ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາບຈາກດາວທຽມ ສະແດງໃຫ້ເຫັນ ການທຳລາຍ ຂອງ ກຸ່ມ Boko Haram ຢູ່ ໄນເຈີເຣຍ


Nigeria BOKO HARAM CNPK
please wait

No media source currently available

0:00 0:01:35 0:00

ກຸ່ມປົກປ້ອງ​ສິດທິ​ມະນຸດກຸ່ມນຶ່ງ ​ໄດ້​ນຳພາ​ບຈາກ​ດາວ​ທຽມ​ອອກ
​ເຜີຍ​ແຜ່ ທີ່​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ທຳລາຍ ໃນ​ທາງ​ພາກ
​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ໄນ​ເຈີ​ເຣຍ ທີ່​ກະທຳ​ໂດຍ​ກຸ່ມຫົວ
ຮຸນແຮງ Boko Haram.

ອົງການ​ນິລະ​ໂທດ​ກຳ​ສາກົນ ກ່າວ​ວ່າ ພາບ​ຂອງ​ເມືອງ Baga
​ແລະ​ເມືອງ Doron Baga ທີ່ຢູ່ ໃກ້ຄຽງ ຊຶ່ງໄດ້ຖ່າຍທັງກ່ອນ
ແລະຫລັງການໂຈມຕີ ສະ​ແດງ​ໃຫ້​ເຫັນວ່າ ​ມີບ້ານ​ເຮືອນ
ປະມານ 3 ພັນ 700 ຫຼັງ ​ໄດ້​ຖືກ​ຈູດ​ເຜົາ ບໍ່​ດົນ​ຫຼັງ​ຈາກ​ທີ່ກຸ່ມ
Boko Haram ​ໄດ້​ເຂົ້າຍຶດ​ເອົາ​ເມືອງ Baga ເມື່ອວັນ​ທີ 3
ມັງກອນ​ຜ່ານ​ມາ​ນີ້.

ການ​ຈູດ​ເຜົາ​ບ້ານ​ເຮືອນ​ສ່ວນໃຫຍ່ ​ແມ່ນ​ຢູ່ໃນ​ເມືອງ Doron Baga ຊຶ່ງ​ນັກຄົ້ນຄວ້າ ຂອງອົງ
ການນິລະ​ໂທດ​ກຳ​ສາກົນ ທ່ານ Daniel Eyre ກ່າວ​ວ່າ “​ເກືອບ​ວ່າ ມັນ​ໄດ້​ລຶບ​ອອກ​ໄປ​ຈາກ​ແຜນ​ທີ່​ໝົດ​ກ້ຽງ​ເລີຍ​ພຽງ​ແຕ່ໃນເວລາ 4 ມື້​ເທົ່າ​ນັ້ນ.”

ກຸ່ມປົກປ້ອງ​ສິດທິ​ມະນຸດກຸ່ມນີ້ ຍັງ​ກ່າວ​ອີກ​ວ່າ ຈາກການ​ສຳພາດກັບ​ພວກ​ທີ່​ເຫັນ​ເຫດການ ​ແລະ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ແນະໃຫ້ເຫັນ​ວ່າ ພວກ​ຫົວຮຸນແຮງ​ໄດ້​ຍິງ​ພົນລະ​ເຮືອນ​ຫຼາຍ​ຮ້ອຍ​ຄົນ ຊຶ່ງ​ຮວມທັງ​ພວກ​ເດັກນ້ອຍ ​ແລະ​ແມ່​ຍິງ ​ທີ່ກຳລັງອອກລູກຢູ່ນັ້ນ.

ກອງ​ກຳລັງ​ທະຫານ ​ໄນ​ເຈີ​ເຣຍ ​ກະປະມານຈຳ​ນວນ​ຂອງ​ຜູ້ເສຍ​ຊີວິດ ​ໃນ​ການ​ໂຈມ​ຕີ​ທີ່ເມືອງ
Baga ​ແມ່ນ 150 ຄົນ ​ແຕ່​ວ່າ ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ໄດ້​ກ່າວ​ວ່າ ມີທ່າທາງວ່າຈະ​ມີຫຼາຍ​ກວ່າ 1 ພັນ​ຄົນ ດ້ວຍ​ຊ້ຳ.

ອົງການ​ນິລະ​ໂທດ​ກຳ​ສາກົນ ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ອິງ​ຕາມ​ການ​ຄົ້ນຄວ້າຂອງ​ຕົນ​ນັ້ນ ກຸ່ມ Boko Haram ​ໄດ້ໂຈມ​ຕີເມືອງ Baga ​ເພາະວ່າ ມັນ​ແມ່ນ​ບ້ານ​ຂອງ​ສະມາຊິກ​ຂອງ​ກອງ​ກຳລັງປະສົມພົນລະ​ເຮືອນ ຊຶ່ງເປັນກຸ່​ມປະຊາຊົນ ທີ່​ໃຫ້ການ​ຊ່ອຍ​ເຫຼືອແກ່ພວກທະຫານ​ໃນ
ການຕໍ່ສູ້​ກັບ ກຸ່​ມ​ຫົວຮຸນແຮງອີສລາມນັ້ນ.

ເບິ່ງວີດີໂອກ່ຽວຂ້ອງ:

Nigeria Mosque Attack
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG