ນາຍພົນກອງທັບບົກ ສະຫະລັດ ທີ່ອອກບຳນານແລ້ວ ທ່ານ ສແຕນລີ ແມັກຄຣິສຕອລ
(Stanley McChrystal) ໄດ້ວິຈານປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ,
ໂດຍເອີ້ນເພິ່ນວ່າ ບໍ່ຈິງໃຈ ແລະ ບໍ່ມີສິນທຳ.
ອະດີດຜູ້ບັນຊາການກອງກຳລັງ ສະຫະລັດ ໃນປະເທດ ອັຟການິສຖານ ໄດ້ກ່າວໃນ
ລາຍການ The Week news Show ຂອງໂທລະພາບ ABC ວ່າ “ຂ້າພະເຈົ້າບໍ່ຄິດ
ວ່າທ່ານເວົ້າຄວາມຈິງ.”
ໃນການຕອບໂຕ້ ຕໍ່ການປະກາດຂອງທ່ານ ທຣຳ ວ່າທ່ານຈະຖອນເຄິ່ງນຶ່ງຂອງກອງ
ກຳລັງ ສະຫະລັດ ທີ່ໄດ້ສົ່ງໄປປະເທດ ອັຟການິສຖານ ນັ້ນ, ທ່ານ ແມັກຄຣິສຕອລ
ໄດ້ກ່າວວ່າ ການເຄື່ອນໄຫວດັ່ງກ່າວຈະຫຼຸດຜ່ອນແຮງກະຕຸ້ນ ໃນການເຈລະຈາຂໍ້ຕົກ
ລົງສັນຕິພາບສຳລັບກຸ່ມ ຕາລີບານ ຫຼັງຈາກສົງຄາມທີ່ແກ່ຍາວມາດົນກວ່າ 17 ປີນັ້ນ.
ທ່ານກ່າວວ່າ, ການຕັດສິນໃຈດັ່ງກ່າວ, ໂດຍພື້ນຖານແລ້ວ ທ່ານ ທຣຳ “ໄດ້ທຳລາຍ
ຈຸດໄດ້ປຽບທີ່ໃຫຍ່ທີ່ສຸດທີ່ເຮົາມີຢູ່.”
ທ່ານ ແມັກຄຣິສຕອລ ກ່າວວ່າ “ຖ້າເຈົ້າບອກພວກຕາລີບານວ່າ ພວກເຮົາຈະອອກ
ໄປໃນວັນນີ້ຢ່າງແນ່ນອນ, ຫຼຸດຈຳນວນລົງ, ເຮັດໃຫ້ພວກເຮົາອ່ອນແອລົງ, ສິ່ງຈູງໃຈ
ຂອງເຂົາເຈົ້າ ເພື່ອພະຍາຍາມທີ່ຈະທຳຂໍ້ຕົກລົງຈະຫຼຸດລົງຢ່າງຫຼວງຫຼາຍ.”
ທ່ານຍັງໄດ້ວິຈານ ກ່ຽວກັບ ບຸກຄະລິກສ່ວນຕົວຂອງທ່ານປະທານາທິບໍດີຢ່າງແຮງ.
ເມື່ອຖາມວ່າທ່ານ ທຣຳ ແມ່ນຄົນທີ່ບໍ່ມີສິນທຳບໍ່, ທ່ານ ແມັກຄຣິສຕອລ ໄດ້ຕອບວ່າ
“ຂ້າພະເຈົ້າຄິດວ່າເພິ່ນເປັນຄົນແນວນັ້ນ.”
ນີ້ບໍ່ແມ່ນຄັ້ງທຳອິດທີ່ທ່ານ ແມັກຄຣິສຕອລ ໄດ້ວິຈານປະທານາທິບໍດີທີ່ດຳລົງຕຳ
ແໜ່ງຢູ່. ທ່ານໄດ້ຖືກບັງຄັບໃຫ້ລາອອກຈາກຕຳແໜ່ງໃນປີ 2010 ຫຼັງຈາກທ່ານໄດ້
ຕ້ອງຕິລັດຖະບານ ໂອບາມາ ໃນບົດລາຍງານຂອງວາລະສານ Rolling Stone.