ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາ​ວ​ໄລ​ບີ​ເຣຍ ທີ່ຕິດເຊື້ອ ​ອີ​ໂບລາ ຢູ່​​​ລັດເທັກ​ຊັສ ​ມີອາການໜັກ ຂັ້ນ “ກຳລັງ​ຕໍ່ສູ້​ເພື່ອ​​ຊີວິດ”


ດ້ານໜ້າຂອງໂຮງໝໍ Texas Health Presbyterian ທີ່ຕັ້ງຢູ່ ນະຄອນ Dallas ລັດ Texas, ວັນທີ 4 ຕຸລາ 2014.
ດ້ານໜ້າຂອງໂຮງໝໍ Texas Health Presbyterian ທີ່ຕັ້ງຢູ່ ນະຄອນ Dallas ລັດ Texas, ວັນທີ 4 ຕຸລາ 2014.

ເຈົ້າໜ້າ​ທີ່​ສາທາ​ລະນະ​ສຸກ ​ລະດັບ​ສູງ​ທ່ານ​ນຶ່ງຂອງ​ສະຫະລັດ
ກ່າວ​ວ່າ ຜູ້​ປ່ວຍ​ຍ້ອນ​ພະຍາດ​ອີ​ໂບລາຊາ​ວ​ໄລ​ບີ​ເຣຍ ຢູ່​ລັດ
ເທັກ​ຊັສ ​ແມ່ນ “ກຳລັງ​ຕໍ່ສູ້​ເພື່ອຊີວິດ” ຢູ່ທີ່​ໂຮງໝໍແຫ່ງ​ນຶ່ງ
ໃນ​ນະຄອນ Dallas.

ດຣ Thomas Frieden ​ແຫ່ງ​ສູນ​ຄວບ​ຄຸມພະ​ຍາດ ຫຼື CDC
ຂອງ​ສະຫະລັດ ​ໄດ້​ບອກ​ຕໍ່ໂທລະພາບ​ CNN ​ເມື່ອ​ວັນ​ອາທິດ
​ວານ​ນີ້ວ່າ ການ​ຊອກ​ຫາ​ທຸກໆ​ຄົນ ​ຜູ້​ທີ່​ໄດ້​ສຳ​ພັດ​ກັບ ຄົນ​ປ່ວຍ
ທ້າວ Thomas Eric Duncan ນັ້ນ ຈະ​ຊ່ວຍ​ຍຸດຕິ ​ການ​ແຜ່​ລາມ​
ຂອງ​ເຊື້ອ​ອີ​ໂບລາ​ໄດ້.

ທ່ານ​ໝໍ​ໄດ້​ກ່າວ​ອີກ​ວ່າ ນັ້ນ​ແມ່ນ​ເຫດຜົນ ທີ່​ທ່ານໝັ້ນ​ໃຈ​ວ່າ​ຈະ​ບໍ່​ມີ​ການລະບາດເກີດ​ຂຶ້ນ​ຢູ່ໃນ​ສະຫະລັດ. ​ແຕ່​ທ່ານກ່າວວ່າ ​ບັນດາເຈົ້າໜ້າ​ທີ່ສະຫະລັດ ​ແມ່ນ​ມີ​ຄວາ​ມກັງວົນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບສິ່ງ​ທີ່​ເກີດ​ຂຶ້ນ ຢູ່​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ບ່ອນ​ທີ່​ທ່ານ​ກ່າວ​ວ່າ ຖ້າ​ປ່ອຍ​ໃຫ້​ພະຍາດ​ລະບາດ​ຢູ່ຕໍ່​ໄປ​ດົນ​ເທົ່າ​ໃດ ມັນ​ອາດ​ຈະ​ແຜ່​ລາມ​ອອກ​ໄປ​ປະ​ເທດ​ອື່ນໆ ຫຼາຍຂຶ້ນອີກ.

ອາການ​ຂອງ​ທ້າວ Duncan ໄດ້​ຊຸດ​ລົງ ໃນ​ວັນ​ເສົາ​ຜ່ານ​ມາ ຈາກຮ້າຍ​ແຮງ ​ໄປເປັນຂັ້ນ
ອັນຕະລາຍ. ລາວ​ໄດ້​ຖືກ​ວິນິດ​ໄສ​ວ່າ ຕິດ​ເຊື້ອອີ​ໂບລາ 4 ມື້ ຫຼັງຈາກເດີນທາງກັບ​ຄືນ​ມາ​
ສະຫະລັດ ເມື່ອ​ວັນທີ 20 ກັນຍາ ຈາກ ປະ​ເທດ​ໄລ​ບີ​ເຣຍ.

ນາຍແພດແຈ້ງໃຫ້ຊາບ ກ່ຽວກັບອາການຂອງທ້າວ Thomas Eric Duncan:

US EBOLA SOTVO
please wait
Embed

No media source currently available

0:00 0:01:20 0:00

ບັນດາເຈົ້າໜ້າ​ທີ່ລັດເທັກ​ຊັສ ​ແລະລັດຖະບານ​ກາງ​ສະຫະລັດ ​ເ​ຊື່​ອວ່າ ລາວ​ໄດ້​ສຳ​ພັດ​ ໂດຍ​ກົງ ຫຼືບໍ່​ໂດຍ​ກົງ ກັບ​ຄົນ ​ຫຼາຍອາດ​ຮອດ 100 ຄົນກໍ​ໄດ້ ​ແຕ່​ພວກ​ຄົນ​ເຫຼົ່ານັ້ນ ບໍ່​ໄດ້​ສະແດງ​ອາການ​ໃດໆ​ເລີ​ຍ.

ອີ ​ໂບ​ລາ ​ໄດ້​ສັງຫານ​ປະມານ 3,500 ຄົນ​ແລ້ວ ຢູ່​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ນັບ​ຕັ້ງ​ແຕ່​ພະຍາດ​ດັ່ງກ່າວໄດ້ເລີ້ມລະບາດຂຶ້ນ ເມື່ອ​ປີ​ແລ້ວ​ນີ້. ປະ​ເທດ ກີ​ນີ ​ໄລ​ບີ​ເຣຍ ​ແລະ ຊີ​ແອ​ຣາ ລີ​ອອນ ​ແມ່ນ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງກ່ວາ​ໝູ່.

ເຈົ້າໜ້າທີ່ສະຫະລັດ ໃຫ້ຄວາມໝັ້ນໃຈວ່າ ອີໂບລາຈະບໍ່ລະບາດ ຢູ່ໃນສະຫະລັດ:

US Officials: Ebola Outbreak in US 'Extraordinarily Unlikely'
please wait

No media source currently available

0:00 0:02:22 0:00

XS
SM
MD
LG