ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນປາບປາມ ການປະທ້ວງ ໃນເມືອງ Yuyao ໃນພາກຕາເວັນອອກ (ວີດີໂອ)


ການປະທ້ວງ ທີ່ເມືອງ Yuyao
ການປະທ້ວງ ທີ່ເມືອງ Yuyao
ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ວາງ​ຂໍ້​ຫ້າມ​ດ້ານ​ຄວາມ​ປອດ​ໄພ​ໃນ​ເມືອງ​ນຶ່ງ​
ໃນ​ພາກ​ຕາ​ເວັນ​ອອກຫຼັງ​ຈາກ​ເກີດ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ມາ​
ຫຼາຍ​ຄັ້ງ ​ຕໍ່ຕ້ານ​ການ​ຮັບ​ມື​ຂອງ​ລັດຖະບານທ້ອງ​ຖິ່ນ​ ໃນ​ລະຫວ່າງ
​ເກີດ​ລົມ​ໄຕ້​ຝຸ່ນ​ໃນ​ຫວ່າງ​ໄວໆມາ​ນີ້.

​ໃນ​ຄວາມ​ວຸ້ນວາຍ​ຄັ້ງ​ຫຼ້າ​ສຸດ​ທີ່​ເມືອງ Yuyao ນັ້ນການ​ປະ​ທ້ວງ
​ໂດຍ​ພວກຊາວ​ເມືອງ​ຫຼາຍພັນ​ຄົນ​ໄດ້​ຮຸນ​ແຮງ​ຂຶ້ນ​ແລະ​ກາຍ​ເປັນ
​ການ​ກໍ່​ຈະລາຈົນໃນວັນອັງຄານ​ຜ່ານ​ມາ ຊຶ່ງ​ເປັນ​ການ​ປະທ້ວງ
ຂອງ​ປະຊາຊົນ​ຄັ້ງ​ທີ​ສອງ​ໃນ​ເມືອງ​ດັ່ງກ່າວ​ນັບ​ແຕ່​ວັນ​ສຸກແລ້ວ​ນີ້.

ຮູບ​ວີ​ດີໂອ ກ່ຽວ​ກັບ​ການ​ປະ​ທ້ວງ​ໃນມື້​ວັນ​ສຸກ ທີ່​ອົງການ​ຂ່າວ
Reuters ​ໄດ້​ຮັບສະແດງ​ໃຫ້​ເຫັນ​ວ່າ ພວກ​ຊາວ​ເມືອງ Yuyaoໄດ້​ຫ້ອມ​ລ້ອມ​ລົດ
​ຄັນ​ນຶ່ງ ​ທີ່​ເປັນ​ຂອງສະຖານີ​ໂທລະພາບ​ທ້ອງ​ຖິ່ນ Ningbo.

ພວກ​ຊາວ​ເມືອງ​ຫຼາຍ​ຄົນ​ພາກັນ​ກ່າວ​ຫາ​ສະຖານີ​ໂທລະພາບ​ດັ່ງກ່າວ​ວ່າ ບໍ່​ເອົາຫົວ
ຊານຳ​ຄວາມ​ເສຍ​ຫາຍ​ຈາກ​ລົມພາຍຸ​ໄຕ້ຝຸ່ນ Fitow ຊຶ່ງ​ເຮັດ​ໃຫ້​ເກີດ​ນໍ້າ​ຖ້ວມ​ຂົງ​
ເຂດ​ແຄມ​ທະ​ເລ ​ແຂວງ​ເຊ​ຈຽງ ​ໃນ​ວັນ​ທີ 7 ຕຸລາ​ນີ້.

ປະຊາຊົນ​ບາງ​ຄົນສະ​ແດງ​ຄວາມ​ໂມ​ໂຫອອກ​ມາ ​ໂດຍ​ພາກັນ​ແກວ່ງສິ່ງ​ຂອງ​ໃສ່​ລົດ
​ ​ຂອງ​ສະຖານີ​ໂທລະພາບ ຊຶ່ງ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ກະຈົກ​ລົດ.

​ໃນ​ວີ​ດີ​ໂອຂອງ​ຜູ້​ສະມັກ​ຫຼິ້ນ​ຄົນ​ນຶ່ງ ​ກ່ຽວ​ກັບ​ການ​ປະ​ທ້ວງນັ້ນ ​ສາມາດ​ໄດ້​ຍິນ​ສຽງ​
ຄວາມຈົ່ມ​ວ່າ​ຂອງ​ຊາວ​ເມືອງ​ໄດ້ ກ່ຽວ​ກັບ​ສະຖານີໂທລະພາບ​ແຫ່ງ​ນີ້,
.
China Clamps Down After Eastern City Protests Typhoon Damage
please wait

No media source currently available

0:00 0:01:16 0:00
ລິງໂດຍກົງ

ພວກ​ປະ​ທ້ວງ​ ​ກ່າວ​ວ່າ ໂທລະພາບ Ningbo ບໍ່​ໄດ້ລາຍ​ງານ​ກ່ຽວ​ກັບ​ຊະ​ຕາ​ກໍາ​ຂອງ
​ພວກ​ຊາວ​ເມືອງ​ທີ່​ຕົກ​ຄ້າງ​ຢູ່​ໃນ​ເຂດ​ນ້ຳ​ຖ້ວມ ທີ່​ຢູ່​ໄປໂດຍ​ບໍ່​ມີ​ໄຟຟ້າ ຫຼື​ນ້ຳ​ໃຊ້​ເປັນ​ເວ
ລາ​ຫຼາຍ​ມື້ ​ໂດຍ​ກ່າວ​ວ່າ ​ເຫດການ​ຮ້າຍ​ແຮງຫລາຍ​ຢູ່​ທີ່​ນັ້ນ ​ແລະ​ໂທລະພາບ​ດັ່ງກ່າວ​
ເວົ້າ​ແຕ່​ພວກ​ບ່ອນ​ທີ່​ດີ​ເທົ່າ​ນັ້ນ ​ແລະ​ບໍ່​ໄດ້​ເວົ້າ​ເຖິງພວກ​ບ່ອນ​ທີ່​ບໍ່​ດີ​ນັ້ນ​ໃຫ້​ຄົນ​ຮູ້. ພວກ
​ນັກ​ຂ່າວ​ຂອງ​ສະຖານີ​ດັ່ງກ່າວ​ພຽງ​ແຕ່​ໄປ ​ແລະ​ຖ່າຍຮູບ​ເອົາ​ບ່ອນ​ທີ່​ດີ​ທີ່​ສຸດ​ມາ​ໃຫ້​ຜູ້​ຄົນ
​ຮູ້ຈັກ.

​ເວລາ​ຕຳຫຼວດ​ປາບ​ການ​ຈະລາຈົນ​ມາ​ຮອດເພື່ອ​ມາ​ຂັບ​ໄລ່​ໃຫ້​ປະ​ທ້ວງ​ແຕກ​ໜີ​ໄປ
ພວກ​ປະຊາຊົນພາກັນຫັນ​ໄປ​ຕໍ່ຕ້ານ​ເຂົາ​ເຈົ້າ ຊຶ່ງ​ບາງ​ຄົນ​ພາກັນປີ້ນ​ລົດ​ຕຳຫຼວດ​.
ຄວາມໂກດແຄ້ນດັ່ງກ່າວ ​ໄດ້​ພາ​ໃຫ້​ເກີດ​ການ​ປະ​ທ້ວງ​ອີກ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້
ຊຶ່ງ​ພວກ​ປະ​ທ້ວງ​ພາກັນ​ແກວ່ງ​ກ້ອນ​ຫິນ​ໃ​ສ່ຕຳຫຼວດ ປີ້ນ​ລົດ ​ແລະ​ບຸກ​ເຂົ້າ​ທຳລາຍ​
ອາຄານ​ຂອງ​ລັດຖະບານ​ແຫ່ງ​ນຶ່ງ.

​ໄດ້​ມີ​ການ​ສົ່ງ​ພວກ​ເຈົ້າ​ໜ້າ​ທີ່​ຕຳຫຼວກຫຼາຍ​ຮ້ອຍ​ຄົນ​ໄປ​ຍັງ​ເມືອງ​ດັ່ງ​ກ່າວ ​ເພື່ອໂຕ້ຕອບ
​ຕໍ່ການ​ປະ​ທ້ວງ ​ໂດຍ​ໄດ້​ທຳ​ການ​ຈັບ​ກຸມ​ພວກ​ປະ​ທ້ວງ​ຫຼາຍ​ຄົນ ​ແລະກູ້​ເອົາ​ຄວາມ​ງຽບ​
ສະຫງົບ​ຄືນ​ມາ​ໃນ​ວັນ​ພຸດ​ວານ​ນີ້.
XS
SM
MD
LG