ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮອງ ປະ​ທາ​ນາ​ທິ​ບໍ​ດີ Biden ເດີນທາງ ຢ້ຽມຢາມ ເອເຊຍ


ທ່ານ Joe Biden ຮອງປະທານາທິບໍດີສະຫະລັດ
ທ່ານ Joe Biden ຮອງປະທານາທິບໍດີສະຫະລັດ
ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດ ກຳລັງຢູ່​ໃນ
​ລະຫວ່າງ​ການເຄື່ອນ​ໄຫວ​ຢ້ຽມຢາມ​ເອ​ເຊຍ​ເປັນ​ເວລາ 6 ມື້ ​ໃນ​
ຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ກ່ຽວ​ກັບ​ເຂດ​ປ້ອງ​ກັນ​ຕົນ​ເອງ​
ທາງ​ອາກາດ ທີ່​ຈີນ​ຫາ​ກໍປະກາດ​ອອກ​ມາ​ນັ້ນ.

ທ່ານ Biden ​ເລີ້ມ​ການ​ເດີນທາງ​ຢ້ຽມຢາມ​ຂອງ​ທ່ານ​ໃນ​ວັນ​ຈັນ
​ມື້​ນີ້ ດ້ວຍ​ການ​ຢຸດ​ແວ່ທີ່​ຍີ່ປຸ່ນ ​ແລະ​ຫຼັງ​ຈາກ​ນັ້ນ​ຈະ​ທຳ​ການ​ຢ້ຽມຢາມ
​ຈີນ​ແລະ​ເກົາຫຼີ​ໃຕ້​ເຊັ່ນ​ກັນ. ທຳນຽບຂາວກ່າວ​ວ່າ ການ​ຢ້ຽມຢາມ​
ຂອງ​ທ່ານ​ ມີ​ເປົ້າ​ໝາຍ​ເພື່ອ​ຢືນຢັນ​ຄືນ​ໃໝ່​ວ່າ ສະຫະລັດ​ເປັນ​ມະ
ຫາ​ອຳນາດ​ນຶ່ງ​ໃນຂົງ​ເຂດ​ປາຊີ​ຟິກ ພ້ອມ​ທັງ​ເພື່ອ​ສົ່ງ​ເສີມ​ຜົນ​ປະ​
ໂຫຍ​ດທາງ​ດ້ານ​ເສດຖະກິດ​ແລະ​ການ​ຄ້າ ​ແລະ​ຄວາມ​ໝັ້ນ​ໝາຍ
​ຂອງ​ຕົນໃນ​ການ​ສ້າງ​ຄວາມ​ກ້ຳ​ເກິ່ງ​ນະໂຍບາຍ​ການ​ຕ່າງປະ​ເທດຂອງ​ສະຫະລັດ​ຄືນ​ໃນ​ຂົງ​ເຂດ
​ເອ​ເຊຍ​ປາຊີ​ຟິກ.

ທ່ານ Biden ຈະ​ທຳ​ການ​ພົບ​ປະ​ກັບ​ປະທານ​ປະ​ເທດ Xi-Jinping ​ແລະ​ນາ​ຍົກ​ລັດຖະມຸນຕີ Li
Keqiang ຂອງ​ຈີນ. ທຳນຽບຂາວ​ກ່າວ​ວ່າ ທ່ານ Biden ຈະ​ພະຍາຍາມ​ເຮັດ​ໃຫ້ການ​ຕິດ​ຕໍ່​ພົວພັນ​
ໃນ​ລະດັບ​ສູງ​ຄືບ​ໜ້າ​ຕໍ່​ໄປ ອັນ​ເປັນ​ເຄື່ອງໝາຍ​ທີ່​ດີ​ເດ່​ນລະຫວ່າງ​ຄວາມ​ສຳ​ພັນລະຫວ່າງ​ສະຫະ
ລັດ​ແລະ​ຈີນ.

​ແຕ່​ທຳນຽບຂາວ​ກ່າວ​ຕື່ມ​ວ່າ ທ່ານ Biden ຈະ​ທຳ​ການ​ໂອ້​ລົມ​ສົນທະ​ນາ​ໃນ​ອັນ​ທີ່​ເອີ້ນ​ວ່າບັນດາ​ຂົງ​
ເຂດ​ທີ່​ມີ​ຄວາມ​ເປັນ​ຫ່ວງ ທີ່​ຮວມທັງ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນນຳ.

​ໃນ​ເດືອນ​ແລ້ວ​ນີ້ ຈີນ​ປະກາດ​ເຂດ​ປ້ອງ​ກັນ​ຕົນ​ເອງ​ທາງ​ອາກາດ​ໃນ​ເຂດໝູ່​ເກາະ​ຈຸ​ນຶ່ງ​ໃນ​ມະຫາ​
ສະມຸດ​ປາຊີ​ຟິກ ຊຶ່ງ​ຈີນ​ແລະ​ຍີ່ປຸ່ນ​ຕ່າງ​ຝ່າຍກໍອ້າງ​ເອົາ​ກຳມະສິດ​ນັ້ນ.

ຈີນ​ຮຽກຮ້ອງ​ໃຫ້​ພວກ​ເຮືອ​ບິນ​ທັງ​ໝົດຍື່ນແຜນການ​ບິນ​ຂອງ​ຕົນ​ໃຫ້​ຊາບ ກ່ອນ​ຈະ​ບິນ​ຂ້າມ​ເຂດ
ດັ່ງກ່າວຊຶ່ງ​ຍີ່ປຸ່ນ​ບໍ່​ຍອມ​ປະຕິບັດ​ຕາມ​ນັ້ນ.

ສະຫະລັດ​ໄດ້​ສົ່ງ​ພວກ​ເຮືອບິນໄອ​ພົ່ນ​ກອງທັບ​ຂອງ​ຕົນ​ບິນ​ຂ້າມ​ເຂດ​ນັ້ນ​ແລ້ວ ​ໂດຍ​ບໍ່​ເອົາ​ຫົວຊາ​
ນຳ​ຄໍາ​ຮຽກຮ້ອງ​ຂອງ​ຈີນ ​ແຕ່​ແນະນໍາໃຫ້​ພວກ​ສາຍ​ການບິນ​ໂດຍສານ​ຂອງ​ສະຫະລັດ​ແຈ້ງ​ແຜນ
ການ​ບິນ​ຂອງຕົນ​ໃຫ້​ຈີນ​ຊາບ.


XS
SM
MD
LG