ຊາວເມືອງ ແລະ ບັນດາເຈົ້າໜ້າທີ່ທ້ອງຖິ່ນຂອງອີຣັກ ກ່າວວ່າ
ພວກຊາວ Sunni ຫົວຕໍ່ສູ້ ໄດ້ຢຶດເອົາເມືອງ Tal Afar ທາງ
ພາກເໜືອ ຂອງປະເທດ ຊຶ່ງເປັນເມືອງຫຼ້າສຸດທີ່ຖືກຢຶດຄອງ
ໃນການຕໍ່ສູ້ກັນທີ່ທະວີຄວາມຮຸນແຮງ ຊຶ່ງໄດ້ເຮັດໃຫ້ ນາໆ
ຊາດອອກມາປະນາມ ແລະຮຽກຮ້ອງໃຫ້ມີຄວາມສາມັກຄີກັນ
ໃນອີຣັກ.
ການຢຶດເອົາເມືອງດັ່ງກ່າວ ໃນຕອນເຊົ້າວັນຈັນມື້ນີ້ ແມ່ນຕິດ
ຕາມມາ ຫຼັງຈາກເວລານຶ່ງອາທິດ ທີ່ພວກຫົວຮຸນແຮງ ຈາກກຸ່ມ
ລັດອິສລາມໃນອີຣັກ ແລະກຸ່ມ Levant ຫລືເອີ້ນລວມວ່າກຸ່ມ
ISIL ນັ້ນ ໄດ້ເຂົ້າຢຶດເອົາເມືອງ Mosul ແລະ Tikrit ແລະ ໄດ້
ຂົ່ມຂູ່ຈະບຸກຄືບໜ້າໄປຮອດນະຄອນຫຼວງ Baghdad.
ສະຫະລັດໄດ້ສົ່ງກຳລັງທະຫານບົກ ແລະນາວິກະໂຍທິນ ຈຳນວນ 100 ຄົນ ໄປເພີ້ມ
ການຮັກສາຄວາມປອດໄພຢູ່ທີ່ສະຖານທູດຂອງຕົນໃນ Baghdad ໃນຂະນະດຽວກັນ
ກໍຍົກຍ້າຍພະນັກງານ ທີ່ບໍ່ມີຄວາມຈຳເປັນສ່ວນນຶ່ງໄປຍັງສະຖານທີ່ ຢູ່ໃນເມືອງ
Basrah ກັບ Irbil ແລະນະຄອນຫລວງ Amman ຂອງປະເທດຈໍແດນ. ສະຫະລັດ
ຍັງໄດ້ສົ່ງເຮືອກຳປັ່ນບັນທຸກເຮືອບິນລຳນຶ່ງ ໄປຍັງອ່າວເປີເຊຍນຳ.
ເຈົ້າໜ້າທີ່ອາວຸໂສຂອງກະຊວງການຕ່າງປະເທດ ກ່າວໃນວັນອາທິດວານນີ້ວ່າ
ລັດຖະມົນຕີຕ່າງປະເທດ John Kerry ໂອ້ລົມກັບຄູ່ຕຳແໜ່ງຈາກ Jordan,
Saudi Arabia, Qatar ແລະ Arab Emirates ກ່ຽວກັບຄວາມຈຳເປັນໃນການ
ສະໜັບສະໜຸນປະຊາຊົນອີຣັກ ແລະ ຊີເຣຍ ຕໍ່ຕ້ານການຂົ່ມຂູ່ຂອງພວກ ISIL.
ເຈົ້າໜ້າທີ່ທ່ານນີ້ເວົ້າຕື່ມວ່າ ບັນດາລັດຖະມົນຕີ ຍັງໂອ້ລົມກັນກ່ຽວກັບ ຄວາມ
ຈຳເປັນທີ່ບັນດາຜູ້ນຳຂອງອີຣັກ ຕ້ອງຈັດຕັ້ງປະຕິບັດ “ວິທີການແກ້ໄຂບັນຫາທີ່
ມີການປະສານງານ ແລະມີປະສິດທິພາບ” ເພື່ອນຳພາປະເທດກ້າວໄປຂ້າງໜ້າ.