຶ່ອງ ກັບ​ອົງການ​ຂ່າວ​ເອພີ ຫລື The Associated Press ທີ່​ພິມ​ອອກ​ເຜີຍ​ແຜ່​ເມື່ອ​ວັນເສົາ​ວານ​ນີ້ ທ່ານ​ໂອ​ບາມາ ​ໄດ້​ຖິ້ມ​ໂທດ​ໃສ່ທ່ານ ຈອນ ​ເບນເນີ ​ປະທານ​ສະພາ​ຕໍ່າ​ສະຫະລັດ​ ສັງ​ກັ​ດພັກຣີພັບ​ບລິ​ກັນ ວ່າ
ເປັນ​ຜູ້ເຮັດ​ໃຫ້ການ​ປິດ​ກິດຈະການ​ຂອງລັດຖະບານ ແກ່ຍາວອອກໄປ​ອີກ​.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ໃນ​ຕອນ​ນຶ່ງ​ວ່າ:

​“ມັນເປັນຄວາມ​ຈິງ ​ເທົ່າ​ໆກັບທີ່​ລັດຖະບານ​ປິດ​ກິດຈະການ​ລົງ ​ທີ່​ວ່າ​ມີຄ​ະ​ແນນ​
ສຽງພຽງພໍ​ຢູ່​ໃນ​ສະພາ​ຕໍ່າ ​ທີ່​ຈະ​ເຮັດໃຫ້​ໝັ້ນ​ໃຈ​ໄດ້​ວ່າ​ລັດຖະບານ​ຈະ​ເປີດ​ກິດຈະ
ການ​ຄືນ​ໄດ້​ໃນ​ມື້​ນີ້ ​ແລະດຽວ​ນີ້​ຂ້າພະ​ເຈົ້າ​ກໍ​ເຕັມ​ໃຈ​ທີ່​ຈະ​ພະ​ນັນ​ວ່າ ​ມີ​ຄະ​ແນນ​
ສຽງ​ພຽງພໍ​ຢູ່​ໃນ​ສະພາ​ຕໍ່າສະຫະລັດ ທີ່​ຈະ​ເຮັດໃຫ້​ໝັ້ນ​ໃຈໄດ້ວ່າ ສະຫະລັດ​ຈະ
​ບໍ່​ຈົບ​ລົງ​ດ້ວຍ​ການກາຍ​ເປັນ​ປະ​ເທດ​ທີ່​ບໍ່​ໃຊ້​ໜີ້ສິນ​ຂອງ​ຕົນ. ​ສິ່ງ​ດຽວ​ເທົ່າ​ນັ້ນ ທີ່​
ກໍາລັງ​ຂັດຂວາງ​ບໍ່​ໃຫ້​ເລຶ່ອງນີ້​ເກີດ​ຂຶ້ນ​ໄດ້ ກໍ ​ຄື​ປະທານ​ສະພາ​ຕໍ່າ ຈອນ ​ເບ​ນ​ເນີ
​ຍ​ອມຮຽກຮ້ອງ​ໃຫ້ມີ​ການ​ລົງ​ຄະ​ແນນ​ສຽງ.”


ປະທານາ​ທິບໍດີ​ໂອ​ບາ​ມາ ​ເວົ້າ​ວ່າ ທ່ານ​ພ້ອມ​ທີ່​ຈະ​ເຈລະຈາ​ຕໍ່​ຮອງ​ເພື່ອ​ດັດ​ແກ້​ກົດໝາຍ​ຮັກສາ​ສຸຂະພາບ ​ແລະ​ຫລຸດຜ່ອນ​ການ​ໃຊ້​ຈ່າຍ​ລົງ ​ແຕ່​ຈະ​ບໍ່​ເຮັດ​ດັ່ງນັ້ນ​ ຈົນ​ກວ່າສະພາ​
ຄອງ​ແກຣສ​ຕົກລົງ​ທີ່​ຈະ​ຍຸຕິ​ການ​ປິດ​ກິດຈະການ​ຂອງ​ລັດຖະບານ​ ​ແລະ​ເພີ່ມລະດັບເພ
ດານໜີ້​ສິນຂຶ້ນອີກ ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃດໆ.

ການ​ປິດ​ກິດຈະການ​ລົງ​ຂອງ​ລັດຖະບານ​ກາງ ໄດ້ຍັງ​ຜົນ​ໃຫ້​ພະນັກງານລັດຖະບານກາງ​ ຈໍານວນ 800,000 ຄົນ ຕ້ອງ​ໄດ້​ພັກ​ການ​ໂດຍ​ບໍ່​ໄດ້​ເງິນ​ເດືອນ ​ພ້ອມກັບ​ໂຈະ​ການ​ບໍລິການ
ຫຼາຍໆ​ຢ່າງ​ຂອງ​ລັດຖະບານ​ນັ້ນ​ນໍາ.

ແຕ່ເຖິງ​ແມ່ນ​ ​ການ​ເພັ່ງ​ເລັງ​ຈະ​ແນ​ໃສ່​ການ​ຂາດ​ງົບປະມານ ທີ່ເປັນ​ຜົນ​ມາ​ຈາກການຕົກ
ລົງ​ກັນບໍ່​ໄດ້​ຢູ່​ໃນ​ສະພາ​ຄອງ​ແກ​ຣສນັ້ນ​ກໍ​ຕາມ ​ແຕ່​ກໍ​ປະກົດ​ວ່າບັດ​ນີ້ ​ບັນດາ​ສະ​ມາ​ຊິກ​
ສະພາ​ທັງຫຼາຍຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ ພວກ​ຄົນ​ງານ​ທີ່​ຖືກ​ສັ່ງພັກ​ງານ​ນັ້ນ ​ໃນ​ທີ່​ສຸດ​ກໍຈະໄດ້​
ຮັບ​ເງິນ​ເດືອນ ​ສໍາລັບ​ໄລຍະ ເວລາ​ທີ່​ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ວຽກນັ້ນ.

ເບິ່ງວີດີໂອ:

US shutdown
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG