ອົງການໆບິນສະຫະລັດ ປະກາດຫ້າມ ບັນດາສາຍການບິນ
ຂອງສະ ຫະລັດ ບໍ່ໃຫ້ບິນໄປຍັງເດີ່ນເຮືອບິນສາກົນຂອງ
ອິສຣາແອລ ຢູ່ນະຄອນ Tel Aviv ໃນລະຍະຢ່າງໜ້ອຍ 24
ຊົ່ວໂມງ ຫຼັງຈາກກຸ່ມຫົວຮຸນແຮງ ຮາມັສ ໄດ້ຍິງຈະຫຼວດຈາກ
ເຂດ Gaza ໄປຕົກໃສ່ ໃກ້ໆກັບເດີ່ນເຮືອ ບິນ. ບັນດາສາຍ
ການບິນຂອງຢູໂຣບ ໄດ້ຍົກເລີກຖ້ຽວບິນຕ່າງໆຂອງ ຕົນຢ່າງ
ໄວວາ ເຊັ່ນດຽວກັນ.
ສາຍການບິນສະຫະລັດ 3 ສາຍການບິນ ໄດ້ງົດຖ້ຽວບິນຂອງ
ຕົນ ໃນວັນອັງຄານວານນີ້ ຫຼັງຈາກໄດ້ຍິນຂ່າວກ່ຽວກັບ
ຈະຫລວດລູກນຶ່ງໄດ້ຕົກຢູ່ປະມານ 1.6 ກິໂລແມັດ ຫ່າງຈາກ
ເດີ່ນເຮືອບິນ Ben Gurion. ໃນ ຂັ້ນຕົ້ນ ສະຫະລັດ ກ່າວວ່າ ຕົນບໍ່ໄດ້ປະກາດ ອອກຂໍ້
ຈຳກັດໃດໆ ແຕ່ຕໍ່ມາອົງການຄຸ້ມຄອງການບິນແຫ່ງຊາດ ກໍມີຄຳສັ່ງຫ້າມ ແລະກ່າວວ່າ
ຕົນຈະສືບຕໍ່ຕິດຕາມເບິ່ງສະຖານະການ.
ສາຍການບິນ Delta Air Lines ກ່າວວ່າ ຕົນໄດ້ງົດຖ້ຽວບິນ
ໄປຍັງ Tel Aviv ທັງໝົດຢ່າງບໍ່ມີກຳນົດ. ສາຍການບິນດັ່ງກ່າວ
ໄດ້ຫັນປ່ຽນທິດທາງ ຖ້ຽວບິນນຶ່ງຈາກ New York ຫາ Tel Aviv
ໄປນະຄອນ ຫລວງ Paris ຫຼັງຈາກທີ່ໄດ້ຍິນຂ່າວ ກ່ຽວກັບການ
ໂຈມຕີດັ່ງກ່າວ.
ສາຍການບິນ U.S. Airway ຊຶ່ງບິນຈາກນະຄອນ Philadelphia
ລັດ Pensylvania ໄປຫາ Tel Aviv ໄດ້ງົດຖ້ຽວບິນຂອງຕົນໃນ
ວັນອັງຄານວານນີ້ເຊັ່ນກັນ ໃນຂະນະທີ່ ສາຍການບິນ United
Airlines ໄດ້ງົດຖ້ຽວບິນຈາກເມືອງ Newark ລັດ New Jersey ໄປຫາ Tel Aviv
ທັງໝົດຢ່າງ ບໍ່ມີກຳນົດ.
ສາຍ ການບິນ KLM ຂອງ ເນເທີແລນ ໄດ້ງົດຖ້ຽວບິນຂອງຕົນ ຈາກ ນະຄອນ Amsterdam ໃນຂະນະທີ່ສາຍການບິນ Air France ແລະ Lufthansa ຂອງເຢຍຣະມັນ ຍັງໄດ້ງົດຖ້ຽວບິນໄປ Tel Aviv ຂອງຕົນເຊັ່ນກັນ.
ຕຳຫລວດອິສຣາ ແອລ ກ່າວວ່າ ການໂຈມຕີດ້ວຍຈະຫລວດຂອງກຸ່ມຮາມັສ ໄດ້ທຳຄວາມ ເສຍຫາຍແກ່ເຮືອນຫລັງນຶ່ງ ແລະ ເຮັດໃຫ້ຄົນອິສຣາແອລຄົນນຶ່ງ ບາດເຈັບເຫຼັກນ້ອຍ.