ພະລາຊີນີ Elizabeth ແຫ່ງອັງກິດ ໄດ້ຊົງຮ້ອງຂໍໃຫ້ຊາວ Scots
ຈົ່ງ “ຄິດໄຕ່ຕອງຢ່າງລະມັດລະວັງທີ່ສຸດ ກ່ຽວກັບອະນາຄົດ”
ກ່ອນການລົງ ປະຊາມະຕິກ່ຽວກັບການແຍກອອກເປັນເອກະລາດ
ຈາກລາຊະອານາ ຈັກອັງກິດ ໃນວັນພະຫັດທີ່ຈະມາເຖິງນີ້.
ນີ້ແມ່ນຄັ້ງທຳອິດທີ່ ພະລາຊີນີ Elizabeth ໄດ້ຊົງສະແດງຄວາມ
ເຫັນອອກມາຢ່າງເປີດເຜີຍ ກ່ຽວກັບການລົງຄະແນນສຽງ ທີ່ອາດ
ຈະເປັນການສ້າງປະຫວັດສາດນັ້ນ.
ບັນດາພວກສະໜັບສະໜຸນເອກະລາດ ພາກັນຮັບເອົາຄຳເວົ້າ
ຂອງພະລາຊີນີ ວ່າເປັນການສະໜັບສະໜຸນຫຼັງພວກເຂົາເຈົ້າ.
ແຕ່ພະລາດຊະວັງ Buckingham ກ່າວວ່າ ພະລາຊີນີບໍ່ເຄີຍເຂົ້າຂ້າງຝ່າຍໃດ ໃນບັນ
ຫາການເມືອງໃດໆ ແລະຈະຕ້ອງຢືນຢູ່ຈຸດກາງພາຍໃຕ້ລັດຖະທຳມະນູນຂອງອັງກິດ.
ນາຍົກລັດຖະມົນຕີ David Cameron ມີແຜນຈະເດີນທາງໄປຢ້ຽມ ຢາມແຄວ້ນ Scotland
ອີກເທື່ອນຶ່ງ ໃນວັນຈັນມື້ນີ້ ເພື່ອຊຸກຍູ້ຊາວ Scots ໃຫ້ອອກສຽງຄັດຄ້ານ. ທ່ານໄດ້ຂໍຮ້ອງ
ພວກເຂົາເຈົ້າໃນອາທິດແລ້ວນີ້ວ່າ ຈົ່ງຢ່າເຮັດໃຫ້ “ທ່ານອົກຫັກ” ແລະ ແບ່ງແຍກຄອບຄົວ
ຂອງບັນດາປະເທດ ອອກຈາກກັນ ທີ່ໄດ້ຍືນຍົງມາເປັນເວລາຫຼາຍກວ່າ 300 ປີ ແລ້ວນັ້ນ.
ຜົນການສຳຫລວດຫາງສຽງ ສະແດງໃຫ້ເຫັນວ່າ ຝ່າຍເຫັນພ້ອມ ແລະ ຝ່າຍຕໍ່ຕ້ານ ເອກະລາດນັ້ນ ແມ່ນເກືອບສະເໝີກັນ.