ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການກັບຄືນມາປະເທດໄທ ຂອງນັກທ່ອງທ່ຽວຈີນ ມີທັງຂໍ້ດີ ແລະ ຂໍ້ເສຍ


 ແຟ້ມພາບ - ນັກທ່ອງທ່ຽວຈີນ ຢ້ຽມຢາມ ສານເຈົ້າ ປຸງເຖົ່າກົງ ໃນຈັງຫວັດຊຽງໃໝ່, ພາກເໜືອຂອງປະເທດໄທ ວັນທີ 23 ມັງກອນ 2023
ແຟ້ມພາບ - ນັກທ່ອງທ່ຽວຈີນ ຢ້ຽມຢາມ ສານເຈົ້າ ປຸງເຖົ່າກົງ ໃນຈັງຫວັດຊຽງໃໝ່, ພາກເໜືອຂອງປະເທດໄທ ວັນທີ 23 ມັງກອນ 2023

ອຸດສາຫະກໍາດ້ານການທ່ອງທ່ຽວຂອງໄທຫວັງວ່າ ຈະໄດ້ຮັບການຟື້ນຟູຢ່າງວ່ອງໄວ ໃນຂະແຫນງການສ້າງລາຍໄດ້ທີ່ສໍາຄັນຂອງປະເທດ ເນື່ອງຈາກຂໍ້ຈໍາກັດການເດີນທາງທີ່ກ່ຽວຂ້ອງກັບການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ຫຼຸດລົງກ່ອນທີ່ນັກທ່ອງທ່ຽວຈີນຈະຫຼັ່ງໄຫຼອອກມາ ເມື່ອປັກກິ່ງໄດ້ຍຸຕິນະໂຍບາຍສູນກໍລະນີໂຄວິດ (zero-COVID) ຂອງຕົນ ໃນທ້າຍປີທີ່ຜ່ານມາ.

ຂໍ້ມູນທາງການຈາກກະຊວງການທ່ອງທ່ຽວ ແລະກິລາຂອງໄທ ສະແດງໃຫ້ເຫັນວ່າ ໃນໄລຍະສາມເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຈີນຫຼາຍກວ່າ 517,000 ຄົນມາທ່ຽວປະເທດໄທ, ເຊິ່ງເພີ້ມຂຶ້ນຈາກ 13,700 ຄົນໃນໄຕມາດທຳອິດຂອງປີ 2022. ໃນໄຕມາດທຳອິດຂອງປີ 2023, ນັກທ່ອງທ່ຽວຈີນ ແມ່ນຢູ່ໃນ ກຸ່ມນັກທ່ອງທ່ຽວຕ່າງຊາດທີ່ເດີນທາງເຂົ້າປະເທດສູງສຸດ 5 ອັນດັບທຳອິດ, ພ້ອມ​ດ້ວຍ​ນັກ​ທ່ອງ​ທ່ຽວ​ມາ​ເລ​ເຊຍ, ຣັດ​ເຊຍ, ​ເກົາຫຼີ​ໃຕ້ ​ແລະ ອິນ​ເດຍ.

ທ່ານ ຍຸດທະສັກ ສຸພະສອນ (Yuthasak Supasorn) ຜູ້​ວ່າການ​ອົງການ​ທ່ອງ​ທ່ຽວ​ຂອງ​ໄທ ກ່າວ​ຕໍ່ວີ​ໂອ​ເອ​ພະ​ແນກ​ພາ​ສາໄທ​ວ່າ ​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ເຂົ້າມາໄທ ໜ້ອຍ​ລົງກວ່າ​ທີ່​ຄາດ​ໄວ້ ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2023, ​ແຕ່​ຄາດ​ວ່າ​ຕົວເລກ​ຈະ​ເພີ່ມ​ຂຶ້ນ ​ເນື່ອງ​ຈາກໜ່ວຍງານຕ່າງໆ ແມ່ນກະກຽມຄວາມພ້ອມ​ທີ່ຈະ​ສົ່ງ​ເສີມ​ປະເທດໄທ ໃຫ້ກັບ​ຊາວ​ຈີນ​ທີ່​ຫ້າວຫັນທີ່ຈະ​ເດີນທາງ ຫຼັງຈາກ 3 ປີຂອງການປິດປະເທດ.

ໃນປີ 2023, ສຳນັກງານສະພາພັດທະນາການເສດຖະກິດ ແລະ ສັງຄົມແຫ່ງຊາດຂອງໄທ ຄາດຄະເນວ່າ ຍອດຜະລິດຕະພັນ​ລວມພາຍໃນຂອງປະເທດຈະເຕີບໂຕ 2.7 ເປີ​ເຊັນ ຫາ 3.7 ເປີ​ເຊັນ, ໂດຍອຸດສາຫະກໍາການທ່ອງທ່ຽວມີບົດບາດສໍາຄັນໃນການຂັບເຄື່ອນການຂະຫຍາຍຕົວ ທີ່ຄາດວ່າຈະສ້າງຜົນປະ ໂຫຍດຕໍ່ຂະແໜງການອື່ນໆເຊັ່ນ: ຮ້ານອາຫານ ແລະ ການບໍລິການ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG