ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ວັນນະໂຣກ ທີ່ດື້ຢາ ກຳລັງ​ແຜ່​ລະບາດ ຫຼາຍຂຶ້ນ ຢູ່ໃນ 4 ປະເທດ


ທ່ານໝໍ ກຳລັງກວດ ປອດຂອງຄົນປ່ວຍໃໝ່ ຜູ້ຖືກວິນິດໄສ ວ່າເປັນວັນນະໂຣກ ຢູ່ທີ່ສຸກສາລາ ສະມາຄົມຕໍ່ຕ້ານວັນນະໂຣກ ຂອງອິນໂດເນເຊຍ ໃນນະຄອນ Jakarta, ວັນທີ 4 ເມສາ 2011.
ທ່ານໝໍ ກຳລັງກວດ ປອດຂອງຄົນປ່ວຍໃໝ່ ຜູ້ຖືກວິນິດໄສ ວ່າເປັນວັນນະໂຣກ ຢູ່ທີ່ສຸກສາລາ ສະມາຄົມຕໍ່ຕ້ານວັນນະໂຣກ ຂອງອິນໂດເນເຊຍ ໃນນະຄອນ Jakarta, ວັນທີ 4 ເມສາ 2011.

ວັນນະ​ໂຣກທີ່ຕ້ານຢາ ແມ່ນກຳລັງ​ແຜ່​ລະບາດຫຼາຍຂຶ້ນ ຢູ່ໃນບັນດາປະເທດ ທີ່ໄດ້ຮັບ
ຜົນກະທົບຢ່າງໜັກ ຈາກໂຣກດັ່ງກ່າວ. ໃນ​ໄລຍະ 25 ປີຂ້າງໜ້າ ບັນດານັກສືບສວນ
ຢູ່ທີ່ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດ ຫຼື CDC ຄາດວ່າ ສັດສ່ວນ
ກໍລະນີຂອງວັນນະ​ໂຣກ ຫຼື TB ທີ່ບໍ່ມີປະຕິກິລິຍາຕໍ່ຢາຕ້ານເຊື້ອອັນໃດອັນນຶ່ງຫຼືຫຼາຍ
ຊະນິດ ນັ້ນ ຈະເພີ່ມຂຶ້ນຢ່າງຫຼວງຫຼາຍ ຢູ່ໃນຣັດເຊຍ ອິນເດຍ ອາຟຣິກາໃຕ້ ແລະ
ຟີລິບປິນ.

ບັນດານນັກຄົ້ນຄວ້າ ໄດ້ລາຍງານ ວ່າ ຣັດເຊຍ ແມ່ນນຳໜ້າໝູ່. ຕົວແບບ ດ້ານຄະ
ນິດສາດ ຂອງພວກເຂົາເຈົ້າ ຄາດຄະເນວ່າ ນຶ່ງສ່ວນສາມ ຂອງກໍລະນີວັນນະ​ໂຣກ
ທັງໝົດ ຢູ່ໃນຣັດເຊຍ ຈະເປັນການໃຊ້ຢາຫຼາຍຊະນິດ ຫຼື ເປັນການດື້ຢາ ຢ່າງກວ້າງ
ຂວາງ ພາຍໃນປີ 2040.

ຕໍ່ຈາກນັ້ນ ກໍແມ່ນອິນເດຍ ໂດຍມີ ຫຼາຍກວ່າ 12.4 ເປີເຊັນ ຂອງກໍລະນີຕ່າງໆ ທີ່
ຄາດວ່າ ຈະເປັນການຕ້ານທານ ຕໍ່ການປິ່ນປົວ ຕິດຕາມມາດ້ວຍເກືອບ 9 ເປີເຊັນ
ຢູ່ໃນຟີລິບປິນ ແລະ 5.7 ເປີເຊັນ ຂອງກໍລະນີຕ່າງໆ ຢູ່ໃນອາຟຣິກາໃຕ້.

ປະເທດທັງສີ່ນີ້ ​ແມ່ນ​ປະກອບ​ເປັນກໍລະນີໃໝ່ ຫຼາຍກວ່າ 230,000 ກໍລະນີ ຂອງ
ວັນນະ​ໂຣກ ທີ່ຍາກຈະ​ປິ່ນປົວ​ໄດ້ ໃນປີ 2015 ເກືອບວ່າ 40 ເປີເຊັນ ຂອງກໍລະນີ
ການດື້ຢາ ໃນທົ່ວໂລກ ອີງຕາມບັນດານັກສືບສວນຂອງ CDC.

ການຄົ້ນພົບຄັ້ງຫຼ້າສຸດ ໄດ້ຖືກພິມ​ແຜ່ ໃນບົດລາຍງານ ຂອງວາລະສານ The Lancet
Infectious Diseases.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG