ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ສະຫຼະຊີບ ທີ່ສະຖານທູດຈີນ ຢູ່ Kyrgyzstan ເຮັດໃຫ້ 3 ຄົນ ບາດເຈັບ


Kyrgyzstan Blast
please wait
Embed

No media source currently available

0:00 0:00:48 0:00

ຜູ້​ໂຈມຕີ​ດ້ວຍ​ລະ​ເບີດສະລະຊີບ ໄດ້ຂັບ​ລົດ​ແລ່ນ​ຕຳປະຕູທາງເຂົ້າສະຖານທູດຈີນ ໃນນະ ຄອນຫຼວງຂອງ Kyrgyzstan ໃນວັນອັງຄານມື້ນີ້ ໃນການໂຈມຕີ ທີ່ເຮັດໃຫ້ມີ 3 ຄົນ ໄດ້ຮັບບາດເຈັບ.

ນາຍົກລັດຖະມົນຕີ Kyrgyzstan ທ່ານ Zhenish Razakov ໄດ້ກ່າວວ່າ ​ເຫດລະເບີດທີ່ ນະຄອນຫຼວງ Bishkek ໄດ້ສັງຫານພຽງແຕ່ມືລະເບີດສະລະຊີບແລະພວກທີ່ບາດເຈັບນັ້ນ ແມ່ນພວກພະນັກງານຊາວ Kyrgyzstan ໃນສະຖານທູດດັ່ງກ່າວ. ກະຊວງພາຍໃນ ໄດ້ລະ ບຸເຫດການດັ່ງກ່າວນີ້ວ່າ ແມ່ນເປັນການໂຈມຕີກໍ່ການຮ້າຍ.

​ເຫດລະເບີດຄັ້ງນີ້ ໄດ້ເຮັດໃຫ້ມີຄວັນພຸ່ງຂຶ້ນຈາກສະຖານທູດ ແລະຮູບພາບຕ່າງໆ ທີ່ໄດ້ນຳ ເຜີຍແຜ່ທາງສື່ສັງຄົມ ສະແດງໃຫ້ເຫັນເຖິງຊາກຫັກພັງ ກະຈັດກະຈາຍໄປທົ່ວພື້ນດິນ.

ສະຖານທູດຈີນ ໃນ Bishkek, Kyrgyzstan, 30 ສິງຫາ, 2016.
ສະຖານທູດຈີນ ໃນ Bishkek, Kyrgyzstan, 30 ສິງຫາ, 2016.

ຈີນ ໄດ້ກ່າວປະນາມໃນອັນທີ່ຕົນເອີ້ນວ່າ “ການກໍ່​ຄວາ​ມຮຸນແຮງແລະການ​ກະທຳ​ທີ່ ຮຸນ​ແຮງ​ຈັດ.” ໂຄສົກຂອງກະຊວງການຕ່າງປະເທດຂອງຈີນ ທ່ານ Hua Chunying ໄດ້ບອກກັບ ພວກນັກຂ່າວວ່າ ລັດຖະບານ ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ໃນ Kyrgyzstan ທຳການສືບສວນສອບສວນຢ່າງລະອຽດ ແລະນຳເອົາຜູ້ໃດ ກໍຕາມແຕ່ ທີ່ຮັບຜິດຊອບ ໃນເຫດການດັ່ງກ່າວນີ້ ມາລົງໂທດ.

ຍັງບໍ່ທັນມີຜູ້ໃດ ອອກມາອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້ ເທື່ອ.

Kyrgyzstan ແມ່ນໄດ້ຈັບກຸມ ພວກຜູ້ຄົນເປັນປະຈຳ ຊຶ່ງເປັນພາກສ່ວນ ໃນອັນທີ່ ເຈົ້າໜ້າທີ່ ອະທິບາຍວ່າ ເປັນຄວາມພະຍາຍາມ ທີ່ຈະລົບກວນກິດຈະກຳ ຕ່າງໆ ຂອງກຸ່ມລັດອິສລາມ ຢູ່ໃນປະເທດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG