ທີມກູ້ໄພໃນທິເບດ ເລັ່ງຫາຜູ້ລອດຊີວິດທີ່ຕິດຢູ່ໃນຊາກຫັກພັງ ຫຼັງຈາກແຜ່ນດິນໄຫວທີ່ເອົາຊີວິດຢ່າງໜ້ອຍ 126 ຄົນ ແລະບາດເຈັບກວ່າ 188 ຄົນ.
ທາງການຈີນລະບຸວ່າ ໄດ້ຊ່ອຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຫຼາຍກວ່າ 400 ຄົນແລ້ວ ໃນຂະນະນີ້ ແລະມີອີກ 30,000 ຄົນ ຕ້ອງອົບພະຍົບຍ້າຍອອກຈາກຖິ່ນຖານ ຍ່ອນແຜ່ນດິນໄຫວ ເຊິ່ງໄດ້ທຳລາຍຕຶກອາຄານ ເຮືອນຊານຫຼາຍກວ່າ 3,600 ແຫ່ງ.
ຢ່າງໃດກໍຕາມ ພາລະກິດການຊ່ອຍເຫຼືອປະສົບກັບຄວາມຫຍາກລຳບາກ ເນື່ອງຈາກເກີດແຜ່ນດິນໄຫວນ້ອຍຫຼາຍຄັ້ງຕິດຕາມມາ ແລະອຸນຫະພູມທີ່ຕ່ຳກວ່າຈຸດນ້ຳແຂງໃນພູມິພາກ.
ປະທານປະເທດຈີນ ສີ ຈິ້ນຜິງ ຮຽກຮ້ອງໃຫ້ມີການຊ່ອຍເຫຼືອຜູ້ປະສົບໄພຄັ້ງໃຫຍ່ ແລະອົບພະຍົບຜູ້ຄົນຈາກບ້ານເຮືອນທີ່ເສຍຫາຍຍ້ອນແຜ່ນດິນໄຫວ ໂດຍສື່ CCTV ຂອງທາງການຈີນ ໄດ້ລາຍງານວ່າ ມີທີມກູ້ໄພຫຼາຍກວ່າ 3,000 ຄົນ ລົງໄປໃນພື້ນທີ່ແຜ່ນດິນໄຫວ.
ຮອງນາຍົກລັດຖະມົນຕີຈີນ ຈາງ ກົວຊິງ ຖືກສົ່ງໄປຍັງພື້ນທີ່ປະສົບໄພ ແລະລັດຖະບານຈັດສັນງົບປະມານ 13.6 ລ້ານໂດລາ ໃນການຊ່ອຍເຫຼືອຜູ້ປະສົບໄພ ຊຶ່ງສື່ທາງການຈີນ ລະບຸວ່າ ມີຜູ້ຄົນປະມານ 6,900 ຄົນອາໄສຢູ່ໃນ 3 ເມືອງ ແລະ 27 ຄຸ້ມບ້ານ ທີ່ຢູ່ໃນລັດສະໝີ 20 ກິໂລແມັດ ຈາກແຜ່ນດິນໄຫວໃນຟາກຂອງຈີນ.
ຜູ້ຄົນຢູ່ທາງພາກຕາເວັນອອກສຽງເໜືອຂອງເນປານ ຮັບຮູ້ແຮງສັ່ນສະເທືອນຂອງແຜ່ນດິນໄຫວ ແຕ່ຍັງບໍ່ມີລາຍງານເບື້ອງຕົ້ນຂຍອງຜູ້ບາດເຈັບ ແລະເສຍຊີວິດ ອ້າງອີງຈາກສູນປະຕິບັດການສຸກເສີນແຫ່ງຊາດເນປານ.
ສຳນັກງານທໍບະນີວິທະຍາສະຫະລັດ ວັດແທກແຮງສັ່ນສະເທືອນໄດ້ 7.1 ທີ່ຄວາມເລິກ 10 ກິໂລແມັດ ສ່ວນສູນເຄືອຂ່າຍແຜ່ນດິນໄຫວຂອງຈີນ ລະບຸວ່າ ແຜ່ນດິນໄຫວມີຄວາມຮຸນແຮງ 6.8 ສູນກາງຂອງແຜ່ນດິນໄຫວຢູ່ທີ່ເຂດ ທິງຣີ ທີ່ຮູ້ຈັກກັນວ່າ ເປັນປະຕູສູ່ຍອດພູເອເວີເຣສ ທາງທິດເໜືອ ໂດຍຢູ່ຫ່າງຈາກຍອດພູທີ່ສູງທີ່ສຸດໃນໂລກ ປະມານ 80 ກິໂລແມັດ ເລິກລົງໄປໃຕ້ດິນປະມານ 10 ກິໂລແມັດ ສົ່ງແຮງສະເທືອນໄປເຖິງ ເນປານ ພູຖານ ແລະອິນເດຍ ແລະມີລາຍງານຂອງແຜນດິນໄຫວຂະນາດນ້ອຍຕິດຕາມມາອີກຫຼາຍຮ້ອຍຄັ້ງ ແຮງສັ່ນສະເທືອນສູງສຸດຢູ່ທີ່ 4.4.
ຟໍຣັມສະແດງຄວາມຄິດເຫັນ