ເປັນທີ່ຮູ້ກັນວ່າ ມົນລະພິດອາກາດນັ້ນ ເປັນອັນຕະລາຍຕໍ່
ເດັກນ້ອຍ ແລະ ບັນດານັກຄົ້ນຄວ້າ ທີ່ໄດ້ຕິດຕາມເບິ່ງຜົນ
ກະທົບຂອງອາກາດ ທີ່ແປດເປື້ອນໄປດ້ວຍມົນລະພິດ ຢູ່
ອ້ອມແອ້ມນະຄອນ Los Angeles ກ່າວວ່າ ການປັບປຸງ
ໃຫ້ດີຂຶ້ນໃນຄຸນນະພາບຂອງອາກາດ ໄດ້ນຳໄປສູ່ສຸຂະພາບ
ທີ່ດີຂຶ້ນ ໃນບັນດາຊາວໜຸ່ມ. ບົດລາຍງານຜົນການຄົ້ນຄ້ວາ
ໄດ້ຖືກພິມລົງ ໃນວາລະສານການແພດຂອງ New England
ເມື່ອຕົ້ນເດືອນມີນານີ້. ອິງຕາມຜູ້ສື່ຂ່າວວີໂອເອ Mike
O'Sullivan ນັ້ນ ພວກຂຽນບົດລາຍງານກ່າວວ່າ ຜົນການຄົ້ນ
ຄ້ວາແມ່ນໃຫ້ຄວາມຫວັງ ແກ່ບັນດາຫົວເມືອງ ທີ່ມີມົນລະພິດ
ຢູ່ໃນເຂດອື່ນໆຂອງໂລກ. ໄຊຈະເລີນສຸກ ມີລາຍລະອຽດ
ມາສະເໜີທ່ານ.
ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້:
ບັນດານັກຄົ້ນຄວ້າ ຈາກມະຫາວິທະຍາໄລແຫ່ງພາກໃຕ້ລັດແຄລີຟໍເນຍ ກ່າວວ່າ ຄຸນນະ
ພາບອາກາດ ຢູ່ໃນນະຄອນ ລອສ ແອນຈີແລັສ ໄດ້ ດີຂຶ້ນຢ່າງຫລວງຫລາຍ ເຊັ່ນດຽວກັນ
ກັບສຸຂະພາບຂອງພວກເດັກນ້ອຍ ຢູ່ໃນ 5 ຊຸມຊົນ ທີ່ເປັນເປົ້າໝາຍຂອງການສຶກສາຄົ້ນ
ຄວ້າ ທີ່ໄດ້ດຳເນີນໄປເປັນເວລາ 20 ປີ.
ບັນດານັກຄົ້ນຄວ້າ ກ່າວວ່າ ລະດັບຂອງລະອອງຝຸ່ນ ແມ່ນໄດ້ຫລຸດລົງ 50 ເປີເຊັນ ຢູ່ໃນ
ຊຸມຊົນເຫລົ່ານັ້ນ ແລະ ລະດັບ ໄນໂຕຣເຈັນ ໄດອອ໊ກໄຊດ໌ ກໍຫລຸດລົງໃນອັດຕາ 1 ສ່ວນ 3.
ຫົວໜ້າຄະນະຂຽນບົດລາຍງານ ທ່ານ James Gauderman ກ່າວວ່າ ສະພາບອາກາດ
ທີ່ສະອາດຂຶ້ນ ຢູ່ໃນນະຄອນ ລອສ ແອນຈີແລັສ ໄດ້ເຮັດໃຫ້ປອດຂອງພວກເດັກນ້ອຍແຂງ
ແຮງຂຶ້ນ.
ທ່ານ Gauderman ເວົ້າວ່າ “ອັນນີ້ ມັນເປັນເລື້ອງຂອງຄວາມສຳເລັດ ທີ່ບໍ່ໜ້າເຊື່ອ
ເລີຍ ເພາະວ່າ ເຖິງແມ່ນໄດ້ມີການສັນຈອນ ແລະ ກິດຈະກຳຕ່າງໆທາງເສດຖະ
ກິດເພີ້ມຂຶ້ນກໍຕາມ ຄຸນນະພາບຂອງອາກາດ ຢູ່ໃນຂົງເຂດ ລອສ ແອນຈີແລັສ ແທ້
ຈິງແລ້ວ ແມ່ນດີຂຶ້ນ ກ່ວາເກົ່າ. ແລະການສຶກສາຄົ້ນຄວ້ານີ້ ສະແດງໃຫ້ເຫັນວ່າ ຍ້ອນອາກາດທີ່ດີຂຶ້ນນັ້ນ ການເຕີບໂຕຂອງປອດ ແລະ ຄວາມສາມາດຂອງປອດ
ໃນພວກເດັກນ້ອຍຂອງພວກເຮົາ ຈຶ່ງດີຫຼາຍຂຶ້ນກ່ວາເກົ່າ.”
ນັ້ນແມ່ນຈະເປັນຜົນເຮັດໃຫ້ ບັນຫາທາງການຫາຍໃຈ ແລະ ບັນຫາໂຣກຫົວໃຈຕ່າງໆ
ມີໜ້ອຍລົງ ໃນເວລາເຕີບໃຫຍ່ຂຶ້ນ ແລະ ປອດທີ່ດີຂຶ້ນນັ້ນ ກໍອາດຈະຕໍ່ອັດຕາຄວາມຢູ່ຢືນ
ໂດຍສະເລ່ຍ ຂອງພວກເດັກນ້ອຍ ອອກໄປໄດ້ຕື່ມອີກ.
ນັກຄົ້ນຄວ້າ Frank Gilliland ກ່າວວ່າ ການປ່ຽນແປງຕ່າງໆນັ້ນ ເກີດຂຶ້ນມາຈາກການ
ເຄື່ອນໄຫວຂອງບັນດາເຈົ້າໜ້າທີ່ ວາງລະບຽບການຄວບຄຸມ ໃນຂັ້ນທ້ອງຖິ່ນ ຂັ້ນລັດ ແລະ
ຂັ້ນລັດຖະບານກາງ ທີ່ໄດ້ຄວບຄຸມຢ່າງເຂັ້ມງວດ ຕໍ່ການປ່ອຍມົນລະພິດຈາກລົດລາຕ່າງໆ
ແລະ ແຫລ່ງອື່ນໆ ໃຫ້ຫລຸດລົງ.
ທ່ານ Gilliland ເວົ້າວ່າ “ມັນເປັນຄວາມພະຍາຍາມ ທີ່ມີການປະສານ ສົບທົບກັນ
ເພື່ອຄວບຄຸມແຫລ່ງມົນລະພິດຕ່າງໆ ທີ່ໃຊ້ເວລາອັນຍາວນານ. ເຈົ້າຕ້ອງມີວິໄສ
ທັດອັນກວ້າງໄກ. ມັນເປັນການປັບປຸງພວກລົດຍົນ ປັບປຸງແຫລ່ງເຊື້ອໄຟຕ່າງໆ
ຫລຸດຜ່ອນທາດໂຊລເຟີ້ ຫລື ມາດ ຢູ່ໃນນ້ຳມັນກາຊວນລົງ ສ້າງເຄື່ອງຈັກກາຊວນ
ທີ່ດີຂຶ້ນສຳຫລັບພວກລົດ ກະບະຂະໜາດໜັກ ແລະ ມີກົດລະບຽບບັງຄັບຕ່າງໆ
ສຳຫລັບທ່າເຮືອ. ໄດ້ມີການເຮັດທຸກຢ່າງທັງໝົດ ທີ່ກ່າວມານັ້ນ ເພື່ອຫລຸດຜ່ອນ
ການປ່ອຍແກັສເຮືອນແກ້ວ ກໍຄືມົນລະພິດລົງ ແລະ ທັງໝົດນັ້ນໂຮມເຂົ້ານຳກັນ
ກໍເປັນຜົນເຮັດໃຫ້ອາກາດດີຂຶ້ນກວ່າເກົ່າ.”
ນັກເຄື່ອນໄຫວປົກປ້ອງສິ່ງແວດລ້ອມ Mark Lopez ກ່າວວ່າ ຄວາມ ພະຍາຍາມຕ່າງໆ
ເພື່ອຫລຸດຜ່ອນລະດັບຂອງມົນລະພິດ ໃນອາກາດລົງ ຢູ່ທີ່ທ່າເຮືອນັ້ນ ກໍໄດ້ຮັບຜົນດີ ແຕ່
ທ່ານ Lopez ມີຄວາມກັງວົນ ກ່ຽວກັບອະນາຄົດ.
ທ່ານ Lopez ເວົ້າວ່າ “ຄຸນນະພາບອາກາດທີ່ເພີ້ມຂຶ້ນ ກໍເທົ່າກັນກັບ ສຸຂະພາບທີ່
ດີຂຶ້ນ ແລະສະນັ້ນ ຖ້າພວກເຮົາຫາກຫັນເຫອອກນອກເລື້ອງ ຖ້າພວກເຮົາຫາກ
ເລີ້ມຖອຍຫລັງ ໃນເລື້ອງຂອງຄຸນນະພາບອາກາດແລ້ວ ພວກເຮົາກໍຮູ້ດີ ມັນຈະ
ໝາຍເຖິງ ສຸຂະພາບທີ່ຂີ້ຮ້າຍ ລົງຫຼາຍກວ່າເກົ່າ ສຳຫລັບພວກເດັກນ້ອຍຂອງເຮົາ.”
ຫຼາຍໆເມືອງ ຢູ່ໃນປະເທດຈີນ ແລະ ອິນເດຍ ປະເຊີນກັບສະພາບ ອາກາດທີ່ມີມົນລະພິດ
ຮ້າຍແຮງຫຼາຍກວ່າຢູ່ ລອສ ແອນຈີແລັສ ອີກ ແລະນັກຄົ້ນຄວ້າ Edward Avol ກ່າວວ່າ
ການສຶກສານີ້ ແມ່ນມີສານ ຫລື ຂໍ້ຄວາມ ສຳຫລັບພວກຫົວເມືອງເຫຼົ່ານັ້ນ.
ທ່ານ Avol ເວົ້າວ່າ “ລະອອງຝຸ່ນ ແລະ ແກັສຕ່າງໆ ຢູ່ໃນອາກາດ ໃນພາກໃຕ້ລັດ
ແຄລີຟໍເນຍ ທີ່ພວກເຮົາໄດ້ຕິດຕາມ ທີ່ວ່າສຳຄັນໃນແງ່ຂອງສຸຂະພາບນັ້ນ ແມ່ນ
ຄ້າຍຄືກັນຫຼາຍ ກັບມົນລະພິດແລະຄວາມ ເປື້ອນເປິະຕ່າງໆໃນອາກາດ ທີ່ມີຢູ່ໃນ
ທຸກຫົນແຫ່ງຂອງໂລກ. ແລະ ເພາະສະນັ້ນ ທ່ານກໍສາມາດຄາດໝາຍໄດ້ຢ່າງສົມ
ເຫດສົມຜົນເລີຍວ່າ ການປັບປຸງອາກາດໃຫ້ດີຂຶ້ນ ໃນເຂດອື່ນໆຂອງໂລກນັ້ນ ກໍ
ແມ່ນຈະພາໃຫ້ທ່ານໄດ້ຮັບຜົນປະໂຫຍດ ທາງດ້ານສຸຂະພາບແບບດຽວກັນ ສຳ
ຫລັບ ພວກເດັກນ້ອຍທີ່ອາໄສຢູ່ທີ່ນັ້ນ.”
ບັນດານັກຄົ້ນຄວ້າ ກ່າວວ່າ ການຄວບຄຸມມົນລະພິດ ໄດ້ຢັ້ງຢືນວ່າ ມີຜົນປະໂຫຍດ ສຳຫລັບພວກເດັກນ້ອຍ.
ການທ້າທາຍ ກໍແມ່ນວ່າ ຕ້ອງຮັກສາລະດັບມົນລະພິດໃຫ້ຕ່ຳໄວ້.