ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານສູງຂອງອີຈິບ ຕ່າວປີ້ນ ຄຳຕັດສິນ ຈຳຄຸກ ຕະຫຼອດຊີວິດ ຕໍ່ທ່ານ Morsi

ອະດີດປະທານາທິບໍດີຂອງອີຈິບ ທ່ານ Mohammed Morsi, ໃສ່ສຸດສີແດງຂອງພວກນັກໂທດ ທີ່ຖືກຕັດສິນປະຫານຊີວິດ, ຍົກມືສອງກ້ຳຂຶ້ນ ຢູ່ໃນຫ້ອງຄຸມຂັງຊົ່ວຄາວຂອງສານ ຢູ່ກົມຕຳຫຼວດແຫ່ງຊາດ ທາງພາກຕາເວັນອອກ ຂອງ ນະຄອນຫຼວງ Cairo.
ອະດີດປະທານາທິບໍດີຂອງອີຈິບ ທ່ານ Mohammed Morsi, ໃສ່ສຸດສີແດງຂອງພວກນັກໂທດ ທີ່ຖືກຕັດສິນປະຫານຊີວິດ, ຍົກມືສອງກ້ຳຂຶ້ນ ຢູ່ໃນຫ້ອງຄຸມຂັງຊົ່ວຄາວຂອງສານ ຢູ່ກົມຕຳຫຼວດແຫ່ງຊາດ ທາງພາກຕາເວັນອອກ ຂອງ ນະຄອນຫຼວງ Cairo.

ໃນວັນອັງຄານມື້ນີ້ ສານສູງຂອງອີຈິບ ໄດ້ຕ່າວປີ້ນ ຄຳຕັດສິນລົງໂທດຈຳຄຸກຕະຫຼອດ ຊີວິດ ຕໍ່ທ່ານ Mohamed Morsi ອະດີດປະທານາທິບໍດີ ຜູ້ທີ່ຖືກໂຄ່ນລົ້ມ ອອກຈາກ ຕຳແໜ່ງ ຂອງພັກພະລາດອນພາບມຸສລິມ ແລະ ໄດ້ສັ່ງໃຫ້ເປີດການດຳເນີນຄະດີຄືນ ໃໝ່ໃນກໍລະນີກ່ຽວກັບເລື່ອງທີ່ວົນວຽນໃນການກ່າວຫາວ່າ ເປັນສາຍລັບໃຫ້ແກ່ກຸ່ມຫົວ ຮຸນແຮງ Hamas ຂອງປາແລສໄຕນ໌.

ບັນດາຜູ້ສະໜັບສະໜູນ ອະດີດປະທານາທິບໍດີ ຜູ້ຖືກໂຄ່ນລົ້ມ ທີ່ນັບຖືສາສະໜາອິສລາມ ທ່ານ Mohamed Morsi, ຮ້ອງໂຮຄຳຂວັນ ແລະ ຊູຮູບຂອງທ່ານ Morsi ພາຍຫຼັງທີ່ພັກພະລາດອນພາບ ມູສລິມ ຮຽກຮ້ອງໃຫ້ບັນດາຜູ້ສະໜັບສະໜູນຂອງຕົນ ອອກມາເດີນຂະບວນ ເນື່ອງໃນວັນຄົບຮອບ ການລຸກຮືຂຶ້ນ ຂອງປີ 2011 ໃນນະຄອນ Cairo, ປະເທດອີຈິບ.

ເມື່ອສັບປະດາແລ້ວນີ້ ສານດັ່ງກ່າວໄດ້ຕ່າວປີ້ນ ຄຳຕັດສິນໂທດ ປະຫານຊີວິດ ຕໍ່ທ່ານ Morsi ໃນກໍລະນີອີກຕ່າງຫາກ ຊຶ່ງໝາຍຄວາມວ່າ ທ່ານຈະບໍ່ປະເຊີນໜ້າກັບການປະ ຫານຊີວິດອີກຕໍ່ໄປ.

ທ່ານ Morsi ປະທານາທິບໍດີ ຜູ້ທີ່ໄດ້ຖືກເລືອກຢ່າງເປັນປະຊາທິປະໄຕ ຫຼັງຈາກ
ເກີດການລຸກຮືຂຶ້ນ ເມື່ອປີ 2011 ໄດ້ຖືກໂຄ່ນລົ້ມ ໃນກາງປີ 2013 ໂດຍ ທ່ານ Abdel
Fattah al-Sissi ຫຼັງຈາກມີການເດີນປະທ້ວງຄັ້ງໃຫຍ່ຕໍ່ຕ້ານການປົກຄອງຂອງ
ທ່ານ Morsi ແລະ ໄດ້ຖືກຈັບກຸ່ມໃນທັນທີທັນໃດ.

ທ່ານ Morsi ແມ່ນຍັງຕິດຢູ່ໃນຄຸກ ສຳລັບການຕັດສິນວ່າມີຄວາມຜິດ ໃນຄະດີອີກ ຕ່າງຫາກ ຖານເປັນສາຍລັບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG