ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈຳນວນຄົນເສຍຊີວິດ ໃນເຫດລະເບີດ ຢູ່ໂຮງງານຈີນ ເພີ້ມຂຶ້ນເປັນ 69 ຄົນ (ວີດີໂອ)


ພະນັກງານແພດ ກຳລັງນຳສົ່ງຄົນເຈັບຄົນນຶ່ງ ໄປຍັງ ໂຮງໝໍ ຫຼັງຈາກໂຮງງານແຫ່ງນຶ່ງ ລະເບີດ ຢູ່ໃນເມືອງ Kunshan ແຂວງ Jiangsu ປະເທດຈີນ ເມື່ອ ວັນທີ 2 ສິງຫາ 2014.
ພະນັກງານແພດ ກຳລັງນຳສົ່ງຄົນເຈັບຄົນນຶ່ງ ໄປຍັງ ໂຮງໝໍ ຫຼັງຈາກໂຮງງານແຫ່ງນຶ່ງ ລະເບີດ ຢູ່ໃນເມືອງ Kunshan ແຂວງ Jiangsu ປະເທດຈີນ ເມື່ອ ວັນທີ 2 ສິງຫາ 2014.

ບັນດາ​ເຈົ້າໜ້າ​ທີ່​ຈີນ ​ກ່າວວ່າ ຈຳນວນ​ຄົນ​ທີ່​ເສຍ​ຊີວິດ
ຍ້ອນ​ເຫດ​ລະ​ເບີດ​ຢູ່​ໂຮງງານ ​ໃນ​ເມືອງ Kushan ຢູ່ພາກ
​ຕາ​ເວັນ​ອອກ​ຂອງ​ຈີນ ​ໄດ້​ເພີ້​ມຂຶ້ນ​ເປັນ 69 ຄົນ ພ້ອມ​ກັບ
​ເກືອບ 200 ຄົນ​ໄດ້​ຮັບ​ບາດ​ເຈັບ ຊຶ່ງສ່ວນ​ໃຫຍ່​ແມ່ນ​ຖືກ​
ໄຟ​ລວກ ຢ່າງ​ສາຫັດ.

ທາງ​ການ​ກ່າວ​ວ່າ ​ເຫດລະ​ເບີດເກີດ​ຂຶ້ນ​ ​ໃນເວລາ 7 ​ໂມງ​ເຄິ່ງ
ຕອນ​ເຊົ້າ​ ຂອງວັນ​ເສົາ​ວານນີ້ ​ໃນເວ​ລານັ້ນ​ ມີ​ພະນັກງານຫຼາຍ
ກວ່າ 200 ຄົນ ຢູ່ໃນ​ໂຮງງານ​ແຫ່ງ​ນຶ່ງຂອງບໍລິສັດ​ໄຕ້​ຫວັນ ທີ່​
ຜະລິດ​ກອບ​ຕີນລົດ​ ​ໃຫ້​ບັນດາ​ບໍລິສັດ​ຜະລິດ​ລົດ​ສະຫະລັດ​.

ການ​ສືບສວນ​ສອບ​ສວນຂັ້ນຕົ້ນ ​ໄດ້ສະ​ແດງ​ໃຫ້​ເຫັນວ່າ ​ເຫດລະ​ເບີດ ອາດ​ໄດ້ເກີດຂຶ້ນ
ເວລາຂີ້​ຝຸ່ນ​ຢູ່ໃນ​ຫ້ອງນຶ່ງ ທີ່​ປິດ​ອ້ອມ​ໄວ້ ​ໄດ້ຖືກ ປະກາຍ​ໄຟ ຫຼື​ແປວໄຟ.

ອຳນາດ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ເມືອງ ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫລງ ຂ່າວວ່າ ​ເຈົ້າ​ໜ້າ​ທີ່​
ຂອງ​ບໍລິສັດ 2 ຄົນ ​ໄດ້ຖືກ​ທາງ​ການ​ກັກ​ຕົວໄວ້ ​ແຕ່​ບໍ່​ໄດ້​ເປີດ​ເຜີຍຊື່​ສຽງຂອງ​ພວກ​ກ່ຽວ.

CHINA BLAST UPD VO
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG