ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂຄລອມເບຍ ຊະນະ ລາງວັນ ໂນແບລ ຂະແໜງສັນຕິພາບ ປີ 2016


Colombian President Wins Nobel Peace Prize
please wait

No media source currently available

0:00 0:01:52 0:00

ປະທານາທິບໍດີໂຄລອມເບຍ ທ່ານ Juan Manuel Santos ເປັນ​ຜູ້​ຊະນະລາງວັນ​ໂນ ​ແບ​ລຂະ​ແໜງ​ສັນຕິພາບ ປີ 2016 ​ໃນ​ການ​ດຳ​ເນີນ ຄວາມ​ພະຍາຍາມ​ຂອງ​ທ່ານ ​ເພື່ອ ​ເຮັດ​ໃຫ້​ສົງຄາມ​ກາງ​ເມືອງທີ່​ດຳ​ເນີນ​ມາ​ເປັນ​ເວລາຫ້າ​ທົດ​ສະ​ວັດກວ່າໆ ຊຶ່ງ​ເປັນ​ບັນຫາ​ ຂັດ​ແຍ້​ງທີ່​ດົນ​ນານ​ທີ່​ສຸດ​ໃນ​ຊີກ​ໂລກ​ຕາ​ເວັນຕົກ ​ກັບ​ພວກ​ກະບົດ​ມາກ​ຊິ​ສ ສິ້ນສຸດ​ລົງ.

ທ່ານ Santos ກ່າວ​ຕໍ່​ຜູ້ອຳນວຍການ​ຂອງ​ສະ​ຖາ​ບັນ​ນໍ​ເວ ​ທີ່​ນະຄອນ​ອັອສ​ໂລ​ ​ເວລາ​ຜູ້ ອຳນວຍການໂທລະສັບ​ໄປ​ແຈ້ງ​ຂ່າວກ່ຽວ​ກັບ​ການ​ໄດ້​ຮັບ​ລາງວັນ​ຂອງ​ທ່ານວ່າ “ຂ້າພະ​ເຈົ້າຮູ້ສຶກ​ເປັນ​ກຽດ​ແລະ​ຮູ້​ບຸນຄຸນ​ເປັນ​ທີ່​ສຸດ ນີ້​ເປັນ​ເຫດການ ​ທີ່​ມີ​ຄວາມ​ສຳຄັນ​ຫຼາຍສຳ ລັບ​ປະ​ເທ​ດຂອງ​ຂ້າ​ພະ​ເຈົ້າ ສຳລັບ​ພວກ​ເຄາະ​ຮ້າຍ​ ຈາກສົງຄາມ​ນີ້ ​ແລະ​ນີ້​ແມ່ນ​ຄວາມ​ໝັ້ນໝາຍ​ເພື່ອ​ຈະ​ສືບ​ຕໍ່​ພະຍາຍາມນຳ​ເອົາ​ສັນຕິພາບ​ມາສູ່​ປະ​ເທດ​ຂອງ​ຂ້າພະ​ເຈົ້າ. ຂ້າ ພະ​ເຈົ້າຮູ້​ສຶກ​ເປັນ​ໜີ້ບຸນຄຸນ​ທີ່​ສຸດ ຂອບ​ໃຈ​ຫຼາຍໆ ຂອບ​ໃຈ​ຫລາຍໆ.”

ຄວາມ​ພະຍາຍາມ​ຂອງ​ທ່ານ Santos ຊຶ່ງ​ໃນ​ທີ່​ສຸດ ​ກໍ​ໄດ້​ນຳ​ໄປ​ສູ່​ການບັນລຸ​ຂໍ້​ຕົກລົງ​ສັນ ຕິພາບ​ໃນ​ປີນີ້ ລະຫວ່າງ​ລັດຖະບານ​ໂຄ​ລອມ​ເບຍ ​ແລະ​ພວກ​ກະບົດ​ຝ່າຍຊ້າຍ ຄືກຳລັງ​ປະກອບອາວຸດ ​ປະຕິວັດ​ໂຄ​ລອມ​ເບຍ​ ທີ່​ເອີ້ນຫຍ້ໍວ່າ FARC. ​ແຕ່​ແນວໃດ​ກໍ​ຕາມ ວຽກ​ການ​ຂອງ​ທ່ານ Santos ມາ​ຮອດ​ປັດຈຸບັນ​ກໍ​ບໍ່​ມີ​ຫຍັງ​ຫຼາຍໄປ​ກວ່າ​ ການ​ດຳເນີນ​ຄວາມ​ພະຍາຍາມ ທີ່ໄດ້​ປະສົບ​ກັບ​ຄວາມ​ໂກດ​ແຄ້ນ ​ໂດຍພວກ​ທີ່​ບໍ່ພໍ​ໃຈ ​ແລະການ​ຖອຍຫລັງ.

Nobel Peace Award Announcement
please wait

No media source currently available

0:00 0:00:36 0:00

ປະຊາຊົນ​ຊາວ​ໂຄ​ລອມ​ເບຍ​ໄດ້​ປະຕິ​ເສດ​ຕໍ່​ຂໍ້ຕົກລົງ​ສັນຕິພາບດັ່ງກ່າວ​ໃນ​ການລົງ​ປະຊາ​ມະຕິ​ເມື່ອ​ໄວໆ​ມານີ້ຊຶ່ງ​ເປັນ​ການ​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ໂກດ​ແຄ້ນຂອງຫຼາຍໆ​ຄົນ​ທີ່​ຄັດຄ້ານ​ຕໍ່​ການ​ໃຫ້​ອະ​ໄພ​ຍະ​ໂທດ​ ແລະ​ອຳນາດ​ທາງ​ດ້ານ​ການ ​ເມືອງ​ແກ່​ພວກ​ກະບົດ ທີ່​ໄດ້​ສ້າງ​ຄວາມ​ຢ້ານ​ກົວ ​ໃຫ້​ແກ່​ປະຊາຊົນ​ຊາວ​ໂຄ​ລອມ​ເບຍ ​ມາ​ເປັນ​ເວລາ​ ຫຼາຍໆ​ທົດ​ສະ​ວັດຈາກ​ຄ້າຍ​ຕ່າງໆ​ທີ່​ເລິກ​ເຂົ້າ​ໄປ​ໃນ​ເຂດ​ປ່າດົງ ຂອງ​ປະ​ເທດ.

ຊາວໂຄລອມເບຍ ທີ່ຄັດຄ້ານ ຕໍ່ຂໍ້ຕົກລົງສັນຕິພາບ
ຊາວໂຄລອມເບຍ ທີ່ຄັດຄ້ານ ຕໍ່ຂໍ້ຕົກລົງສັນຕິພາບ

ພວກ​ກະບົດ ຊຶ່ງ​ກິດຈະກຳ​ຕ່າງໆ​ຂອງ​ພວກ​ເຂົາ​ໄດ້​ຮັບ​ເງິນ​ສະໜັບສະໜຸນ​ຈາກການ​ຄ້າ​ຢາ​ເສບ​ຕິດ​ແລະ​ລັກພາ​ໂຕໄດ້​ໃຫ້​ຄວາມ​ໝັ້ນໝາຍ​ທີ່​ຈະ​ຍອມ​ວາງ​ອາວຸດ ​ແລະ​ຊອກ​ຫາ​ທາງ​ສ້າງ​ສັນຕິພາບ ຊຶ່ງ​ນັ້ນກໍ​ເປັນຄວາມ​ສຳ​ເລັດ​ທີ່​ພຽງພໍ​ແລ້ວ​ສຳລັບ​ຄະ​ນະ​ກຳມະການ​ໂນແບ​ລຂອງ​ນໍເວ ທີ່​ຈະ​ຮັບ​ຮູ້​ບົດບາດ​ຂອງ​ທ່ານ Santos.

ຖະ​ແຫຼງຂ່າວ​ທີ່​ມີ​ການ​ປະກາດ​ໃນ​ວັນ​ສຸກ​ວານ​ນີ້ຢູ່​ນະຄອນ​ອັອສ​ໂລໂດຍ​ທ່ານນາງ Kaci Kullman Five ປະທານ​ຄະນະ​ກຳມະການ​ລາງວັນ​ໂນແບ​ລກ່າວ​ວ່າ ທ່ານ Santos ​ໄດ້​ຊະນະ​ລາງວັນຍ້ອນ “ການ​ດຳ​ເນີນ​ຄວາມພະຍາ​ຍາມ ທີ່​ແນ່​ວ​ແນ່​ຂອງ​ທ່ານ ເພື່ອ​ເຮັດ​ໃຫ້​ສົງຄາມ​ກາງ​ເມືອງ​ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ດົນ ກວ່າ 50 ປີສິ້ນສຸດ​ລົງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG