ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຫົວຮຸນແຮງ ອີຈິບ ສະແດງຄວາມ ຈົງຮັກພັກດີ ຕໍ່ກຸ່ມ ລັດອິສລາມ


ຮູບພາບນາຍ Abu Bakr al-Baghdadi ທີ່ໄດ້ຈາກພາບວີດີໂອ, ທີ່ວ່າເປັນ ຜູ້ນຳກຸ່ມລັດອິສລາມ ທີ່ສະແດງໃຫ້ເຫັນທີ່ເມືອງ Mosul ວັນທີ 5 ກໍລະກົດ 2014.
ຮູບພາບນາຍ Abu Bakr al-Baghdadi ທີ່ໄດ້ຈາກພາບວີດີໂອ, ທີ່ວ່າເປັນ ຜູ້ນຳກຸ່ມລັດອິສລາມ ທີ່ສະແດງໃຫ້ເຫັນທີ່ເມືອງ Mosul ວັນທີ 5 ກໍລະກົດ 2014.

ຜູ້ນຳ​ກຸ່ມ​ລັດ​ອິສລາມ ​ໄດ້​ຊະນະ​ຄວາມ​ຈົງ​ຮັກ​ພັກດີ​ຈາກ​ກຸ່ມ​ຫົວ
ຮຸນ​ແຮງ​ທີ່​ອັນຕະລາຍ​ທີ່ສຸດເຖິງ​ຕາຍຈາກ​ອີ​ຈິບ. ກຸ່ມ Ansaar
Beit al-Maqdis ໃຫ້​ຄຳ​ໝັ້ນ​ສັນ​ສາ​ຄວາ​ມຈົງ​ຮັກ​ພັກດີ​ຂອງ​
ຕົນ​ໃນ​ວັນ​ຈັນມື້​ນີ້ ຕໍ່​ນາຍ Abu Bakr al-Baghdadi.

ກຸ່ມ​ຫົວ​ຮຸນ​ແຮງ​ສາສະໜາ​ອິສລາມ​ອີ​ຈິບ ປະກາດ​ການ​ສະໜັບ
ສະໜຸນຂອງ​ພວກ​ເຂົາ​ໃຫ້​ຮູ້​ຢູ່​ໃນ​ລາຍ​ງານ​ຂ່າວ Twitter ບ່ອນ​
ທີ່​ພວກ​ເຂົາ​ອ້າງ​ຊື່​ນາຍ Baghdadi ​ເປັນ​ “ຜູ້ນຳ​ສາສະໜາ​ອິສ
ລາມ”
​ແລະ​ຮຽກຮ້ອງ​ໃຫ້​ຊາວ​ມຸສລິ​ມອືນໆ​ໃຫ້ການ​ສະໜັບສະ​
ໜຸນ​ຜູ້ກ່ຽວ.

ບັນດາ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ອີຣັກ ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ນາຍ Bagh
dadi ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ ​ແຕ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະ
ລັດ ກ່າວ​ວ່າ ຕົນ​ບໍ່​ມີ​ຂ່າວ​ໃດໆ​ກ່ຽວ​ກັບ​ເລື້ອງ​ນີ້.

ທ່ານ Khalid al-Ubaydi ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອີຣັກ ​ໄດ້​ລົງ​ຂ່າວ​ຢູ່​ໃນ Face
book ຂອງ​ທ່ານ​ທີ່ມີ​ຈຸ​ດມຸ້ງ​ຫມາຍ ​ໂດຍ​ຢືນຢັນ​ວ່າ ນາຍ Baghdadi ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ​ໃນ​ວັນ​ສຸກ​ອາທິດ​ຜ່ານ​ມາ ​ໃນ​ເມືອງ Mosul ທາງ​ພາກ​ເຮືອ​ຂອງ​ອີຣັກນັ້ນ. ກະຊວງ​ພາຍ​ໃນ​ຂອງ​ອີຣັກ ​ໄດ້​ຢຶນຢັນຂ່າວ​ນີ້​ເຊັ່ນ​ກັນຕໍ່ອົງ
ການ​ຂ່າວ AP. ລາຍ​ງານ​ຂ່າວ​ອື່ນໆ ອ້າງ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ໄດ້​ສັງຫານ​ຜູ້​ຊ່ອຍ​ວຽກ​ໃກ້ຊິດ​ຄົນ​ນຶ່ງ​ຂອງ​ນາຍ Baghdadi ນັ້ນ.

​ໃນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ນາຍ​ທະຫານ​ຂັ້ງ​ສູງ​ຂອງ​ອັງກິດ​ທ່ານ​ນຶ່ງ ​ເຕືອນ​ວ່າ ​ເຖິງ
​ແມ່ນ​ລາຍ​ງານ​ຂ່າວ​ນີ້​ເປັນຄວາມ​ຈິງກໍ​ຕາມ ກຸ່ມ​ລັດ​ອິສລາມ ຈະ​ແຕ່ງ​ຕັ້ງ​ຜູ້ນຳ​ໃໝ່​
ຂອງ​ຕົນ​ຂຶ້ນ​ມາ​ອີກ. ທ່ານ Nick Houghton ຫົວໜ້າ​ເສນາ​ທິການ​ຝ່າຍ​ປ້ອງ​ກັນ​ອັງ
ກິດ ກ່າວ​ວ່າ ​ເຖິງ​ແມ່ນ​ນາຍ Baghdadi ​ເສຍ​ຊີວິດ​ກໍ​ຕາມ ​ແຕ່​ທ່ານ​ກໍ​ຈະ​ບໍ່​ຟ້າວ​ຟັ່ງ
ທີ່​ຈະ​ລົງ​ຄວາມ​ເຫັນ​ວ່າ ມັນ​ຈະ​ເປັນ​ໂສກ​ນາຕະ​ກຳ​ທາງ​ດ້ານ​ຍຸດ​ທະ​ສາດ​ທີ່​ຕ່າວ​ປີ້ນສຳ
ລັບ​ພວກ​ກະບົດ.

XS
SM
MD
LG