ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນຄັດຄ້ານ ຕໍ່ແຈ້ງການ ເກັບເງິນຄ່າເຂົ້າ-ອອກບ້ານ ຂອງເຈົ້າເມືອງ ໄຊເສດຖາ


ຖະໜົນລ້ານຊ້າງ ທີ່ເປົ່າແປນ ປາດສະຈາກການສັນຈອນໄປມາ ແລະຜູ້ຄົນ.
ຖະໜົນລ້ານຊ້າງ ທີ່ເປົ່າແປນ ປາດສະຈາກການສັນຈອນໄປມາ ແລະຜູ້ຄົນ.

ປະຊາຊົນໃນນະຄອນຫລວງວຽງຈັນໄດ້ສະແດງຄວາມບໍ່ພໍໃຈຕໍ່ແຈ້ງການຊົ່ວຄາວ ຂອງ
ເຈົ້າເມືອງໄຊເສດຖາທີ່ໃຫ້ນາຍບ້ານຢູ່ໃນເຂດເມືອງດັ່ງກ່າວເກັບເງິນຕ່າງໆ ໂດຍສະ
ເພາະແມ່ນຄ່າບັດເຂົ້າ-ອອກບ້ານຂອງຕົວບັດລະ 30 ພັນກີບຈາກປະ ຊາຊົນ. ລາຍລະ
ອຽດຈະເປັນແນວໃດ ນັ້ນຂໍເຊີນທ່ານໄປຟັງຈາກນັກຂ່າວ ຂອງພວກເຮົາໄດ້ໃນອັນດັບ
ຕໍ່ໄປ.

ທ້າມກາງການລະບາດຂອງພະຍາດໂຄວິດ-19 ທີ່ເກີດມາຈາກໄວຣັສໂຄໂຣນາສາຍ
ພັນໃໝ່ ນາຍົກລັດຖະມົນຕີທອງລຸນ ສີສຸລິດ ກໍໄດ້ມີຄໍາສັ່ງອອກມາໃນວັນທີ 29 ມີນາ,
2020 ວ່າໃຫ້ປິດເມືອງ, ປິດແຂວງ ຕະຫລອດທັງສໍານັກງານ ດ່ານ ຊາຍແດນຫລາຍ
ບ່ອນ ແລະອື່ນໆ ແລະຫລີກລ້ຽງການເຕົ້າໂຮມຄົນເກີນ 10 ຄົນຂຶ້ນໄປເພື່ອສະກັດກັ້ນ
ການແຜ່ລະລາດຂອງພະຍາດດັ່ງກ່າວ. ເພື່ອປະຕິບັດ ຄໍາສັ່ງດັ່ງກ່າວຂອງທ່ານນາຍົກ
ໃຫ້ໄດ້ດີນັ້ນ ກໍໄດ້ມີການຈໍາກັດການໄປມາຫາ ສູ່ ກັນທີ່ບໍ່ຈໍາເປັນຂອງປະຊາຊົນ ໃນແຕ່
ລະບ້ານ, ເມືອງ ແລະແຂວງ ຊຶ່ງແຕ່ລະເມືອງໃນເຂດນະຄອນຫລວງວຽງຈັນ ກໍໄດ້ມີການ
ອອກໃບອະນຸຍາດເດີນທາງໃຫ້ປະຊາຊົນໃນບ້ານຕ່າງໆ ໂດຍບໍ່ໄດ້ມີການເສຍຄ່າທໍາ
ນຽມໃດໆ.

