ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວບຣາຊີລ ພາກັນສະເຫຼີມສະຫຼອງ ບຸນກາກນີວາລ ປະຈຳປີ ຢ່າງລື້ນເລີງ


ຜູ້ເຂົ້າຮ່ວມ ບຸນກາກນີວາລຄົນນຶ່ງ ແຕ່ງກາຍຄືກັບ ນາງຊີ ຮ້ອງເພງ ແລະ ເຕັ້ນລຳໄປ ໃນລະຫວ່າງຂະບວນແຫ່ "Carmelitas" ໃນ ນະຄອນ Rio de Janeiro, ວັນທີ 13 ກຸມພາ 2015.
ຜູ້ເຂົ້າຮ່ວມ ບຸນກາກນີວາລຄົນນຶ່ງ ແຕ່ງກາຍຄືກັບ ນາງຊີ ຮ້ອງເພງ ແລະ ເຕັ້ນລຳໄປ ໃນລະຫວ່າງຂະບວນແຫ່ "Carmelitas" ໃນ ນະຄອນ Rio de Janeiro, ວັນທີ 13 ກຸມພາ 2015.

ງານ​ສະ​ເຫຼີມສະຫຼອງ​ ບຸນ​ກາກ​ນີວາລ ຂອງບຣາຊີ​ລ ​ໄດ້​ກ້າວ
​ເຂົ້າສູ່​ມື້ທີ​ສອງ ໃນວັນ​ເສົາ​ວານ​ນີ້ ​ໂດຍມີນັກ​ເຕັ້ນລະບຳ samba
ຈາກໂຮງຮຽນ​ສອນ​ເຕັ້ນ samba ຕ່າງໆ ຂອງ​ນະຄອນ Rio de
Janeiro ອອກມາສະແດງ ໃນຂະບວນແຫ່ ໄປຕາມຫົນທາງ.

ຜູ້​ຄົນ​ຈາກ​ທົ່ວ​ໂລກ ​ໄດ້ໄປເຕົ້າໂຮມ​ກັນ​ ຢູ່​ນະຄອນ Rio ​ເພື່ອ​ຊົມ
ນັກ​ເຕັ້ນ​ ຈາກໂຮງຮຽນ​ສອນ​ເຕັ້ນລະບຳ samba ຫຼາຍກວ່າ​ສິບ
​ໂຮງຮຽນ​ແຂ່ງຂັນ​ກັນ​ ຍາດ​ເອົາ​ກຽດຕິຍົດ​ອັນ​ສູງ​ສຸດ​ຂອງ​ປະ​ເທດ.

ຄວາມ​ຕື່ນ​ເຕັ້ນ ໜ້າ​ເບິ່ງ​ໜ້າ​ຊົມ ຂອງ​ບັນດານັກ​ເຕັ້ນລີລາ samba
ແມ່ນ​ເປັນ​ພຽງ​ສ່ວນນຶ່ງ ທີ່ດຶງດູດ​ຜູ້​ຄົນ​ໄປ​ຍັງ ​ບຸນ​ກາກ​ນີວາລ ປະຈຳ
​ປີ​ອັນນີ້ ຊຶ່ງ​ປະກອບ​ດ້ວຍ ຂະ​ບວນແຫ່​ທີ່ຫລູຫລາ ​ແລະ ງານພາ​ຕີ້​ມ່ວນ​ຊື່ນລື້​ນ​ເລີງ​
ຕ່າງໆ​ນາໆ ​ໄປ​ຈົນ​ຮອດ​ວັນ​ອັງຄານຈະ​ມາ​ເຖິງ​ນີ້.

BRAZIL CARNIVAL VIDEO
please wait
Embed

No media source currently available

0:00 0:00:25 0:00

Brazil's carnival celebration enters its second day Saturday, with Rio de
Janeiro's samba schools taking center stage.

People from around the world have converged on Rio to watch more than a dozen samba schools compete for top honors.

The excitement of the samba dancers is just part of the allure of carnival, which features parades and parties through next Tuesday.

XS
SM
MD
LG