ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ Cho ​ອະດີດ ຜູ້ບໍລິຫານ ສາຍ​ການບິນ​ເກົາຫລີ ​​ຖືກ​ຈັບ ​


ທ່ານນາງ Cho Hyun-ah ອະດີດ ຮອງປະທານ ສາຍການບິນ ເກົາຫລີ ໄປເຖິງຫ້ອງການໄອຍະການ ທີ່ນະຄອນຫຼວງໂຊລ.
ທ່ານນາງ Cho Hyun-ah ອະດີດ ຮອງປະທານ ສາຍການບິນ ເກົາຫລີ ໄປເຖິງຫ້ອງການໄອຍະການ ທີ່ນະຄອນຫຼວງໂຊລ.

ເຈົ້າ​ໜ້າ​ທີ່​ເກົາຫຼີ​ໃຕ້ ​ໄດ້​ຈັບ​ອະດີດຜູ້ບໍລິຫານສາຍ​ການບິນ
ຊຶ່ງ​ເປັນ​ຜູ້​ທີ່​ໄດ້ກໍ່ໃຫ້ເກີດການຕຳໜິ​ຕິຕຽນ​ຢ່າງ​ຮ້າຍ​ແຮງ
ຍ້ອນວິ​ທີການທີ່ນາງຮ້າຍ ພະນັກງານ​ສາຍການ​ບິນ ​ທີ່ເສີ​ບ
ໝາກຖົ່ວ​ macadamia ​ໃຫ້​ແກ່​ນາງ.

ທ່ານ​ນາງ Heather Cho ​ທີ່​ເປັນ​ລູກສາວ ຫົວໜ້າ​ບໍລິຫານ
ສາຍ​ການບິນ​ເກົາຫລີ ໄດ້​ຖືກ​ຈັບ​ໄປ​ກັກ​ຂັງ ​ໃນ​ວັນ​ພຸດ​ມື້​ນີ້ ​ທີ່
​ນະຄອນ​ໂຊ​ລ ໃນ​ຂໍ້​ກ່າວຫາລະເມີດ​ຄວາມ​ປອດ​ໄພ​ການບິນ.

​ໃນ​ວັນ​ທີ 5 ​ເດືອນ​ທັນວາ ທ່ານ​ນາງ Cho​ ໄດ້​ບັງ​ຄັບ​ໃຫ້​ເຮືອບິນ
​ກັບ​ຄືນ​ໄປຍັງ​ປະຕູຈອດ ​ໃນ​ນະຄອນ​ນິວຢອກ ​ເພື່ອ​ຍ້າຍ​ພະນັກງານ​ສາຍ​ການບິນ​ ທີ່ບໍລິ ການ​ນາງ ​ອອກ​ໄປ ຍ້ອນຜູ້ກ່ຽວ​ເສີ​ບໝາກຖົ່ວ​ macadamia ​ທີ່ຢູ່​ໃນ​ຖົງໃຫ້ນາງ ​ແທນ​ທີ່
ຈະ​ໃ​ສ່ຈານມາ​ໃຫ້​ຢ່າງ​ດີ.

ຍັງມີລາຍງານວ່າ ນອກນັ້ນ ນາງໄດ້​ບັງຄັບໃຫ້ພະນັກງານ​ການບິນຄົນນັ້ນ ຄູ້​ເຂົ່າ​ລົງ​ຢູ່​ຕໍ່ໜ້ານາງຢູ່​ເທິງ​ເຮືອບິນ ​ແລະ​ເອົາແຈແຫລມໆ​ຂອງ​ປື້​ມຊີ້ແຈງການບິນ​ ຕີ​ຫລັງມືພະນັກ ງານ​ການບິນ ຊຳ້ແລ້ວ​ຊຳ້ອີກ.

ຊາວ​ເກົາຫລີ​ຈຳນວນ​ນຶ່ງ ມອງ​ເຫັນທ່ານ​ນາງ Cho ​ອາຍຸ 40 ປີ​ວ່າ ​ເປັນ “​ເຈົ້າ​ຍິງ” ບໍລິ
ຫານ​ບໍລິສັດ ​ທີ່​ເອົາແຕ່ໃຈໂຕເອງ ແລະ​ບັນດາ​ສື່​ມວນ​ຊົນ​ເວົ້າ​ເຖິງຄວາມ​ປະພຶດ​ຂອງ​ນາງ​ ວ່າເປັນ​ເຫດການ "​ບ້າໝາກຖົ່ວ.”

ທ່ານ​ນາງ Cho ​ໄດ້​ຂໍ​ຂະ​ມາ​ໂທດ ​ແລະ​ລາ​ອອກ​ຈາກ​ໜ້າ​ທີ່​ ຮອງ​ປະທານສາຍການບິນ
​ເກົາຫລີ. ທ່າ​ນນາງ​ຍັງ​ບໍ່​ທັນ​ໄດ້​ຖືກ​ກ່າວ​ຫາ​ໃນ​ຄວາມ​ຜິດ ​ແຕ່​ປະ​ເຊີ​ນໜ້າ​ກັບຄວາມ​ເປັນ
​ໄປ​ໄດ້ໃນການ​ຖືກກ່າວ​ຫາ ກໍ່ຄວາມຮຸນແຮງເທິງຖ້ຽວບິນ ​ແລະ​ປ່ຽນ​ແປງ​ເສັ້ນທາງ​ບິນ.

ສານ​ຂອງ​ນະຄອນ​ໂຊ​ລ​ແຫ່ງ​ນຶ່ງ ​ໄດ້​ພິຈາລະນາ​ວ່າ ທ່ານ​ນາງ Cho ສົມຄວນ​ຖື​ກກັກ​ໂຕ
​ໄວ້ ​ຈົນ​ກວ່າ​ມີການລົງຄວາມເຫັນວ່າ ຈະ​ກ່າວຫານາງໃນຂໍ້ຫາໃດ ​ແລະ​ກ່າວ​ວ່າ ​ມີ​ຄວາມ
ສ່ຽງທີ່ວ່າ ທ່ານ​ນາງ​ອາດ​ຈະ​ຫລົບໜີ ຫລື​ທຳລາຍ​ຫລັກ​ຖານ.

​ເຈົ້າ​ໜ້າ​ທີ່​ສາຍ​ການບິນ​ເກົາຫລີ​ອີກ​ຄົນ​ນຶ່ງ ​ໄດ້​ຖືກ​ກັກ​ໄວ້​ໃນ​ຂໍ້ຫາ ພະຍາຍາມປົກ​ປິດ
​ເຫດການ​ດັ່ງ​ກ່າວ.

SOKOR NUTRAGE VO
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG