ສະຖິຕິສະແດງໃຫ້ເຫັນວ່າ ສະໄໝປະຊຸມຂອງລັດຖະສະພາ ໃນ
ປີແລ້ວນີ້ ເປັນສະໄໝທີ່ສ້າງຜົນງານໄດ້ໜ້ອຍທີ່ສຸດ ໃນປະຫວັດ
ສາດພາຍໃຕ້ການນຳພາຂອງພັກເດໂມແກຣັດໃນສະພາສູງແລະ
ສະພາຕໍ່າ ພາຍໃຕ້ການນຳພາຂອງພັກເຣເພີບລິກັນຊຶ່ງມີນະໂຍ
ບາຍແຕກຕ່າງກັນຢ່າງຫຼວງຫຼາຍໃນເລື້ອງທີ່ສຳຄັນໆຕ່າງໆ. ປັດ
ຈຸບັນນີ້ພວກສະມາຊິກສະພາກຳລັງມຸ້ງໜ້າກັບຄືນມາຍັງກຸງວໍຊິງ
ຕັນ ເພື່ອເລີ້ມຕົ້ນໃໝ່ໃນປີ 2014 ຊຶ່ງຍັງພາລະກິດບໍ່ທັນສຳເລັດ
ຂວາງໜ້າຢູ່ ຢ່າງຫຼວງຫຼາຍ ທີ່ຈະຕ້ອງໄດ້ດຳເນີນການ ຮວມທັງ
ຮັບຜ່ານຮ່າງກົດໝາຍວ່າດ້ວຍການກະເສດ ເພີ່ມເພດານໜີ້ສິນ
ໃນການກູ້ຢືມຂອງປະເທດແລະປະຕິຮູບກົດໝາຍຄົນເຂົ້າເມືອງ.
ນາງ Cindy Saine ນັກຂ່າວວີໂອເອປະຈຳສະພາຈະພາທ່ານ
ໄປສຳຫຼວດເບິ່ງ ບັນຫາທ້າທາຍບາງຢ່າງ ທີ່ຍັງຂວາງໜ້າຢູ່ ດັ່ງສິງ ຈະນຳເອົາລາຍງານເລື້ອງນີ້ມາສະເໜີທ່ານຕໍ່ໄປ.
ບັນດານັກເຄື່ອນໄຫວ ເພື່ອໃຫ້ມີການປະຕິຮູບ ກົດໝາຍຄົນເຂົ້າເມືອງ ເຊັ່ນພວກນັດຢຸດ
ງານອົດອາຫານເພື່ອເປັນການປະທ້ວງເບິ່ງຄືວ່າຈະກົດດັນພວກສະມາຊິກສະພາຕໍ່ານຳ
ເອົາເລື້ອງນີ້ ມາໂຕ້ວາທີກັນ. ສະພາສູງ ໄດ້ຮັບຜ່ານຮ່າງຍັດຕິ ວ່າດ້ວຍການປະຕິຮູບກົດ ໝາຍຄົນເຂົ້າເມືອງຢ່າງກວ້າງຂວາງ ໃນປີແລ້ວນີ້. ທ່ານ John Boehner ປະທານສະ
ພາຕໍ່າກ່າວວ່າ ທ່ານຮູ້ດີວ່າການປະຕິຮູບເປັນເລື້ອງທີ່ຈຳເປັນ ແຕ່ທ່ານ Boehner ກ່າວ
ຕື່ມວ່າ:
"ຊ່ອງທາງດຽວເທົ່ານັ້ນເພື່ອໃຫ້ໝັ້ນໃຈວ່າ ການປະຕິຮູບກົດໝາຍຄົນເຂົ້າເມືອງ
ດຳເນີນການໄດ້ໃນເທື່ອນີ້ ກໍແມ່ນໃຫ້ເວົ້າເລື້ອງທີ່ຫຍຸ້ງຍາກສັບສົນນີ້ເປັນເທື່ອລະ
ກ້າວໆໄປ, ຂ້າພະເຈົ້າຄຶດວ່າ ການດຳເນີນການເຊັ່ນນີ້ ຈະໃຫ້ຄວາມໝັ້ນໃຈແກ່ປະຊາຊົນອາເມຣິກັນວ່າ ພວກເຮົາຮັບມືເລື້ອງເຫຼົ່ານີ້ ໃນຊ່ອງທາງທີ່ມີການໄຕ່
ຕອງແລະຊ່ອງທາງທີ່ຮອບຄອບ.”
ພວກນັກວິເຄາະບາງຄົນ ກ່າວວ່າ ທ່ານ Boehner ອາດຈະນຳເລື້ອງນີ້ມາຍັງສະພາ
ຫຼັງຈາກການເລືອກຕັ້ງຂັ້ນຕົ້ນຂອງພັກເຣເພີບລິກັນ ເສັດສິ້ນລົງໃນເດືອນພຶດສະພາ ຫຼືມິຖຸນາ ກ່ອນການເລືອກຕັ້ງລັດຖະສະພາໃນເດືອນພະຈິກ. ແຕ່ຜູ້ຄົນສ່ວນຫຼາຍເຫັນດີ
ນຳກັນວ່າ ການປະຕິຮູບກົດໝາຍຄົນເຂົ້າເມືອງຈະເປັນການສ່ຽງທາງດ້ານການເມືອງ
ສຳລັບທ່ານ Boehner. ທ່ານ Thomas Mann ຈາກສະຖາບັນ Brookings ກ່າວວ່າ:
“ ມັນບໍ່ເປັນທີ່ຈະແຈ້ງເທື່ອວ່າ ທ່ານ Boehner ຈະດຳເນີນການໄປໄກພໍເພື່ອດຶງດູດເອົາການສະໜັບສະໜຸນຈາກພວກສະມາຊິກສັງກັດພັກ
ເດໂມແຄຣັດ ນັ້ນຫຼືບໍ? ຖ້າຫາກທ່ານເຄື່ອນໄຫວໄປໄກຫຼາຍ ທ່ານອາດຈະເສຍການສະໜັບສະໜຸນຈາກພວກທີ່ນິຍົມແນວທາງເດີມທີ່ເປັນພື້ນຖານຂອງທ່ານນັ້ນຢ່າງຫຼວງ ຫຼາຍ ດັ່ງນີ້ ຈຶ່ງຍັງບໍ່ມີຫຍັງຮັບປະກັນໃນເລື້ອງນີ້ເທື່ອ.”
ທ່ານ Mann ກ່າວຊີ້ແຈງວ່າ ກ່ຽວກັບເລື້ອງທີ່ສຳຄັນໆຈຳນວນນຶ່ງ ທ່ານ Boehner ຖືກ
ຈຳກັດໂດຍພວກສະມາຊິກນິຍົມແນວທາງເດີມ Tea Party ໃນພັກ Republican ເອງຊຶ່ງທ່ານ Thomas Mann ຈາກສະຖາບັນ Brookings ກ່າວຕື່ມວ່າ:
“ຂ້າພະເຈົ້າຄຶດວ່າ ທ່ານຈະຊຸກຍູ້ສະພານີຄືນຫຼັງອີກນ້ອຍນຶ່ງ ແຕ່ຄວາມຈິງແລ້ວ ທ່ານມີພື້ນຖານນິຍົມແນວທາງເດີມຫຼາຍ. ມັນບໍ່ພຽງແຕ່ສະມາຊິກນິຍົມພັກ Tea Party ພຽງບໍ່ເທົ່າໃດຄົນເທົ່ານັ້ນ.ຈຸດສູນສຳຄັນໃນພັກຂອງທ່ານ ໄດ້ຫັນປ່ຽນຢ່າງຫຼວງຫຼາຍໄປທາງຂວາ ນັບຕັ້ງແຕ່ທ່ານບາຣັກ
ໂອບາມາ ຂຶ້ນມາເປັນປະທານາທິບໍດີ.”
