ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ ສປຊ ປະນາມ ການຂ້າຄຸນພໍ່ ຄາໂທລິກ ໃນຊີເຣຍ (ສະໄລດ໌)


ຮູບພາບຄຸນພໍ່ Francis Van Der Lugt ທີ່ຖືກຍິງຕາຍທີ່ເມືອງ Homs, ຊີເຣຍ. ວັນທີ 7 ເມສາ 2014
ຮູບພາບຄຸນພໍ່ Francis Van Der Lugt ທີ່ຖືກຍິງຕາຍທີ່ເມືອງ Homs, ຊີເຣຍ. ວັນທີ 7 ເມສາ 2014
ເລຂາທິການ​ໃຫຍ່​ ສະຫະ​ປະຊາຊດ ທ່ານ​ພັນ​ກີ​ມູນ ກ່າວ
​ປະນາມ​ການ​ເຂັ່ນຂ້າຄຸນ​ພໍ່ອົງ​ນຶ່ງ​ຈາກ​ Holland ຢູ່​ເມືອງ
Homs ທີ່​ຖືກ​ປິດ​ລ້ອມ ໃນ​ຊີ​ເຣຍ ​ໂດຍ ເອີ້ນ​ການ​ຍິງ​ຄຸນ
​ພໍ່ອົງນີ້ຕາ​ຍ​ວ່າ ​ເປັນ “​ພຶດຕິ​ກຳ​ກໍ່ຄວາມຮຸນແຮງທີ່ໄຮ້​ມະ
ນຸດສະທຳ."

ຄຸນ​ພໍ່ Frans Van Der Lugt ​ໄວ 75 ປີ ​ໄດ້​ອາ​ໄສ​ຢູ່​ໃນ
​ຊີ​ເຣຍມາ​ເປັນ​ເວລາ ຫຼາຍ​ທົດ​ສະ​ວັດ ​ແລະ​ບໍ່​ຍອມ​ໜີ​ອອກ​
ຈາກ​ເມືອງ ​Homs ເຖິງ​ແມ່ນ​ມີ​ການສູ້​ລົບ​ກັນ​ມາ​ຢ່າງຮ້າຍ
​ແຮງ​ຢູ່​ທີ່​ນັ້ນ​ມາດົນກວ່ານຶ່ງປີແລ້ວກໍ​ຕາມ.

ໂຄສົກ​ປະຈຳ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດກ່າວ​ວ່າ ການ​ເຂັ່ນຂ້າ​ດັ່ງກ່າວ ​ເນັ້ນໃຫ້ເຫັນ​ເຖິງ​ຄວາມ​ຕ້ອງການ​ຢ່າງ​ສຸກ​ເສີນ ​ເພື່ອ​ປົກ​ປ້ອງ​ພວກ​ພົນລະ​ເຮືອນ
​ແລະທ່ານ​ພັນ​ກີ​ມູນຮຽກຮ້ອງ​ໄປ​ຍັງ​ທຸກ​ພັກ​ຝ່າຍ​ໃນ​ຊີ​ເຣຍ​ໃຫ້​ຮັບປະກັນ​ວ່າ ຄົນ ​
ໃນ​ທຸກໆ​ສາສະໜາ​ ແລະ​ຊົນ​ກຸ່ມ​ນ້ອຍຕ່າງໆ ​ໄດ້​ຮັບ​ການ​ປົກປ້ອງຄຸ້ມຄອງ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ມື​ປືນ​ຄົນ​ນຶ່ງ ທີ່ບໍ່​ຊາບຊື່ ​ໄດ້​ເຂົ້າ​ໄປ​ໃນ​ໂບດ​ຂອງ
ຄຸນ​ພໍ່ Van Der Lugt ​ໃນ​ວັນ​ຈັນ​ວານ​ນີ້ ແລ້​ວນຳ​ໂຕ​ເພິ່ນອອກ​ໄປ​ທີ່ສວນ​ແລ້ວ​
ກໍ​ຍິງ​ເພິ່ນທີ່ຫົວ. ພວກ​ທີ່​ເຫັນ​ເຫດການດັ່ງກ່າວ​ເວົ້າ​ຕື່ມ​ວ່າ ປາກົດ​ວ່າ ຄຸນ​ພໍ່​ອົງ​ນີ້
​ໄດ້​ເປັນ​ເປົ້າ​ໝາຍ​ໂດຍ​ກົງ​ຂອງ​ມື​ປືນ.

ທ່ານ​ນາງ jen Psaki ​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​
ວ່າ ສະຫລັດ ມີ “ຄວາມ​ໂສກ​ເສົ້າ” ​ເມື່ອ​ໄດ້​ຍິນ​ຂ່າວ​ການ​ຕາຍ​ຂອງ​ຄຸນ​ພໍ່ Van
Der Lugt . ທ່ານ​ນາງ Psaki ກ່າວ​ຕໍ່​ໄປ​ວ່າ ຄຸນ​ພໍ່​ອົງ​ນີ້ ​ໄດ້​ເຮັດ​ວຽກ​ມາ​ເພື່ອ
ຊ່ອຍບັນ​ເທົາ​ຄວາມ​ເຈັບ​ປວດ​ລົງໃນ​ເມືອງ Homs ນັ້ນ. ​ໂຄສົກ​ທ່ານ​ນີ້​ຍັງ​ກ່າວ
ຕື່ມ​ວ່າ ສະຫະລັດ​ໄດ້​ປະນາມ​ການ​ຂົ່ມຂູ່​ຕ່າງໆ​ ທີ່​ຍັງດຳ​ເນີນສືບ​ຕໍ່​ມາ ຕໍ່ຊາວ
​ຄຣິສຕຽນ​ໃນ​ຊີ​ເຣຍນັ້ນ​ເຊັ່ນ​ກັນ.

XS
SM
MD
LG