ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮຸ້ນຍີ່ປຸ່ນ ຂຶ້ນລາຄາ ສູ່ລະດັບສູງສຸດ ຫຼັງຈາກ ລັດຖະບານ ກະຕຸ້ນເສດຖະກິດ


ຜູ້ປົກຄອງທະນາຄານຍີ່ປຸ່ນ ທ່ານ Haruhiko Kuroda.
ຜູ້ປົກຄອງທະນາຄານຍີ່ປຸ່ນ ທ່ານ Haruhiko Kuroda.

ຕະຫລາດ​ຮຸ້ນ​ຍີ່ປຸ່ນ​ໃນ​ວັນ​ສຸກ​ມື້​ນີ້ ​ໄດ້​ຖີບໂຕ​ຂື້ນສູ່​ລະດັບສູງ
ສຸດ ນັບ​ຕັ້ງແຕ່​ກ່ອນເກີດ​ວິ​ກິດ​ການ​ດ້ານການເງິນ​ຂອງ​ໂລກ
ຫລັງ​ຈາກ​ການ​ຕັດສິນ​ໃຈ ທີ່​ບໍ່​ຄາດ​ຝັນ​ຂອງໂຕ​ກຽວ ​ເພື່ອ​ຂະ
ຫຍາຍມາດຕະການ​ກະ​ຕຸ້ນ​ເສດຖະກິດ.

ດັດຊະນີຮຸ້ນ Nikkei ​ໄດ້ຖີບຂຶ້ນ 4.8 ​ເປີ​ເຊັນ ຄືຢູ່​ລະດັບ​ສູງ
ສຸດ​ນັບ​ແຕ່​ເດືອນ​ພະຈິກ​ປີ 2007 ໃນຕອນອັດຕະຫຼາດ​. ​ເງິນ​
ໂດ​ລາ ກໍໄດ້ຖີບໂຕຂື້ນ​ 1.2 ​ເປີ​ເຊັນ ໃນການແລກປ່ຽນກັບ​
ເງິນ​ເຢນ ຄືຢູ່​ໃນ​ລະ​ດັບ​ທີ່​ບໍ່​ເຄີ​ຍ​ເຫັນມາກ່ອນ ຕັ້ງ​ແຕ່ເດືອນ
​ກໍ​ລະ​ກົດ ປີ 2008.

ຮຸ້ນ​ຢູ່ໃນບ່ອນ​ອື່ນໆ​ຂອງ​ເອ​ເຊຍ ກໍມີລາຄາດີຂຶ້ນ ຮວມທັງນະຄອນ Sydney, Seoul,
Hong Kong ​ແລະ Shanghai.

ການຖີບໂຕຂຶ້ນຂອງລາຄາຮຸ້ນ ແມ່ນເລີ້ມຂຶ້ນຍ້ອນການເຄື່ອນໄຫວ​ ຢ່າງ​ບໍ່​ຄາດ​ຝັນຂອງ
ຍີ່ປຸ່ນ​ ໃນການເພີ້ມເງິນໝູນວຽນເພື່ອ​ຊ່ວຍ​ຕໍ່ສູ້​ກັບ​ສະພາບເງິນ​ຝືດຂອງ ຍີ່ປຸ່ນ.

ທະນາຄານ​ກາງ ​ໄດ້​ຕັດສິນ​ໃຈຈະ​ເພີ້​ມເງິນ​ອີກ 182 ພັນ​ລ້ານ​ໂດ​ລາ ເຂົ້າໃນ ການພະຍາ
ຍາມຊື້ຊັບສິນ​ທີ່​ມີ​ຢູ່ໃນ​ປັດ​ຈຸ​ບັນ​ ​ເຮັດໃຫ້ເງິນທັງ​ໝົດເພີ້ມຂຶ້ນເປັນ ປະມານ 725 ພັນລ້ານ
​ໂດ​ລາຕໍ່​ປີ.

​ເສດຖະກິດ ຍີ່ປຸ່ນ​ ​ໄດ້​ດີ້ນ​ລົນ​ນັບ​ແຕ່ ລັດຖະບານ ​ໄດ້​ຂຶ້ນພາສີ​ບໍລິ​ໂພ​ກ​ໃນ​ເດືອນ​ເມສາ ຈາກ 5 ​ເປີ​ເຊັນ ມາ​ເປັນ 8 ​ເປີ​ເຊັນ ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ໜີ້​ສິນສາທາ ລະນະ​ຈຳນວນ
ມະຫາສານຂອງຍີ່ປຸ່ນນັ້ນ.

​ຍັງ​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງ​ເທຶຶ່ອວ່າ ນາຍົກລັດຖະມົນຕີ Shinto Abe ຈະ​ເຄຶ່ອນ ໄຫວຕໍ່ໄປ ຫຼື
ບໍ່ ກ່ຽວກັບແຜນການຂຶ້ນພາສີຜູ້ບໍລິໂພຄັ້ງທີສອງ ​ໃນ​ປີໜ້າ​ນີ້.

ການ​ຂຶ້ນ​ພາສີ​ເທຶ່ອທຳ​ອິດ ​ໄດ້​ຂົ່ມຂູ່​ຕໍ່ການ​ເຕີບ​ໂຕແບບ​ຈຳກັດ ​ທີ່ໄດ້ບັນລຸໂດຍ ຍຸດທະ
ສາດເສດຖະກິດຂອງນາຍົກລັດຖະມົນຕີ Abe.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG