ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ປະເທດຈີນ ທ່ານສີ ພົບປະກັບ ນາຍົກໄທ ທ່ານປຣະຍຸດ ຢູ່ທີ່ປັກກິ່ງ


ນາຍົກລັດຖະມົນຕີ​ໄທ ທ່ານ​ປຣະຍຸດ ຈັນ​ໂອຊາ (ກາງ) ເຂົ້າຮ່ວມກອງປະຊຸມກັບ ນາຍົກລັດຖະມົນຕີຈີນ ທ່ານຫລີ ເກີ້ຈຽງ ຢູ່​ທີ່​ຫໍ​ປະຊາຊົນ​ແຫ່ງ​ຊາດ ໃນປັກກິ່ງ, ວັນທີ 22 ທັນວາ 2014.
ນາຍົກລັດຖະມົນຕີ​ໄທ ທ່ານ​ປຣະຍຸດ ຈັນ​ໂອຊາ (ກາງ) ເຂົ້າຮ່ວມກອງປະຊຸມກັບ ນາຍົກລັດຖະມົນຕີຈີນ ທ່ານຫລີ ເກີ້ຈຽງ ຢູ່​ທີ່​ຫໍ​ປະຊາຊົນ​ແຫ່ງ​ຊາດ ໃນປັກກິ່ງ, ວັນທີ 22 ທັນວາ 2014.

ປະທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິ​ງ ພົບ​ປະ​ກັບ​ນາຍົກລັດຖະ
ມົນຕີ​ໄທ ທ່ານ​ປຣະຍຸດ ຈັນ​ໂອຊາ ທີ່​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ
ຢູ່​ທີ່​ປັກ​ກິ່ງ ​ໃນ​ວັນ​ທີ 23 ທັນວາ​ມື້​ນີ້.

ທ່ານ​ສີ ​ແລະ ທ່ານປຣະຍຸດ ຈັບ​ມື​ກັນ ຢູ່​ທີ່​ຫໍ​ປະຊາຊົນ​ແຫ່ງ​ຊາດ
ໃນ​ປັກ​ກິ່ງ ກ່ອນ​ຈະພາກັນ​ນັ່ງ​ລົງ ສຳ​ຫລັບ​ການ​ເຈລະຈາ​ສອງ​
ຝ່າຍ ພ້ອມ​ກັນກັບ​ຄະນະ​ຜູ້ແທນ​ຈາກຈີນ ​ແລະ​ໄທ.

ທ່ານປຣະຍຸດ ຍັງ​ໄດ້​ພົບ​ປະ​ກັບ​ນາຍົກລັດຖະມົນຕີຈີນ ທ່ານຫລີ ​
ເກີ້​ຈຽງ ມື້ໜຶ່ງ​ກ່ອນ​ໜ້າ​ນີ້ ຊຶ່ງ​ຕິດຕາມ​ມາ​ດ້ວຍ ພິທີ​ລົງ​ນາມ ບ່ອນ
​ທີ່​ພວກ​ເຂົາ​ເຈົ້າຟື້ນ​ຟູ​ຄືນ​ໃໝ່ ຂໍ້​ຕົກລົງ​ໃນການ​ແລກປ່ຽນ​ເງິນຕາ ທີ່​ມີ​ມູນ​ຄ່າ​ເຖິງ 70 ຕື້​ຢວນ ຫຼື 11 ຕື້​ 250 ລ້ານ​ດອນ​ລາ ​ແລະ ​ເສີມ​ສ້າງ​ການ​ຮ່ວມ​ມື​ທາງ​ເທັກ​ໂນ​ໂລ​ຈີ ​ໃນດ້ານ​ແຫ​ລ່ງນ້ຳ ​ແລະ ຊົນ​ລະ​ປະທານ ​ແລະ ການ​ຮ່ວມມື​ລະຫວ່າງ ຕະຫລາດ​ຫຸ້ນ​ຂອງ​ໄທ ​ແລະ ທະນາຄານ​ປະຊາຊົນຂອງ​ຈີນ.

ຂໍ້​ຕົກລົງ​ໃນການ​ແລກປ່ຽນ​ເງິນຕາ ລະຫວ່າງ​ທັງ​ສອງ​ປະ​ເທດ​ນັ້ນ ​ ກຳນົດໝົດອາຍຸ​ລົງ​ໃນ​ວັນ​ທີ 22 ທັນວາ​ນີ້.

ພາຍ​ໃຕ້​ຂໍ້​ຕົງ​ລົງ​ທີ່ມີການຕໍ່ອາຍຸດັ່ງກ່າວ ທະນາຄານ​ກາງຂອງ​ທັງ​ສອງ​ປະ​ເທດ​ຈະແລກປ່ຽນ ​ເງິນຕາຂອງຕົນ ມູນ​ຄ່າຫຼາຍໆລ້ານ​ດອນ​ລາ ​ເພື່ອ​ຊ່ວຍ​ສະໜັບສະໜຸນ ດ້ານ​ການ​ເງິນຕໍ່
ຂໍ້ຕົກລົງການ​ຄ້າ ແລະການລົງທຶນ​ຕ່າງໆ.

ທ່ານຫຼີ ​ໄດ້​ເດີນທາງ​ໄປຢ້ຽມຢາມ ​ໄທເມື່ອ​ວັນ​ທີ 19 ທັນວາ​ຜ່ານ​ມາ ຊຶ່ງ​ການ​ເປັນ​ການ​ຢ້ຽມ​ຢາມ​ທີ່​ສຳຄັນ​ຂອງ​ຜູ້ນຳ​ຕ່າງປະ​ເທດ ນັບ​ຕັ້ງ​ແຕ່​ການ​ກໍ່​ລັດຖະປະຫານ​ໃນ​ເດືອນ​ພຶດສະພາ ອັນ​ເປັນ​ສັນຍານ​ທີ່​ບາງກອກ ກ່າວ​ວ່າ ​ເປັນ​ການ​ຫັນ​ເຂົ້າ​ສູ່​ພາວະ​ປົກກະຕິ ​ແລະ ສົ່ງ​ເສີມ​ສຳ​ຫລັບ​ການ​ຄ້າຂາຍ ​ໃນ​ຂົງ​ເຂດ​ບອນ​ທີ່​ສະຫະລັດ ​ແລະ​ຈີນ ​ແຂ່ງຂັນ​ກັນໃຫ້ມີ​ອິດທິພົນ ນັ້ນ.

​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງ​ທ່ານຫຼີນັ້ນ ຈີນ​ໄດ້​ຕົກລົງ​ຈະ​ກໍ່ສ້າງເຄືອ​ຂ່າຍທາງ​ລົດ​ໄຟ
ໃນ​ໄທ ​ແລະ ຕົກລົງ​ຊື້​ເຂົ້າ 2 ລ້ານ​ໂຕນ​ຈາກ​ໄທ.

ຈີ​ນຍັງ​ໄດ້​ສະ​ເໜີ ​ເງິນ​ກູ້​ຢືມຫຼາຍກວ່າ 3 ຕື້​ດອນ​ລາ ​ແລະ ກາ​ນຊ່ວຍ​ເຫຼືອ​ໃຫ້​ແກ່​ບັນດາ​
ປະ​ເທດເພື່ອນ​ບ້ານ​ລວມທັງ​ໄທ ​ເພື່ອ​ໃຫ້​ປັບປຸງ​ລະບົບ​ໂຄງ​ລ່າງ ​ແລະ ການ​ຜະລິດ ​ແລະ
ເພື່ອ​ຕໍ່ສູ້​ກັບ​ຄວາມ​ຍາກຈົນ.

XS
SM
MD
LG