ສະມາຊິກສະພານິຕິບັນຍັດຂອງຮົງກົງ ທີ່ນິຍົມປະຊາທິປະໄຕ
ໄດ້ຍົກຄັນຮົ່ມສີເຫຼືອງແລະເດີນອອກຈາກການຖະແຫຼງນະໂຍ
ບາຍປະຈຳປີ ຂອງຫົວໜ້າຜູ້ບໍລິຫານຂອງຮົງກົງ ໃນວັນພຸດມື້ນີ້
ແລະຮຽກຮ້ອງເອົາສິດທິໃນການອອກສຽງເລືອກຕັ້ງແບບສາກົນ.
ບັນດາສະມາຊິກສະພານິຕິບັນຍັດຈຸດັ່ງກ່າວ ຮຽກຮ້ອງໃຫ້ຮົງກົງ
ອະນຸຍາດໃຫ້ຜູ້ລົງສະໝັກໃດໆກໍຕາມ ເຂົ້າຮ່ວມການເລືອກຕັ້ງ
ຂອງຮົງກົງໃນປີ 2017 ແທນທີ່ຈະຈັດໃຫ້ມີການກວດກາຄັດ
ເລືອກ ເອົາຜູ້ສະໝັກກ່ອນ ໂດຍຄະນະກຳມະການ ທີ່ພວກ
ຝ່າຍຄ້ານກ່າວວ່າ ເຂົ້າຂ້າງອອກຂາ ອຽງໄປທາງລັດຖະບານ
ປັກກິ່ງນັ້ນ.
ແຜນການຄັດເລືອກທີ່ວ່ານີ້ ໄດ້ເປັນຂໍ້ຂັດແຍ້ງ ມາຕັ້ງແຕ່ປີກາຍ ທີ່ໄດ້ມີກະຕຸ້ນໃຫ້ມີການ
ປະທ້ວງເປັນເວລາຫຼາຍໆສັບປະດາ ຢູ່ໃນຮົງກົງ ຊຶ່ງເປັນດິນແດນເຄິ່ງປົກຄອງຕົນເອງ
ຂອງຈີນນັ້ນ.
ໃນວັນພຸດມື້ນີ້ ຫຼັງຈາກໄດ້ມີການເດີນອອກປະທ້ວງໄປແລ້ວນັ້ນ, ທ່ານ Leung Chun-ying ຫົວໜ້າຜູ້ບໍລິຫານຮົງກົງ ກໍໄດ້ສືບຕໍ່ຖະແຫຼງແຜນການຂອງທ່ານ ຫຼັງຈາກທີ່ໄດ້ຊັກຊ້າແດ່ເລັກນ້ອຍ. ທ່ານກ່າວວ່າ “ການປົກຄອງດ້ວຍຕົວບົດກົດໝາຍ ແມ່ນເປັນພື້ນຖານຂອງຮົງກົງ” ແລະກ່າວຢ້ຳເຖິງການສະໜັບສະໜຸນຕໍ່ແຜນການຄັດເລືອກລ່ວງໜ້າ ສຳຫລັບການເລືອກຕັ້ງຂອງຮົງ ກົງນັ້ນ.
ການປະຊຸມໃນວັນພຸດມື້ນີ້ ແມ່ນໄດ້ສະທ້ອນໃຫ້ເຫັນການປະຊຸມທີ່ຄ້າຍຄືກັນຂອງສະພານິ
ຕິບັນຍັດ ຮົງກົງໃນອາທິດທີ່ແລ້ວນີ້ ເວລາສະມາຊິກນິຕິບັນຍັດລຸກອອກໜີ ໃນຂະນະທີ່ຫົວ
ໜ້າເລຂາຜູ້ບໍລິຫານຮົງກົງ ທ່ານນາງ Carrie Lam ກຳລັງກ່າວຖະແຫຼງຢູ່ນັ້ນ.
ໃນຈຸດສຸດຍອດຂອງປີກາຍນີ້ ອັນທີ່ເອີ້ນວ່າ ຂະບວນການເຄື່ອນໄຫວປະທ້ວງເພື່ອເຂົ້າຍຶດ
ຄອງໄດ້ດຶງດູດເອົາພວກປະທ້ວງ ຈຳນວນຫຼາຍສິບພັນຄົນເຂົ້າຮ່ວມ ຊຶ່ງໄດ້ສະແດງອອກໃຫ້ເຫັນເຖິງການທ້າທາຍແບບທີ່ບໍ່ເຄີຍມີມາກ່ອນ ຕໍ່ການປົກຄອງຂອງປັກກິ່ງ ໃນຮົງກົງ.
ຮົງກົງ ແມ່ນເຄີຍຕົກເປັນຫົວເມືອງຂຶ້ນ ພາຍໃຕ້ການປົກຄອງຂອງອັງກິດ ແຕ່ວ່າໄດ້ຖືກສົ່ງ
ກັບຄືນໃຫ້ຈີນ ໃນປີ 1997. ໃນຖານະທີ່ເປັນເຂດເຄິ່ງປົກຄອງຕົນເອງຂອງຈີນນັ້ນ ປະຊາ
ຊົນຮົງກົງ ຍັງໄດ້ຮັບສິດເສລີພາບຫຼາຍໆດ້ານ ທີ່ບໍ່ອະນຸຍາດໃຫ້ມີ ຢູ່ໃນຈີນແຜ່ນດິນໃຫຍ່
ເທື່ອ.