ເຊີນຊົມ ວີດີໂອ
please wait

No media source currently available

0:00 0:01:13 0:00

ແຕ່ວ່າ ກໍມີເຈົ້າເມືອງໄຊເສດຖາທີ່ຕັ້ງ ທີ່ເປັນເມືອງໃຫຍ່ແຫ່ງນຶ່ງຕັ້ງຢູ່ທາງຕາເວັນ
ອອກຂອງ ນະ ຄອນຫລວງວຽງຈັນ ໄດ້ມີໃບແຈ້ງການຊົ່ວຄາວເລກທີ 017, ລົງວັນ
ທີ 9 ເມສາ ອອກມາ ໃຫ້ນາຍບ້ານທີ່ຂຶ້ນກັບເມືອງດັ່ງກ່າວເກັບເງິນຄ່າຕ່າງໆ ຈາກ
ປະຊາຊົນ ຊຶ່ງໃນນັ້ນມີຄ່າທໍານຽມສໍາລັບເຮັດບັດເຂົ້າ-ອອກບ້ານ ບັດລະ 30,000
ກີບ ແລະ ຖ້າຫາກໃຜເຮັດບັດນັ້ນເສຍແລ້ວ ຖ້າມາຂໍເຮັດບັດ ຄືນອີກເທື່ອທີ 2 ແມ່ນ
ເກັບ ເພີ້ມຂຶ້ນອີກ ເປັນ 50,000 ກີບຕໍ່ບັດ ແລະ ຄອບຄົວ ນຶ່ງສາມາດໄດ້ຮັບບັດອະ
ນຸຍາດນີ້ 2 ບັດ. ນອກຈາກນັ້ນ ກໍຍັງໄດ້ສັ່ງໃຫ້ນາຍ ບ້ານຂອງແຕ່ລະບ້ານ ຢູ່ໃນເມືອງ
ດັ່ງກ່າວ ເກັບເງິນອຸດໜູນການປະຕິບັດງານ ຂອງທະຫານ ແລະຕໍາຫລວດປ້ອງກັນ
ຄວາມສະຫງົບຄອບຄົວລະ 10,000 ກີບ ພ້ອມທັງລະດົມທຶນອຸປະຖໍາຈາກຫ້າງຮ້ານ
ແລະທຸລະກິດຕ່າງໆ ພາຍໃນບ້ານ ຂອງຕົນອີກ ເພື່ອມາຈ່າຍຄ່າໃຊ້ຈ່າຍຕ່າງໆ ໃນ
ການປະຕິບັດງານຂອງອໍານາດການປົກຄອງໃນໄລຍະສະກັດກັ້ນ, ຄວບຄຸມ ແລະ
ກຽມພ້ອມເພື່ອຕ້ານພະຍາດ ໂຄວິດ-19 ຢູ່ນີ້. ເຖິງແມ່ນວ່າ ຍັງບໍ່ທັນໄດ້ມີການຈັດຕັ້ງ
ປະຕິບັດກັນເທື່ອກໍຕາມ ເມື່ອໃບແຈ້ງການດັ່ງກ່າວສົ່ງອອກໄປ ກໍໄດ້ມີປະຊາຊົນໃນນະ
ຄອນຫລວງວຽງຈັນ ຫລາຍຄົນໄດ້ຮູ້ໄດ້ເຫັນ ແລ້ວກໍພາກັນສະແດງການຄັດຄ້ານຜ່ານ
ທາງອອນລາຍ ພ້ອມກັບເອົາໃບແຈ້ງການນັ້ນສົ່ງຕໍ່ໃຫ້ກັນ ແລະກັນຊາບຢ່າງກວ້າງ
ຂວາງ ຈົນເຖິງ ຂັ້ນທ່ານນາຍົກລັດຖະມົນຕີທອງລຸນ ໄດ້ມີຄໍາສັ່ງເລກທີ 479 ອອກມາ
ໃນວັນທີ 13 ເມສາ ຜ່ານມານີ້ ວ່າຫ້າມເກັບຄ່າທໍານຽມຕ່າງໆ ໃນການອອກເອກະສານ
ເຂົ້າ-ອອກ ເມືອງ ແລະ ບ້ານນໍາປະຊາຊົນ. ແລະທາງວີໂອເອກໍໄດ້ມີໂອກາດສໍາພາດກັບປະຊາຊົນຜູ້ ນຶ່ງຢູ່ໃນເມືອງໄຊເສດຖາ ຊຶ່ງຜູ້ກ່ຽວໄດ້ໃຫ້ຄໍາເຫັນວ່າ:

ບົດສໍາພາດ 1 (ປະຊາຊົນເຂດເມືອງໄຊເສດຖາ ເວົ້າເລື່ອງແຈ້ງການຂອງເຈົ້າເມືອງໄຊ
ເສດຖາ) “ສວຍໂອກາດນັ້ນລະ ສວຍໂອກາດໃນຊ່ວງປະຊາຊົນທີ່ມັນມີສະພາບວິກິດຫັ້ນ
ນະ.ສວຍໂອກາດ ເຈົ້າເປັນການນໍານີ້ ຖ້າວ່າປະຊາຊົນພົບເຈີບັນຫາຄືແນວນີ້ ຕາມທໍາມະ
ດາການນໍາຕ້ອງກະກຽມການຊ່ວຍເຫຼືອແມ່ນບໍ່ ອັນນີ້ໄປເກັບເງິນນໍາປະຊາຊົນມັນບໍ່ຖືກ
ແລ້ວ ເປັນການຫາເງິນທາງອ້ອມແລ້ວ ສວຍໂອກາດ.”

