ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຊຶື້ອໄວຣັສ ໃນຫຼອດລົມ ຫາຍໃຈ ມີສ່ວນພົວພັນ ກັບ ຄົນເສຍຊີວິດ 4 ຄົນ ໃນສະຫະລັດ


ປ້າຍທີ່ຂຽນໄວ້ ຢູ່ຕໍ່ໜ້າໂຮງຮຽນປະຖົມ Yardville ທີ່ເມືອງ Hamilton ລັດ New Jersey ບ່ອນທີ່ເດັກນັກຮຽນ ໄວ 4 ຂວບຄົນນຶ່ງ ເສຍຊີວິດຍ້ອນເຊື້ອໄວຣັສ EV-68 ໃນວັນພະຫັດ .
ປ້າຍທີ່ຂຽນໄວ້ ຢູ່ຕໍ່ໜ້າໂຮງຮຽນປະຖົມ Yardville ທີ່ເມືອງ Hamilton ລັດ New Jersey ບ່ອນທີ່ເດັກນັກຮຽນ ໄວ 4 ຂວບຄົນນຶ່ງ ເສຍຊີວິດຍ້ອນເຊື້ອໄວຣັສ EV-68 ໃນວັນພະຫັດ .

ບັນດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະນະສຸກສະຫະລັດ ກ່າວ​ວ່າ ຢ່າງ​
ໜ້ອຍ​ປະຊາຊົນ 4 ຄົນ​ເສຍ​ຊີວິດ ຫລັງ​ຈາກ​ຕິດ​ເຊື້ອ​ໄວຣັສ​
ໃນ​ຫລອດລົມ​ຫາຍ​ໃຈ​ຢ່າງ​ຮ້າຍແຮງ ທີ່​ໄດ້​ລະບາດ​ໄປ​ຍັງ
​ທົ່ວ​ປະ​ເທດ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​ສູນ​ຄວບ​ຄຸມ ​ແລະ​ປ້ອງ​ກັນ​ພະຍາດ​
ສະຫະລັດ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​
ເທື່ອ​ວ່າ ບົດບາດ​ຂອງ​ເຊື້ອ​ໄວຣັສທີ່​ຮູ້​ກັນ​ວ່າ enterovirus
68 ມີ​ບົດບາດ​ແນວ​ໃດ​ນຳ​ການ ເສຍ​ຊີວິດ​ຂອງ​ພວກ​ຜູ້​ຄົນ
​ເຫລົ່າ​ນີ້ ຮວມທັງ ​ເດັກນ້ອຍ​ແມ່ຍິງ​ຄົນ​ນຶ່ງ ​ໄວ 10 ຂວບ ທີ່​
ໄດ້​ເສຍ​ຊີວິດ​ໄປ​ໃນ​ສັບປະດາ​ແລ້ວ​ນີ້​ໃນ​ລັດ Rhode Is-
lands ​ທາງ​ພາກ​ຕ​າ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ.

ສູນ​ຄວບ​ຄຸມພະ​ຍາດ CDC ຂອງ​ສະຫະລັດ ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 500 ຄົນ​ໃນ 42 ລັດ ​ແລະ​ໃນ​ນະຄອນຫລວງ​ວໍຊິງ​ຕັນໄດ້​ລົ້ມ​ປ່ວຍ​ຍ້ອນ​ເຊື້ອ​ໄວຣັສ EV-68 ຊຶ່ງ​ສ່ວນ​
ຫລ່າ​ຍ​ແມ່ນ​ພວກ​ເດັກນ້ອຍ. ​ EV-68 ​ເປັນ​ເຊື້ອ​ໄວຣັສທີ່​ເກີດ​ຂຶ້ນ​ໂດຍ​ທົ່ວ​ໄປ ​ແຕ່​ບັນດາ​ເຈົ້າໜ້າ​ທີ່​ສາທາກ່າວ​ວ່າ ຈຳນວນ​ຜູ້​ຄົນ​ທີ່​ໄດ້​ຮັບ​ການ​ຢືນຢັນ​ວ່າຕິດ​ເຊື້ອ​ພະຍາດ​ດັ່ງກ່າວ​ໃນ​ປີ​ນີ້ ​ແມ່ນ​ສູງ​ກວ່າ​ທຳ​ມະ​ດາ.

​ເວລາ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ກຳລັງ​ທຳ​ການ​ສືບສວນ​ສອບ​ສວນ​ການ ພົວພັນ​ທີ່​ເປັນ​ໄປ​ໄດ້​ຂອງ​ເຊື້ອ​ໄວຣັສດັ່ງກ່າວ ​ກັບ​ພວກ​ເດັກນ້ອຍໃນ​ເມືອງ Denver ລັດ Colorado ​ທີ່ໄດ້​ເປັນອຳມະພາດຫລືກ້ອນ​ຊີ້ນ​ອ່ອນ​ແອ​ລົງ​ນັ້ນ.

​ໄວຣັສດັ່ງກ່າວ ​ເຮັດ​ໃຫ້ເປັນ​ໄຂ້ ​ໄອ ​ແລະ​ອາການ​ອື່ນໆ ​ແລະສາມາດ​ພາໃຫ້​ເກີດ​ບັນຫາ​ຫາຍ​ໃຈ​ທີ່​ຮ້າຍ​ແຮງ​ໄດ້ ​ໂດຍ​ສະ​ເພາະກັບພວກ​ຜູ້​ຄົນ ​ທີ່​ເປັນ​ໂຣກຫືດ​ນັ້ນ.

usenterovirus2october14
please wait

No media source currently available

0:00 0:00:35 0:00

XS
SM
MD
LG