ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຟິມຮູບເງົາ ເລື້ອງ 'Boyhood' ໄດ້ຮັບລາງວັນດີເດັ່ນ Golden Globes


ນາງ Taylor Schilling ເດີນທາງມາຮອດ ບ່ອນທຳພິທີມອບ
ລາງວັນປະຈຳປີ Golden Globes Awards ທີ່ໂຮງແຮມ Bervely Hilton Hotel ໃນວັນອາທິດ ວັນທີ 11 ມັງກອນ ທີ່ Beverly Hills ລັດ California.
ນາງ Taylor Schilling ເດີນທາງມາຮອດ ບ່ອນທຳພິທີມອບ ລາງວັນປະຈຳປີ Golden Globes Awards ທີ່ໂຮງແຮມ Bervely Hilton Hotel ໃນວັນອາທິດ ວັນທີ 11 ມັງກອນ ທີ່ Beverly Hills ລັດ California.

ຮູບ​ເງົາ​ທີ່​ໃຊ້​ເວລາ 12 ປີ​ເພື່ອ​ສ້າງ​ຂຶ້ນ​ມາ ໄດ້​ຮັບ​ລາງວັນຟີມ
ຮູບ​ເງົາ​ລະດັບ​ສູງ​ສຸດ ​ໃນ​ການ​ແຈກ​ລາງວັນ​ປະຈຳ​ປີທີ 72
Golden Globes Awards ຂອງ​ສະມາຄົມ​ວົງ​ການ​ຂ່າວ
​ຕ່າງປະ​ເທດ​ທີ່ Hollywood ​ໃນວັນ​ອາທິດ​ວານ​ນີ້ ທີ່ Bever
ly Hills ລັດ California.

ຮູບ​ເງົາ​ເລື້ອງ Boyhood ​ໄດ້​ຊະນະ​ລາງວັນ ທີ່​ເປັນ​ຟິມຮູບ​
ເງົາ​ທີ່​ດີ​ເດັ່ນ ລາງວັນ​ທີ່​ເປັນ​ຜູ້​ກຳກັບ​ການສະ​ແດງ​ທີ່​ດີ​ເດັ່ນ​
ໄດ້​ແກ່​ທ່ານ Richard Linklater ​ແລະ​ລາງວັນ​ຕົວ​ປະກອບ​
ທີ່​ດີ​ເດັ່ນ ​ໄດ້​ແກ່​ນາງ Patricia Arquette.

​ເລື້ອງ Grand Budapest Hotel ​ໄດ້​ຮັບ​ລາງວັນ Golden Globes ທີ່​ເປັນ​ດົນຕີ​ທີ່​ດີ​ເດັ່ນ ຫຼື​ຟິມຕະຫລົກ ຊະນະ​ພວກ​ຟິມຄູ່​ແຂ່ງ Birdman, Into the Woods, Pride ​ແລະ St. Vincent.

​ສຳລັບ​ລາງວັນ​ທາງ​ໂທລະພາບ​ນັ້ນ ​ເລື້ອງ retail online giant Amazon ​ໄດ້​ຮັບ​ລາງ
ວັນ​ທີ​ນຶ່ງທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ສຳລັບ Golden Globes ໂດຍ​ໄດ້​ຮັບ 2 ລາງວັນ​ສຳລັບ​
ເລື້ອງ​ຕະຫລົກ ​ເລື້ອງ Transparent. ​ເລື້ອງ​ເຫຼົ່າ​ນີ້ ​ແມ່ນ​ສະ​ແດງ​ໂດຍທ່ານ Jeffrey Tambor ນັກສະ​ແດງ​ເກົ່າ ທີ່​ເລົ່າ​ເລື້ອງ​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ປ່ຽນ​ເພດ​ເປັນ​ແມ່ຍິງ ​ແລະເວົ້າ​ເລື້ອງ​ລາຍ​ລະອຽດ​ຕ່າງໆ​ຂອງ​ຄອບຄົວ​ຂອງ​ທ່ານ. ​ເລື້ອງ Transparent ​ໄດ້​ຊະນະ​ລາງວັນ ທີ່​ເປັນ​ເລື້ອງ​ຕະຫລົກ ​ແລະ​ດົນຕີ​ທີ່​ດີ​ເດັ່ນ ​ແລະ​ທ່ານ Tambor ​ໄດ້​ຊະນະ​ລາງ
ວັນ​ທີ່​ເປັນ​ນັກສະ​ແດງ​ທີ່​ດີ​ເດັ່ນ ​ໃນ​ຟິມຮູບ​ເງົາ​ເລື້ອງ​ຕະຫລົກ ​ແລະ​ດົນຕີ​ທີ່​ນຳ​ມາ​ສາຍ​ທາງໂທລະພາບ​.

XS
SM
MD
LG