ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ປະຊາຊົນ ໃນພາກຕາເວັນອອກສຽງເໜືອ ໄນຈີເຣຍ ຫຼົບໜີ ການປຸ້ນສະດົມ ຂອງ ກຸ່ມໂບໂກຮາຣຳ


ປະຊາຊົນພາກັນຫລົບໜີຈາກບ້ານເຮືອນ ຫລັງຈາກ ມີການໂຈມຕີ ຂອງກຸ່ມຫົວຮຸນແຮງໂບໂກຮາຣຳ ໃນພາກຕາເວັນອອກສຽງເໜືອ ຂອງໄນຈີເຣຍ (27 ມັງກອນ 2015)

ປະຊາຊົນຢູ່​ໃນລັດ Adamawa ທາງພາກຕາເວັນອອກສຽງ​ເໜືອ
​ຂ​ອງ​ໄນ​ເຈີ​ເຣຍ​ໄດ້​ອົບ​ພະຍົບໜີ​ອອກ​ ຈາກ​ບ້ານ​ເຮືອນ​ຂອງ
​ພວກ​ເຂົາ​ເຈົ້າ ໄປສູ່ເມືອງ​ຫຼວງ​ຂອງ​ລັດ ​ໃນ​ສັບປະດາ​ນີ້ ຫຼັງຈາກ​
ທີ່​ໄດ້​ມີ​ການ​ໂຈມ​ຕີ​ເຖິງຕາ​ຍຂອງ​ກຸ່ມກະບົດ Boko Haram
ທີ່​ໄດ້ເປັນ​ຂີດ​ໝາຍ​ຂອງ​ການ​ກໍ່​ຄວາມ​ຮຸນ​ແຮງ​ຄັ້ງ​ຫຼ້າ​ສຸດ ທີ່​ຍັງ​ຜົນ​
ໃຫ້​ມີຫຼາຍ​ພັນ​ຄົນ​ເສ​ຍຊີວິດ.

​ລະຫວ່າງວັນ​ສຸກ ​ຫາ​ວັນ​ຈັນແລ້ວນີ້ ພວກ​ກະບົດ​ທີ່​ມີ​ອາວຸດຄົບມື
​ໄດ້​ໂຈມ​ຕີ ຢ່າງ​ນ້ອຍ 5 ໝູ່​ບ້ານ ​ໃນ​ເຂດ Michika. ພວກຊາວ
ບ້ານໄດ້ກ່າວວ່າ ພວກກະບົດໄດ້ເຂົ້າມາໃນໝູ່ບ້ານດ້ວຍລົດຈັກ
ແລະລົດໃຫຍ່ ແລ້ວ​ເລີ້ມ​ທຳ​ການຈູດເຜົາໝູ່ບ້ານ.

ທີ່ບ້ານ Liddle ຊຶ່ງເປັນປະຊາຄົມນ້ອຍໆ ທີ່ມີປະມານ 150 ຄົນ ຊຶ່ງສ່ວນຫຼາຍນັ້ນຍັງນອນ
ລັບໄຫຼຢູ່ ຕອນທີ່ພວກກະບົດເຂົ້າໄປໃນໝູ່ບ້ານ ໃນເຊົ້າວັນອາທິດຜ່ານມານີ້. ນາງ Margret Yohannaໄດ້ກ່າວວ່າ ລາວກຳລັງນອນຢູ່ໃນຕຽງ ຕອນທີ່ນາງໄດ້ຍິນສຽງປືນ ນັດທຳອິດດັ່ງຂຶ້ນນັ້ນ.

Kerry Warns Against Violence in Nigeria Election
please wait

No media source currently available

0:00 0:02:05 0:00

ກຸ່ມກະບົດ Boko Haram ຄວບຄຸມຫຼາຍໆເຂດໃຫຍ່ໆ ຂອງລັດ Borno ທີ່ມີຊາຍແດນ
ຕິດກັບ ລັດ Adamawa ໄປທາງ​ທິດເໜືອ​ນັ້ນ.

