ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ທ່ານນາງ ຄລິນຕັນ ກ່າວວ່າ ທ່ານນາງໃຊ້ Emails ເພື່ອ ຄວາມສະດວກສະບາຍ


ທ່ານນາງ Hillary Rodham Clinton ກ່າວຕໍ່ບັນດານັກຂ່າວ ທີ່ສຳນັກງານໃຫຍ່ສະຫະປະຊາຊາດ ທີ່ນີວຢອກ ວັນທີ 10 ມີນາ 2015.

ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ
Hillary Clinton ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ມັນ​ອາດ
​ຈະ​ດີກ​ວ່າ​ຖ້າໃຊ້ e-mails 2 ອັນ ​ເວລາ​ທ່ານ​ນາງ​ເປັນ​ລັດ
ຖະມົນຕີ​ການ​ຕ່າງປະ​ເທດ​ນັ້ນ ​ແຕ່ກໍ​ກ່າວ​ວ່າທ່ານ​ນາງ​ບໍ່​ໄດ້
​ເຮັດ​ຫຍັງ​ຜິດ.

ຖ້ອຍ​ຖະ​ແຫຼ​ງ​ເຫຼົ່າ​ນີ້ເປັນ​ການສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ປະ
ຊາຊົນ​ຄັ້ງ​ທຳ​ອິດ ຂອງ​ທ່ານ​ນາງ ​ຫລັງຈາກໜັງສືພິມ New
York Times ລາຍງານວ່າ​ທ່ານ​ນາງ​ໃຊ້ e-mail ​ສ່ວນ​ໂຕ​
ສຳລັບ​ການ​ຄົມມະນາຄົມ​ຕິດ​ຕໍ່ວຽກງານທາງ​ການ ​ແທນ​ທີ່​
ຈະ​ໃຊ້​ e-mail ​ຂອງ​ລັດຖະບານ​ນັ້ນ.

ພວກ​ທີ່​ຕຳ​ໜິຕິຕຽນ ກ່າວ​ຫາ​ທ່ານ​ນາງ​ວ່າ ພະຍາຍາມ​ປິດບັງ​ການ​ຄົມມະ​ນາ​ຄົນ​ມຕິດ​ຕໍ່
​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ​ໄວ້ຮວມທັງ​ການ​ຕິດ​ຕໍ່ຕ່າງໆ​ທີ່​ພົວພັນ​ກັບ​ການ​ໂຈມ​ຕີ​ຂອງ​
ພວກ​ກໍ່​ການ​ຮ້າຍ​ທີ່​ມີ​ຜູ້​ຄົນ​ເສຍ​ຊີ​ວິດ ທີ່​ສະຖານກົງສູນ​ສະຫະລັດ ຢູ່​ເມືອງ Benghazi
ຂອງ​ລີ​ເບຍ​ນັ້ນ​ນຳ.

ທ່ານ​ນາງຄລິນ​ຕັນ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານ​ນາງ​ໃຊ້ e-mail ພຽງ​ອັນ​ດຽວ​ສຳ
ລັບ “ຄວາມ​ສະດວກ​ສະບາຍ” ​ໂດຍ​ກ່າວ​ວ່າ ທ່ານ​ນາງ​ບໍ່​ຢາກ​ໃຊ້ e-mail 2 ອັນ​ຕ່າງ​ກັນ.

ທ່ານນາງກ່າວວ່າ “​ເວລາ​ເບິ່ງ​ຄືນ​ຫຼັງແລ້ວ ມັນ​ຈະ​ດີກ​ວ່າ​ຖ້າ​ຂ້າພະ​ເຈົ້າ​ໃຊ້ e-mail
ອັນ​ທີ​ສອງແລະ​ຖື​ໂທລະສັບ​ອັນ​ທີ​ສອງ ​ແຕ່​ເວລາ​ນັ້ນ ປາ​ກົດ​ວ່າ ມັນ​ບໍ່ໄດ້​ເປັນບັນ
ຫາ​ໃດໆ.”

ທ່ານ​ນາງຄລິນ​ຕັນ ກ່າວຕື່ມ​ວ່າ “ມັນ​ບໍ່​ເປັນ​ບັນຫາ​ໂຕ້​ແຍ້​ງ​ໃດໆ” ທີ່​ກົດ​ລະບຽບຕ່າງໆ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອະນຸມັດ​ໃຫ້​ທ່ານ​ນາງ​ໃຊ້​ e-mail ອັນ​ດຽວໄດ້.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ ​ເວລາ​ທ່ານ​ນາງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ທ່ານ​ນາງ ໄດ້​ມອບ e-mails ທີ່​ພົວພັນ​ກັບ​ວຽກ​ການ​ຂອງ​ທ່ານ​ນາງ 55 ພັນ​ໜ້າ​ເຈ້ຍ​ໃຫ້ແກ່​ກະຊວງ​ການ​ຕ່າງປະ​ເທດ​ແລະ​ກ່າວ​ຕື່ມ​ວ່າ ພວກ e-mails ເຫຼົ່າ​ນີ້ ທີ່ບໍ່​ຖືກ​ຈັດ​ເປັນຄວາມ​ລັບ ​ຊຶ່ງໃນ​ຂັ້ນ​ຕໍ່​ໄປ ​ຈະ​ຖືກ​ເປີດ​ເຜີຍ​ໃຫ້​ປະຊາຊົນ​ຮູ້.

ທ່ານ​ນາງຄລິນ​ຕັນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທ່ານ​ນາງ​ໄດ້​ລືບ​ຂໍ້ຄວາມ ຕ່າງໆ​ຫລາຍ​ພັນ​ໜ້າ​ທີ່​ພົວພັນ​ກັບ​ເລື້ອງ​ສ່ວນ​ຕົວ ​ເຊັ່ນ​ແຜນການ​ຕ່າງໆ​ສຳລັບ​ການ​ແຕ່​ງານ​ຂອງ​ລູກ​ສາວ​ຂອງ​ທ່ານ​ນາງ ​ແລະ​ການຈັດ​ພິທີ​ສົ່ງ ສະການ​ສຳລັບ​ມື້​ລາງ​ ຍາ​ແມ່​ຂອງ​ທ່ານ​ນາງ ຊຶ່ງເປັນ e-mail ທີ່​ທ່ານ​ນາງ​ເວົ້າ​ວ່າ ບໍ່​ກຸ້ມ​ຄ່າ​ທີ່​ຈະ​ຮັກສາ​ໄວ້.

​ເຖິງ​ແມ່ນວ່າທ່ານ​ນາງ​ຍັງ​ບໍ່​ທັນ​ໄດ້​ປະກາດແຜນການ​ຂອງ​ທ່ານ​ນາງໃຫ້​ຮູ້​ຢ່າງ​ເປັນ​ທາງ​ການ​ເທື່ອກໍຕາມ ແຕ່ກໍຄາດກັນ​ວ່າ​ ທ່ານ​ນາງຄລິນ​ຕັນ​ຈະ​ລົງສະໝັກເພື່ອ​ໃຫ້​ໄດ້​ຖືກ​ເລືອກ​ເປັນ​ຜູ້ເຂົ້າແຂ່ງຂັນເອົາຕຳແໜ່ງ​ປະທານາທິບໍດີ​ສະຫະລັດສັງກັດ​ພັກ​ເດ​ໂມ​ແກ​ຣັດ
​ໃນ​ປີໜ້າ​ນັ້ນ.

Clinton: Opted to Use Personal E-mail Account 'For Convenience'
please wait

No media source currently available

0:00 0:02:52 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG