ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນເມືອງເດີນາ ​ຖິ້ມ​ໂທດ​ໃສ່ລັດຖະບານ​ລີ​ເບຍ ຕໍ່ການເກີດນໍ້າຖ້ວມ


ພວກໜ່ວຍກູ້ໄພ ແລະຍາດຕິພີ່ນ້ອງຂອງຜູ້ເຄາະຮ້າຍ ຕັ້ງຜາມຢູ່ຕໍ່ໜ້າຕຶກທີ່ຫັກພັງ ໃນເມືອງເດີນາ ປະເທດລີເບຍ ວັນທີ 18 ກັນຍາ 2023
ພວກໜ່ວຍກູ້ໄພ ແລະຍາດຕິພີ່ນ້ອງຂອງຜູ້ເຄາະຮ້າຍ ຕັ້ງຜາມຢູ່ຕໍ່ໜ້າຕຶກທີ່ຫັກພັງ ໃນເມືອງເດີນາ ປະເທດລີເບຍ ວັນທີ 18 ກັນຍາ 2023

ເວລາເກີດການປະທ້ວງແບບບໍ່ຮ້າຍແຮງຢູ່ບ້ານຂອງທ້າວຄາລິດ ອາລໂກວາ ອາຍຸ 42 ປີ ໃນ​ຕົ້ນ​ອາ​ທິດນີ້ ພະນັກງານລັດຖະບານທ້ອງຖິ່ນ ຢູ່ເມືອງເດີນາ ປະເທດລີເບຍ ໄດ້ມີຄວາມເປັນຫ່ວງ ແຕ່ບໍ່ຕື່ນຕົກໃຈ.

ຫລາຍພັນຄົນໄດ້ເສຍຊີວິດ ແລະຫລາຍພັນຄົນໄດ້ຫາຍສາບສູນ ເພາະວ່າເຂື່ອນທີ່ຮູ້ວ່າຕ້ອງການສ້ອມແປງນັ້ນໄດ້ແຕກ. ປະຊາຊົນພາກັນໂກດແຄ້ນ. ແລະບັດນີ້ບັນດານັກຂ່າວສ່ວນໃຫຍ່ໄດ້ຖືກຫ້າມ ຈາກການປະຕິບັດງານໃນເມືອງເດີນາ ຊຶ່ງ​ປະ​ຊາ​ຊົນ​ໃນທ້ອງຖິ່ນ ໄດ້ເພີ້ມສະແດງຄວາມໂກດແຄ້ນອອກມາ ຍ້ອນ​ມີແຫລ່ງ​ລະ​ບາຍ​ຄວາມ​ຮູ້​ສຶກ​ຕໍ່ສາທາລະນະ​ນັ້ນ ໜ້ອຍລົງ.

“ເຂົາເຈົ້າພາກັນເສຍສະໝອງ” ທ້າວໂອກາວາ ໄດ້ກ່າວຢູ່ນອກເຮືອນຂອງລາວ ໃກ້ກັບເຮືອນຂອງເຈົ້າເມືອງ ຂີ້ເ​ທົ່າໄຟໄໝ້ຈາການຈູດ ໂດຍພວກປະທ້ວງ. ເຂົາ ເຈົ້າໄດ້ທັບມ້າງສິ່ງຂອງ ຮ້ອງໂຮ ຮ້ອງໂຮ.”

ໄພນໍ້າຖ້ວມທີ່ຮ້າຍແຮງ ຢູ່ພາກຕາເວັນອອກລີເບຍ ໄດ້ຖ້ວມເມືອງເດີນາ ເມື່ອວັນທີ 11 ກັນຍາ ຊຸເອົາບັນດາໝູ່ບ້ານຕ່າງໆລົງສູ່ທະເລ ແລະສ້າງຄວາມຫາຍ ຍະນະໃຫ້​ແກ່ຂົງເຂດ. ອົງການຈັດຕັ້ງສາກົນເພື່ອການຍົກຍ້າຍ ກ່າວວ່າ ຫລາຍກວ່າ 43,000 ຄົນ ບໍ່ມີທີ່ຢູ່ອາໄສ. ພວກດຳນໍ້າໄດ້ດຶງເອົາ 125 ສົບອອກຈາກທະເລ ໃນວັນພຸດທີ່ຜ່ານມາ ແລະພວກກູ້ໄພ ກຳລັງຊອກຫາອີກຫລາຍພັນຄົນທີ່​ຫາຍ​ສາບ​ສູນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG