ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກຄົ້ນຄວ້າ ພົບເຫັນ ມະນຸດ ສາຍພັນໃໝ່


Researchers Discover New Human Species
please wait

No media source currently available

0:00 0:01:41 0:00

ໃນຂະນະທີ່ພວກນັກວິທະຍາສາດຊອກຄົ້ນຫາໄດ້ດີຂຶ້ນກວ່າເກົ່າ ກ່ຽວກັບອະດີດທີ່ຜ່ານ
ມາຂອງພວກເຮົາ ກໍໄດ້ມີການຄົ້ນພົບມະນຸດສາຍພັນຕ່າງໆໃນ ການຂຸດຄົ້ນ ຂອງພວກ
ນັກໂບຮານຄະດີ. ໃນຕົ້ນຊຸມປີ 2000 ກໍໄດ້ມີການຄົ້ນພົບ ມະນຸດນ້ອຍ ຢູ່ອິນໂດເນເຊຍ ທີ່ເອີ້ນວ່າ Flores Man ແລະເມື່ອສາມອາທິດຜ່ານມານີ້ ນັກໂບຮານຄະດີທ່ານນຶ່ງກ່າວ
ວ່າ ທ່ານໄດ້ພົບເຫັນຊາກກະດູກ ທີ່ມີເຊື້ອສາຍໃກ້ຄຽງ ກັບມະນຸດ ອີກສາຍພັນນຶ່ງ ຢູ່ໃນ
ຖ້ຳປະເທດຟີລິບປິນ. Kevin Enochs ມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງໄພສານ ຈະນໍາ
ເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ກະດູກເຫຼົ່ານີ້ ຊຶ່ງກອງຢູ່ໃກ້ກັບກະໂຫຼກຫົວ ຂອງບັນພະບຸລຸດມະນຸດ ແມ່ນເປັນຊາກກະ
ດູກ ຂອງ 3 ຄົນ ທີ່ອາດຈະເພີ້ມບົດຕອນໃໝ່ ເຂົ້າໃສ່ປື້ມມະນຸດຊາດ.

ນັກໂບຮານຄະດີ ອາມານ ມິຮາເຣສ (Armand Mijares) ໄດ້ຄົ້ນພົບກະດູກ ຢູ່ໃນຖ້ຳ
ແຫ່ງນຶ່ງ ໃນເກາະນ້ອຍຂອງຟີລິບປິນ ແລະກ່າວວ່າ ກະດູກເຫຼົ່ານີ້ມີອາຍຸລະຫວ່າງ 50
ຫາ 67 ພັນປີແລ້ວ.

ດ້ວຍການສຶກສາເບິ່ງກະດູກທີ່ພົບເຫັນ ຊຶ່ງຮວມທັງກະດູກຕີນ ແລະກະດູກກົກຂາ ອັນ
ເປັນກະດູກທີ່ເຊື່ອມຕໍ່ ລະຫວ່າງຫົວເຂົ່າແລະກະໂທ້ຍ ພ້ອມທັງກະດູກແຂ້ວ ທ່ານມິຮາ
ເຣສ ຈຶ່ງຄ່ອຍໆ ລົງຄວາມເຫັນວ່າ ກະດູກເຫຼົ່ານີ້ອາດຈະບໍ່ເປັນພຽງແຕ່ ກະດູກມະນຸດ
ດຶກດຳບັນເທົ່ານັ້ນ ແຕ່ເປັນກະດູກມະນຸດ ສາຍພັນໃໝ່. ທ່ານມິຮາເຣສ ກ່າວກ່ຽວກັບ ເລື້ອງນີ້ວ່າ:

"ໃນເວລານີ້ ພວກເຮົາເວົ້າວ່າ ບາງທີອາດແມ່ນໂຮໂມເຊປຽນທີ່​ມີຮ່າງກາຍນ້ອຍ ເມື່ອ
ປີ 2010 ແຕ່ໃນປີ 2011 ພວກເຮົາໄດ້ພົບກະດູກເພີ້ມຕື່ມແລະຂ້າພະເຈົ້າຄິດວ່າ ມັນ
ໄດ້ຊ່ວຍ ໃນການ​ລົງ​ຄວາມ​ເຫັນພຽງພໍ ອົງປະກອບຕ່າງໆ ແມ່ນດີພໍ ທີ່ຈະສາມາດສະ
ໜອງຮູບຮ່າງໃຫ້ພວກເຮົາ ພໍເວົ້າໄດ້ວ່າ ມັນເປັນສາຍພັນໃໝ່."

ມະນຸດດັ່ງກ່າວ ແມ່ນມີຮູບຮ່າງນ້ອຍ ແລະຊື່ທາງວິທະຍາສາດ ແມ່ນເອີ້ນວ່າ ໂຮໂມ
ລູຊອນເນັນຊິສ (Homo Luzonensis) ແລະໃນຂະນະທີ່ແນ່ນອນວ່າ ເປັນຊົນເຜົ່າ
ພື້ນເມືອງຢູ່ໃນເຂດດັ່ງກ່າວ ແຕ່ທ່ານມີຮາເຣສກ່າວວ່າ ລາວບໍ່ໄດ້ຕາຍຢູ່ໃນຖ້ຳ.

"ສິ່ງທີ່ມີຊີວິດດັ່ງກ່າວນີ້ ບໍ່ໄດ້ຕາຍຢູ່ທີ່ນັ້ນ ທີ່ຈິງແລ້ວມັນຖືກນ້ຳພັດເຂົ້າມາໃນຖ້ຳ. ດັ່ງ
ນັ້ນ ພວກເຂົາແມ່ນບໍ່ໄດ້ໃຊ້ຖ້ຳ. ພວກເຂົາມີແຕ່ທຽວໄປມາ ຢູ່ໃນເຂດອ້ອມ ແອ້ມບໍລິ
ເວນຖ້ຳ ແລະບາງທີ ອາດຈະຕາຍຢູ່ທີ່ນັ້ນ ແລະ ໃນເວລາຕໍ່ມາ ກະດູກ ໄດ້ຖືກນ້ຳ ຊຸ ເຂົ້າໄປໃນຖ້ຳ. ດັ່ງນັ້ນ ພວກເຮົາຈຶ່ງຍັງບໍ່ຮູ້ຄັກແນ່ວ່າ ມີຫຍັງແດ່ທີ່ ກ່ຽວຂ້ອງແລະຈະ
ສ້າງຂຶ້ນມາຄືນໃໝ່ໄດ້ແບບໃດ."

ທ່ານມີຮາເຣສ ຍັງບໍ່ຮູ້ຈັກຄັກແນ່ວ່າ ແມ່ນຫຍັງ ໄດ້ເກີດຂຶ້ນໃນທີ່ສຸດ ຕໍ່ມະນຸດ ສາຍ
ພັນນີ້ ແຕ່ກໍກ່າວວ່າ ການມາເຖິງຂອງພວກມະນຸດທີ່ມີຂະໜາດໃຫຍ່ກວ່າແລະແຂງ
ແຮງກວ່າ ອາດພາໃຫ້ພວກເຂົາສູນພັນໄປກໍໄດ້.

XS
SM
MD
LG