ພວກ​ທີ່​ໄດ້​ລົບ​ໜີ​ຈາກ​ຄວາມ​ຮຸນ​ແຮງ​ໃນລັດ Adamawa ພາກັນ​ໜີ​ໄປ​ທາງ​ໃຕ້ ສູ່ເມືອງ Yola ທີ່ຢູ່​ປະມານ 230 ກິ​ໂລ​ເ​ເມັດ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ພາກັນ​ໄປ​ຮອດ​ໄປ​ເຖິງ ​ໃນ​ເຊົ້າ​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ເພື່ອ​ເຂົ້າ​ສູນເຕົ້າ​ໂຮມ​ກັບ​ພວກ​ທີ່​ໄດ້​ໜີ​ອອກ​ມາ​ກ່ອນ​ໜ້າ​ນີ້. ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ມີ​ຢ່າງ​ນ້ອຍ 100 ຄົນ ​ໄດ້​ພາກັນ​ໜີອອກມາ​ຈາກ ​ຢ່າງ​ນ້ອຍຈາກ 4 ປະຊາ​ຄົມ, ​ແຕ່​ບໍ່​ຮູ້​ວ່າ ​ມີ​ຫຼາຍ​ປານ​ໃດ​ທີ່​ພວກ​ກະບົດ​ສັງຫານ. ມີ​ປະຊາຊົນ​ໃນລັດ Adamawa ​ໄດ້​ກ່າວ​ວ່າ ມີ​ສິບ​ກວ່າ​ຄົນ​ຖືກ​ສັງຫານ.

​ໄນ​ເຈີ​ເຣຍກຳລັງ ຈະ​ມີ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ​ສະມາຊິກ​ລັດຖະສະພາ ​ໃນ​ວັນ​ທີ 14 ກຸມພາ ທີ່​ຈະ​ມາ​ເຖິງ​ນີ້.

ກຸ່ມກະບົດ Boko Haram ​ໄດ້​ກາຍ​ມາ​ເປັນ​ບັນຫາ​ສຳຄັນ ​ໃນ​ຂະນະ​ທີ່​ປະທາ​ນາ​ທິບໍດີ Goodluck Jonathan ​ໄດ້​ພະຍາຍາມ​ທີ່​ຈະໃຫ້ໄດ້ຮັບໄຊ​ຊະນະ​ການໃນການ​ເລືອກ​ຕັ້ງ​ຕື່ມອີກສະໄໝນຶ່ງ ​ໂດຍ​ທີ່​ມີ​ອະດີດ​ຜູ້ປົກຄອງທະຫານ ທ່ານ Mohammadu Buhari ທີ່​ຈະ​ເປັນ​ຄູ່​ແຂງ​ທີ່​ທ້າ​ນທາຍ​ທ່ານ.

​ທ່ານ Jonathan ​ໄດ້​ປະກາດ​ສະພາວະ​ສຸກ​ເສີນ​ໃນ​ລັດ Borno, Adamawa ​ແລະ Yobe ​ໃນ​ເດືອນພຶດສະພາ 2013 ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມເພື່ອ​ຕໍ່ສູ້​ກັບພວກ​ກະບົດ​ທີ່​ກ່າວ​ມາ​ນັ້ນ ​ແຕ່​ວ່າ ການ​ໂຈມ​ຕີ​ຂອງ​ພວກ​ເຂົາ ຍັງ​ດຳເນີນຢູ່ຕໍ່ມາ.

ຄວາມ​ຮຸນ​ແຮງ​ທີ່​ວ່າ​ນີ້ ​ໄດ້​ສ້າງຄວາມ​ບໍ່​ແນ່​ໃຈກ່ຽວກັບວ່າ ປະຊາຊົນ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ ຈະ​ສາມາດ​ໄປລົງ​ຄະ​ແນນ​ສຽງ​ໄດ້ຫຼື​ບໍ່ ​ໃນ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ.

Nigeria Middle Belt
please wait
Embed

No media source currently available

0:00 0:03:37 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG