ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສ ໃນການຍິງໂຈມຕີ ຢູ່ເມືອງ Chattanooga ເຄີຍເດີນທາງ ໄປຈໍແດັນ


US Shooting Unites Some, Divides Others
please wait

No media source currently available

0:00 0:02:40 0:00

ຜູ້ຕ້ອງສົງໄສ ໃນການຍິງໂຈມຕີ ທີ່ເມືອງ Chattanooga ໃນ
ລັດ Tennessee ໄດ້ຢູ່ທີ່ປະເທດຈໍແດັນເປັນເວລາ 7 ເດືອນ
ໃນປີກາຍນີ້ ອີງຕາມແຫຼ່ງຂ່າວສືບລັບ ທີ່ອ້າງໂດຍສື່ມວນຊົນ
ສະຫະລັດ.

ກ່ອນເດີນທາງໄປຢ້ຽມຢາມປະເທດຈໍແດັນ ໃນປີ 2014 ທ້າວ
Muhammad Youssef Abdulazeez ມີລາຍງານວ່າ ເຄີຍ
ໄປຢ້ຽມຢາມປະເທດດັ່ງກ່າວມາແລ້ວ 4 ເທື່ອ. ຄະນະສືບສວນ
ກຳລັງພິຈາລະນາເບິ່ງຢູ່ວ່າ ຜູ້ກ່ຽວໄດ້ຕິດຕໍ່ກັບກຸ່ມຫົວຮຸນແຮງ
ຈັດໃດໆຫຼືບໍ່ໃນຂະນະທີ່ຢູ່ທີ່ນັ້ນ.

US Military Shooting
please wait
Embed

No media source currently available

0:00 0:01:30 0:00

ໃນກອງປະຊຸມຖະແຫຼງຂ່າວທີ່ເມືອງ Chattanooga ໃນມື້ວັນສຸກວານນີ້ ທ່ານ Ed Rein-
hold ເຈົ້າໜ້າທີ່ພິເສດຂອງອົງການສັນຕິບານກາງຫຼື FBI ສະຫະລັດຮັບຜິດຊອບກ່ຽວກັບ
ຄະດີນີ້ກ່າວວ່າ ອົງການ FBI ກຳລັງສຶກສາເບິ່ງ ການເດີນທາງທັງໝົດ ຂອງທ້າວ Abdu-
lazeez. ທ່ານກ່າວວ່າ “ພວກເຮົາໄດ້ສອບຖາມໄປຍັງຄູ່ຮ່ວມງານດ້ານສືບລັບ ຂອງພວກ ເຮົາຢູ່ໃນທົ່ວໂລກ ເພື່ອໃຫ້ສະໜອງພວກເຮົາກ່ຽວກັບຂໍ້ມູນໃດໆກໍຕາມ ທີ່ພວກເຂົາເຈົ້າມີ
ຢູ່” ໃນການເດີນທາງແລະກິດຈະກຳຂອງຜູ້ກ່ຽວ.

ທ່ານ Reinhold ກ່າວວ່າ ຍັງເປັນການໄວເກີນໄປທີ່ຈະຄາດຄະເນກ່ຽວກັບວ່າເປັນຫຍັງມື ປືນ Abdulazeez ຈຶ່ງສັງຫານທະຫານມີຣີນ 4 ຄົນແລະຍິງຄົນອື່ນບາດເຈັບອີກຫຼາຍຄົນ ຢູ່ທີ່ສູນກາງທາງທະຫານ 2 ແຫ່ງໃນວັນພະຫັດຜ່ານມານີ້.

ທ່ານກ່າວຕື່ມວ່າ ອົງການ FBI ຍັງບໍ່ທັນລົງຄວາມເຫັນເທື່ອວ່າ ການຍິງໂຈມຕີດັ່ງກ່າວນີ້ ເປັນການກໍ່ການຮ້າຍຫຼືບໍ່ ແຕ່ກໍກຳລັງສືບສວນ ໃນຖານະທີ່ເປັນການກໍ່ການຮ້າຍ ຊຶ່ງຈະ ອຳນວຍໃຫ້ມີການສືບສວນໃນລະດັບທີ່ສູງຂຶ້ນແລະຂຸ້ນຂ້ຽວຫຼາຍກວ່າເກົ່າ.

ທ່ານ Reinhold ເວົ້າວ່າ ທ້າວ Abdulazeez ມີປືນຍາວ ຢ່າງໜ້ອຍ 2 ກະບອກແລະປືນ ສັ້ນອີກນຶ່ງກະບອກຢູ່ໃນຄວາມຄອບຄອງ. ທ່ານກ່າວວ່າອາວຸດຈຳນວນນຶ່ງອາດຊື້ຢ່າງຖືກ ຕ້ອງຕາມກົດໝາຍ.

ນາຍພົນ Ray Odierno ເສນາທິການ ກອງທັບບົກສະຫະລັດ ກ່າວຕໍ່ພວກນັກຂ່າວ ໃນ ການສົນທະນາໂຕະມົນໃນວັນສຸກວານນີ້ວ່າກອງທັບບົກກຳລັງທົບທວນເບິ່ງເລື້ອງຄວາມ ປອດໄພ ຢູ່ຕາມສູນກາງເກນທະຫານແຫ່ງຕ່າງໆ. ທ່ານກ່າວວ່າ ຍັງເປັນການໄວເກີນໄປ ທີ່ຈະເວົ້າໄດ້ວ່າ ສະຖານທີ່ເຫຼົ່ານັ້ນຕ້ອງການຍາມຮັກສາການຫຼືການຄຸ້ມຄອງອື່ນໆ ແລະ ທ່ານໄດ້ເຕືອນວ່າ ການຕິດອາວຸດໃຫ້ທະຫານຢູ່ທີ່ຫ້ອງການເຫຼົ່ານັ້ນອາດຈະສ້າງບັນຫາ ເພີ້ມຂຶ້ນຫຼາຍກວ່າທີ່ໄດ້ແກ້ໄຂ.

Chattanooga Residents Try to Process Shootings of Marines
please wait

No media source currently available

0:00 0:01:06 0:00

XS
SM
MD
LG