ນອກຈາກນັ້ນ ກໍຍັງມີປະຊາຊົນ ແລະພະນັກງານຈໍານວນນຶ່ງໃຫ້ຄໍາເຫັນວ່າກ່ອນຈະມີ
ການເຮັດແຈ້ງການນີ້ອອກມາ ຄົງຈະໄດ້ມີການຄິດແຜນການໄວ້ຢູ່ແລ້ວ ດັ່ງພະນັກງານ
ໃນບໍລິສັດ ການບິນລາວທ່ານນຶ່ງສະແດງຄໍາເຫັນອອກມາວ່າ:

“ມີລາຍເຊັນໃໝ່ອອກມາໃໝ່ອອກມາດັດແກ້ແລ້ວເດ່. ໃນຄວາມຮູ້ສຶກມັນກະບໍ່ຖືກລະ
ເວີຍ ເພາະວ່າ ລະບົບວຽກມັນຕ້ອງກວດເຊັກກັນຢ່າງຄັກແນ່ ທັງເລຂາ, ບໍ່ວ່າຈະເປັນ
ວຽກຫຍັງ ເພາະວຽກແນວນີ້ ມັນບໍ່ແມ່ນວຽກຂອງຜູ້ໃດຜູ້ນຶ່ງ, ມັນຕ້ອງເຂົ້າສະພາ, ສະ
ພາບໍລິຫານຕົກລົງໃນກອງປະຊຸມແລ້ວ ຈຶ່ງເຮັດຮ່າງເອກະສານອອກມາແລ້ວ ຈຶ່ງເອົາ
ເຂົ້າເຊັນຕວ້າ. ໃນລະບົບບໍລິຫານມັນບໍ່ມີເລຂາຄົນໃດຮ່າງເອກະສານອອກມາແລ້ວ
ສັ່ງວຽກ, ບໍ່ມີໄດ໋ ຕາມລະບົບມັນໜະ. ລະບົບຂອງການປົກຄອງຂອງສັງຄົມນິຍົມທຸກມື້
ນີ້ ເພາະວ່າເຮົາຈົບການປົກຄອງມາແຕ່ຫວຽດນາມເດ. ລະບົບນີ້ມາຟັງເບິ່ງແລ້ວ ເຂົາ
ເຮັດແນວນີ້ ຄືວ່າເຂົາສວຍໂອກາດເຮັດໃສ່ກັນ ຄືວ່າວາງແຜນຮູ້ແລ້ວວ່າວຽກຕອນນັ້ນ
ຕອນນີ້ ຍັງອີກສອງອາທິດ, ນຶ່ງອາທິດ ກະຮູ້ວ່າກອງປະຊຸມສະພາມັນຊິເຮັດຈັ່ງໃດ. ອີກ
ສອງອາທິດ ຫລືເດືອນນຶ່ງ ມັນຊິເປັນຈັ່ງຊີ້ ຈັ່ງຊັ້ນ ລະກະມາ ດຽວກະມາງັບກ່ອນຊັ້ນໜ໋າ.”

ສະຫລຸບແລ້ວ ກໍດັ່ງທີ່ປະຊາຊົນ ແລະພະນັກງານເລົ່າສູ່ຟັງຂ້າງເທິງນັ້ນ ທ້າມກາງຄວາມ
ຫຍຸ້ງຍາກສັບສົນທີ່ເປັນຜົນເນື່ອງມາຈາກການລະບາດ

ຂອງໄວຣັສໂຄໂຣນາຢູ່ນີ້ ແທນທີ່ການນໍາຂອງອໍານາດການ ປົກຄອງຈະຫາທາງຊ່ວຍ
ເຫລືອ ບັນເທົາທຸກແກ່ປະຊາຊົນ ແຕ່ເຈົ້າໜ້າທີ່ສໍາຄັນໃນເຊັ່ນເມືອງໄຊເສດຖາ ກັບມີ
ແນວຄິດຫາທາງສ້າງລາຍຮັບໃຫ້ເມືອງ ຫລືເຈົ້າໜ້າທີ່ໃນເມືອງຂອງຕົນ ໂດຍໄດ້ອອກ
ໃບແຈ້ງການເກັບເງິນຈາກປະຊາຊົນພາຍໃນເມືອງດັ່ງກ່າວ ຊຶ່ງສົ່ງຜົນເຮັດໃຫ້ ເພີ້ມ
ຄວາມລໍາບາກແກ່ປະຊາຊົນຜູ້ທີ່ກໍາລັງໄດ້ຮັບຜົນກະທົບຈາກພະຍາດ ທີ່ເປັນອັນຕະ
ລາຍຮ້າຍແຮງດັ່ງກ່າວນີ້ຢ່າງໜັກ ຢູ່ແລ້ວນັ້ນອີກ.

XS
SM
MD
LG