ພວກນັກວິເຄາະອື່ນໆ ກ່າວວ່າ ໄດ້ມີການຖິ້ມໂທດໃສ່ກັນມາຢ່າງຫຼວງຫຼາຍ ກ່ຽວກັບ
ການເອົາບາດກ້າວຫຼືການເຄື່ອນໄຫວໃດໆໃນກຸງວໍຊິງຕັນ ຊຶ່ງທ່ານ James Thurber ຈາກມະຫາວິທະຍາໄລ ອາເມຣິກັນ ຫຼື American University ທີ່ເວົ້າວ່າ :
” ຂ້າພະເຈົ້າຖິ້ມໂທດໃສ່ປະທານາທິບໍດີ ທີ່ບໍ່ສາມາດຕິດຕໍ່ແລະສ້າງການຮ່ວມມືກັນ ແຕ່ມັນຍາກຫຼາຍເພື່ອຈະສ້າງການຮ່ວມມືກັນນັ້ນຍ້ອນສະພາບການໃນສະພາຕໍ່າໃນເວລານີ້. ຂ້າພະເຈົ້າຈຶ່ງຖິ້ມໂທດເລື້ອງນີ້ໃສ່ພວກສະມາຊິກສັງກັດພັກ Republican ເພາະວ່າພວກເຂົາເຈົ້າກໍບໍ່ຢາກຕິດຕໍ່ພົວພັນເຊັ່ນກັນ ແລະມີຫຼາຍຄົນມີທີ່ມີຄວາມຄິດດ້ານອຸດົມການຫຼາຍໂພດ."
ການທົດສອບທີ່ສຳຄັນທີ່ສຸດສຳລັບສະມາຊິກສະພານິຕິບັນຍັດໃນສົກປີໃໝ່ ເບິ່ງຄືວ່າຈະ
ມີຂຶ້ນໃນເດືອນກຸມພາ ຫຼືມີນາໜ້ານີ້ ເວລາລັດຖະສະພາຈະຕ້ອງເພີ່ມສິດອຳນາດໃນການ
ກູ້ຢືມເງິນໄດ້ຫຼາຍຂຶ້ນຂອງສະຫະລັດ ເພື່ອວ່າປະເທດຊາດຈະສາມາດຈ່າຍໜີ້ສິນຂອງຕົນໄດ້.
ໃນການໃຫ້ສຳພາດຕໍ່ນັກຂ່າວຄັ້ງສຸດທ້າຍຂອງທ່ານໃນປີຜ່ານມານີ້ ປະທານາທິບໍດີ ໂອບາມາໄດ້ອອກຄຳເຕືອນຕໍ່ພວກສະມາຊິກພັກ Republican ໃນລັດຖະສະພາວ່າ ຢ່າພະຍາຍາມໃຊ້ເພດານໜີ້ສິນ ເພື່ອບັງຄັບໃຫ້ມີການຕັດລາຍຈ່າຍຂອງລັດຖະບານລົງອີກນັ້ນ ຊຶ່ງທ່ານໂອບາມາ ກ່າວດັ່ງນີ້ :
“ເພດານໜີ້ສິນ ເພີ່ມຂຶ້ນ ແມ່ນພຽງແຕ່ເປັນການຈ່າຍໜີ້ສິນທີ່ພວກເຮົາໄດ້ສະ
ສົມມາກ່ອນ ມັນບໍ່ແມ່ນສິ່ງທີ່ຈະໃຊ້ເຄື່ອງມືໃນການເຈລະຈາຕໍ່ລອງກັນ. ມັນບໍ່
ແມ່ນກຳລັງຕໍ່ລອງກັນ ມັນແມ່ນຄວາມຮັບຜິດຊອບຂອງສະພາ."
ພວກນັກວິເຄາະສ່ວນຫຼາຍກ່າວວ່າ ການປະເຊີນໜ້າກັນ ທີ່ມີການສ່ຽງສູງອີກຄັ້ງໃໝ່ ເຊັ່ນດຽວກັນກັບການອັດການບໍລິການບາງສ່ວນຂອງລັດຖະບານລົງໃນເດືອນຕຸລາປີຜ່ານມານີ້ ສາມາດສ້າງຄວາມເສຍຫາຍໃຫ້ແກ່ການເສດຖະກິດ ແລະໃຫ້ທັງສອງຝ່າຍໃນການເລືອກຕັ້ງເທື່ອໜ້ານັ້ນໄດ້.