ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຜນສົ່ງຄືນ ກະດູກ ທະຫານ ສະຫະລັດ ໃນສົງຄາມເກົາຫຼີ ກຳລັງດຳເນີນການ


ກອງກຽດຕິຍົດ ອົງການສະຫະປະຊາຊາດ ຫາມໂລງສົບທີ່ບັນຈຸກະດູກທະຫານ ອາເມຣິກັນ ຫຼັງຈາກໄດ້ຖືກສົ່ງຄືນຈາກ ເກົາຫຼີເໜືອ ທີ່ບ້ານຊາຍແດນ ປັນມູນຈອມ, ເກົາຫຼີໃຕ້, 14, 1999.
ກອງກຽດຕິຍົດ ອົງການສະຫະປະຊາຊາດ ຫາມໂລງສົບທີ່ບັນຈຸກະດູກທະຫານ ອາເມຣິກັນ ຫຼັງຈາກໄດ້ຖືກສົ່ງຄືນຈາກ ເກົາຫຼີເໜືອ ທີ່ບ້ານຊາຍແດນ ປັນມູນຈອມ, ເກົາຫຼີໃຕ້, 14, 1999.

ກອງທັບ ສະຫະລັດ ໄດ້ເຄື່ອນຍ້າຍໂລງສົບໄມ້ ທີ່ບັນຈຸກະດູກຂອງທະຫານອາເມຣິກັນ
100 ຄົນຜູ້ທີ່ໄດ້ຫາຍສາບສູນໃນສົງຄາມ ເກົາຫຼີ ຈາກປີ 1950 ຫາ 53 ໄປຫາເຂດ
ຊາຍແດນລະຫວ່າງ ເກົາຫຼີ ໃນການກະກຽມຂອງ ເກົາຫຼີເໜືອ ທີ່ຈະສົ່ງຄືນຊາກກະດູກ
ກັບສູ່ປະເທດບ້ານເກີດຂອງເຂົາເຈົ້າໃນທີ່ສຸດ.

ໂຄສົກຂອງກອງກຳລັງ ສະຫະລັດ ປະຈຳ ເກົາຫຼີ ພັນເອກ ແຊັດ ແຄໂຣລ ໄດ້ກ່າວວ່າ
ກ່ອງຂົນສົ່ງເຫຼັກ 150 ກ່ອງ ທີ່ຈະຖືກໃຊ້ເພື່ອສົ່ງຊາກກະດູກກັບບ້ານນັ້ນ ແມ່ນໄດ້ຖືກ
ສົ່ງໄປຖານທັບອາກາດ ສະຫະລັດ ໃກ້ກັບນະຄອນຫຼວງ ໂຊລ.

ເກົາຫຼີເໜືອ ໄດ້ຕົກລົງທີ່ຈະສົ່ງຄືນຊາກກະດູກທັງຫຼາຍໃຫ້ ສະຫະລັດ ໃນລະຫວ່າງ
ກອງປະຊຸມສຸດຍອດ ທີ່ປະເທດ ສິງກະໂປ ເມື່ອວັນທີ 12 ມິຖຸນາ ທີ່ຜ່ານມາລະຫວ່າງ
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ
ທຣຳ.

ຄະນະຂຸດຄົ້ນ ສະຫະລັດ ແລະ ເກົາຫຼີເໜືອ ໄດ້ດຳເນີນການປະຕິບັດການຊອກຄົ້ນຫາ
33 ຄັ້ງ ໃນລະຫວ່າງ ປີ 1996 ແລະ 2005 ແລະ ເກັບໄດ້ຊາກກະດູກຈຳນວນ 229
ຊຸດ.

ບັນດາເຈົ້າໜ້າທີ່ ສະຫະລັດ ຄາດວ່າ ຊາກກະດູດທັງຫຼາຍຈະຖືກມອບໃຫ້ກອງບັນຊາ
ການອົງການສະຫະປະຊາຊາດ ໃນເກົາຫຼີໃຕ້ ໃກ້ກັບນະຄອນຫຼວງ ໂຊລ ແລະ ຫຼັງ
ຈາກນັ້ນຈະຖືກສົ່ງໄປຖານທັບອາກາດ ຮິກກຳ (Hickam) ໃນເກາະ ຮາວາຍ ເຊິ່ງວັນ
ເວລານັ້ນ ຍັງບໍ່ໄດ້ຖືກເປີດເຜີຍເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG