ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ້ານອາຫານ ຄົນລາວອາເມຣິກັນ ທີ່ໄວກີກີ ກໍໄດ້ຮັບຜົນກະທົບ ຈາກໂຄວິດ-19


Ohana Thai Cuisine in Wikiki
Ohana Thai Cuisine in Wikiki


ເຈົ້າຂອງຮ້ານອາຫານ ລາວອາເມຣິກັນຄົນນຶ່ງ ທີ່ຫາກໍເປີດກິດຈະການໃໝ່ໆມາໄດ້ປະມານສອງເດືອນ ກໍເກີດການລະບາດ ຂອງພະຍາດໂຄວິດ-19. ທ່ານເສົາ ທອງຄຳ ກ່າວວ່າ ທ່ານແລະພັນລະຍາ ຍານາງແອນນີ ໄດ້ພາກັນຕັດສິນໃຈລົງທຶນເປີດຮ້ານອາຫານຊື່ວ່າ ໂອຮານາ ໄທ ກຸຍຊີນ (Ohana Thai Cuisine)ໃນເຂດໄວກີກີ ຊຶ່ງເປັນຈຸດທ່ອງທ່ຽວທີ່ສຳຄັນຂອງລັດຮາວາຍ ແຕ່ບໍ່ດົນຫຼັງຈາກ
ນັ້ນ ການລະບາດຂອງໂຄວິດ-19 ທີ່ບໍ່ຄາດຝັນກໍເກີດຂຶ້ນ. ທ່ານເສົາ​ ກ່າວກ່ຽວກັບເລື້ອງນີ້ວ່າ:

ລິງໂດຍກົງ

ຮ້ານອາຫານໂອຮານາ ໄທ ກຸຍຊີນ ທີ່ໄວກີກີ.
ຮ້ານອາຫານໂອຮານາ ໄທ ກຸຍຊີນ ທີ່ໄວກີກີ.

ທ່ານເສົາກ່າວວ່າ ຫຼັງຈາກການລະບາດຂອງໂຄວິດ-19 ເລີ້ມຂຶ້ນແລ້ວ ທາງຮ້ານອາຫານຂອງທ່ານ ກໍບໍ່ໄດ້ອະນຸຍາດໃຫ້ພວກລູກຄ້າເຂົ້າໄປນັ່ງກິນຢູ່ຂ້າງໃນເປັນເວລາເດືອນກວ່າໆ ມີແຕ່ໃຫ້ຊື້ເມືອກິນຢູ່ເຮືອນຫຼື carry out ໄດ້. ເວລານີ້ທາງຮ້ານຂອງທ່ານ ກໍໄດ້ເປີດຄືນ ອະນຸຍາດໃຫ້ພວກລູກຄ້າ ເຂົ້າໄປນັ່ງກິນໃນຮ້ານໄດ້ແລ້ວ. ທ່ານກ່າວວ່າ ກິດຈະການຍັງບໍ່ຄ່ອຍດີຂຶ້ນປານໃດ ແຕ່ກໍຕ້ອງຖ້າເບິ່ງໄປເລື້ອຍໆ.

ລິງໂດຍກົງ


ໃນລະຫວ່າງທີ່ເກີດການລະບາດຢ່າງໜັກ ຂອງໂຄວິດ-19 ນັ້ນ ພວກທ່ານກໍໄດ້ຮັບເງິນຊ່ວຍເຫຼືອຈຳນວນນຶ່ງຈາກລັດຖະບານ.

XS
SM
MD
LG