ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ກູ້​ໄພ ຍັງ​ສືບ​ຕໍ່​ຊອກ​​ຫາ ຜູ້​ລອດ​ຊີ​ວິດ​ມາ​ໄດ້ ຈາກ​ແຜ່ນ​ດິນ​ໄຫວ​ຢູ່​ເທີ​ກີ ແລະ​ຊີ​ເຣຍ ຂະ​ນະ​ທີ່​ມີຜູ້​ເສຍ​ຊີ​ວິດ ແລ້ວ ກາຍ 20,000 ຄົນ​


ຊາຍ​ຄົນ​ນຶ່ງ​ນັ່ງ​ຢູ່​ເທິງ​ຕັ່ງ ຂະ​ນະ​ທີ່​ເຄື່ອງ​ຈັກ​ຂະ​ໜາດ​ໜັກ ພວມ​ຍົກ​ຍ້າຍ​ຊາກ​ຫັກ​ພັກ​ຂອງ​ຕຶກ​ອາ​ຄານ​ ບ່ອນ​ທີ່​ສະ​ມາ​ຊິກ 5 ຄົນ​ໃນ​ຄອບ​ຄົວ​ຂອງ​ລາວ​ ຍັງ​ຕົກ​ຄ້າງ​ຢູ່​ທາງ​ໃນ ທີ່​ເມືອງ​ເນີ​ດາ​ກີ (Nurdagi) ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເທີ​ກີ ວັນ​ທີ 9 ກຸມ​ພາ 2023.
ຊາຍ​ຄົນ​ນຶ່ງ​ນັ່ງ​ຢູ່​ເທິງ​ຕັ່ງ ຂະ​ນະ​ທີ່​ເຄື່ອງ​ຈັກ​ຂະ​ໜາດ​ໜັກ ພວມ​ຍົກ​ຍ້າຍ​ຊາກ​ຫັກ​ພັກ​ຂອງ​ຕຶກ​ອາ​ຄານ​ ບ່ອນ​ທີ່​ສະ​ມາ​ຊິກ 5 ຄົນ​ໃນ​ຄອບ​ຄົວ​ຂອງ​ລາວ​ ຍັງ​ຕົກ​ຄ້າງ​ຢູ່​ທາງ​ໃນ ທີ່​ເມືອງ​ເນີ​ດາ​ກີ (Nurdagi) ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເທີ​ກີ ວັນ​ທີ 9 ກຸມ​ພາ 2023.

ພວກພະ​ນັກ​ງານ​ກູ້​ໄພ ໃນ​ເ​ທີ​ກີແລະ​ຊີ​ເຣຍ ໄດ້ເລັ່​ງ​ລັດແຂ່ງກັບເວ​ລ​າ​ໃນ​ວັນ​ພະ​ຫັດ​ວານນີ້ ແລະ​ການ​ຂ​າດ​ແຄນ​ອຸບ​ປະ​ກອນ ສຳ​ລັບ​ຊອກ​ຄົນ​ຫາຜູ້​ລອດ​ຊີ​ວິດມາ​ໄດ້ ທີ່ຖືກຖົມ​ຢູ່​ກ້ອງ​ຊາກ​ຂອງ​ຕຶກ​ອາ​ຄານ ທີ່​ພັງ​ລົງ​ມາ ຍ້ອນ​ແຜ່ນ​ດິນ​ໄຫວຮ້າຍ​ແຮງ ທີ່​ໄດ້ເກີດ​ຂຶ້ນ​ຢູ່​ໃນຂົງ​ເຂດ​ ເມື່ອ​ວັນ​ຈັນຜ່ານ​ມາ ແລະ​ເຮັດໃຫ້ມີ​ຜູ້​ເສຍ​ຊີ​ວິດ​ແລ້ວຫຼາຍກວ່າ 20​,000 ຄົນ ໃນ​ເວ​ລານີ້. ​

ອົງ​ການ​ຄຸ້ມ​ຄອງ​ໄພ​ພິ​ບັດຂອງ​ເທີ​ກີ ກ່າວ​ໃນ​ວັນ​ພະ​ຫັດວານນີ້​ວ່າ ​ມີພະ​ນັກ​ງານປະ​ມານ 110,000 ​ຄົນ​ ເຂົ້າ​ຮ່ວມໃນຄວາມ​ພະ​ຍາ​ຍາມກູ້​ໄພແລະ​ມີ​ການ​ສົ່ງຍານ​ພາ​ຫາ​ນະ ເຊັ່ນ​ວ່າ​ລົດ​ແທຣັກ​ເຕີ ລົດ​ຍົກ ລົດ​ດຸດແລະ​ລົດ​ຂຸດ 5,500 ຄັນໄປ​ຊ່ວຍ​ ປະ​ເທດ​ດັ່ງ​ກ່າວທີ່​ພວມ​ປະ​ສົບ​ກັບໄພແຜ່ນ​ດິນ​ໄຫວ.

​ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານຣີ​ເຊັບ ຕາຍ​ຢິບ ເອີ​ດ​ວານ ໄດ້​ໄປ​ຢ້ຽມ​ຢາມ​ເຂດ​ທີ່​ຕັ້ງ​ຢູ່ໃກ້​ຈຸດ​ໃຈ​ກາງຂອງແຜ່ນ​ດິນ​ໄຫວ​ໃກ້​ກັບ​ເມືອງກ​າຊຽນເທັບແລະ​ເ​ຂ​ດຊາຍ​ແດນ​ເທີ​ກີ ຕິດ​ກັບປະ​ເທດຊີ​ເຣຍ.

ທ່ານ​ໄດ້​ປະ​ເຊີນ​ໜ້າ ​ກັບ​ພວກ​ລອດ​ຊີ​ວິດ​ມາ​ໄດ້ ​ທີ່​ມີ​ຄວາມ​ບໍ່​ພໍ​ໃຈເພີ້ມ​ທະ​ວີ​ຂຶ້ນ​ໃນ​ການ​ຊອກ​ຫາ​ຄົນ​ຮັກຂອງ​ພ​ວກເຂົາ​ເຈົ້າຫລື​ການ​ຊ່ວຍ​ເ​ຫລືອ​ຈາກ​ລັດ​ຖະ​ບານ ໂດຍ​ຮັບ​ຮູ້​ເຖິງ​ບັນ​ຫາຕ່າງໆ ​ໃນ​ການ​ຮັບ​ມືກັບ​ເຫດ​ສຸກ​ເສີນ​ ຈາກ​ແຜ່ນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງ​ 7.8.

ແມ່​ຍິງ​ຄົນ​ນຶ່ງ ພວມ​ຮ້ອງ​ໄຫ້ ໃນ​ຂະ​ນະ​ທີ່​ພວມ​ມີ​ການ​ຝັງ​ຜູ້​ເຄາະ​ຮ້າຍ​ຈາກ​ແຜ່ນ​ດິນ​ໄຫວ ຢູ່​ສຸ​ສານ​ແຫ່ງ​ນຶ່ງ​ໃນ​ເມືອງ​ກາ​ຣາ​ມານ​ນາ​ຣາ​ສ ປະ​ເທດ​ເທີ​ກີ ເມື່ອ​ວັນ​ທີ 9 ກຸມ​ພາ 2023.
ແມ່​ຍິງ​ຄົນ​ນຶ່ງ ພວມ​ຮ້ອງ​ໄຫ້ ໃນ​ຂະ​ນະ​ທີ່​ພວມ​ມີ​ການ​ຝັງ​ຜູ້​ເຄາະ​ຮ້າຍ​ຈາກ​ແຜ່ນ​ດິນ​ໄຫວ ຢູ່​ສຸ​ສານ​ແຫ່ງ​ນຶ່ງ​ໃນ​ເມືອງ​ກາ​ຣາ​ມານ​ນາ​ຣາ​ສ ປະ​ເທດ​ເທີ​ກີ ເມື່ອ​ວັນ​ທີ 9 ກຸມ​ພາ 2023.

“ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ກະ​ກຽມຮັບ​ມື​ກັບ​ໄພ​ພິ​ບັດ​ເຊັ່ນ​ນີ້” ​ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເອີ​ດ​ວານ​ທີ່ໄດ້​ກ່າວ. “​ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ປະ​ຊາ​ຊົນ​ຂອງ​ພ​ວກ​ເຮົາບໍ່​ໄດ້​ຮັບ​ການ​ດູ​ແລ.” ​ທ່ານ​ໄດ້​ສະ​ແດງໃຫ້​ເຫັນ​ເຖິງສະ​ພາບອາ​ກາດ​ຂອງລະ​ດູ​ໜາວ ແລະ​ແຜ່ນ​ດິນ​ໄຫວໄດ້​ທຳ​ລາຍ​ຢ່າງ​ໃດ ​ຕໍ່​ທາງ​ແລ່ນ​ສະ​ໜາມ​ບິນ​ເມືອງ​ຮາ​ເຕ ຊຶ່ງເປັນ​ສິ່ງ​ລົບ​ກວນ​ຕໍ່​ການປະ​ຕິ​ບັດ​ງານຮັບ​ມື​ກັບ​ແຜ່ນ​ດິນ​ໄຫວ.

​ຢູ່​ທີ່​ແຂວງ​ຮາ​ເຕ ​ທ້າວ​ເອີດານ ກາ​ຮີ​ໂລ​ກູ​ລ​ລາ​ຣີ ຜູ້​ທີ່​ພັນ​ລະ​ຍາແລະ​ລູກ​ສອງ​ຄົນຍັງ​ຕິດຢູ່​ກ້ອງ​ຊາກ​ຫັກ​ພັງ​ຂອງ​ຕຶກ​ອາ​ຄານ ໄດ້ສະ​ແດງ​ຄວາມ​ເປັນ​ຫ່ວງ​ ກັບວີ​ໂອ​ເອພະ​ແນກ​ພາ​ສາ​ເທີ​ກີ. ມີຫລາຍກວ່າ 3,300 ຄົນ​ເສຍ​ຊີ​ວິດ​ຢູ່ທີ່ແຂວງ​ຮາ​ເຕ.

“ຖືກ​ຕ້ອງ ທຸກ​ຄົນ​ແມ່ນ​ມະ​ນຸດ. ແຕ່ 80 ແຂວງ​ ຍັງ​ບໍ່​ພຽງ​ພໍ​ບໍ? ​ເປັນ​ຫຍັງ 80 ແຂວງ​ຈຶ່ງ​ບໍ່​ຊ່ວຍ 10 ແຂວງ? ​ມີ​ການ​ຊັກ​ຊ້າ​ເປັນ​ເວ​ລາ 10 ຊົ່​ວ​ໂມງ​ ​ຖືກ​ຕ້ອງ​ບໍ? ​ແຕ່​ເປັນ​ເວ​ລາ​ສອງ​ມື້ໃນ​ການ​ຊ່ວ​ຍເຫລືອ? ​ພວກ​ເຮົາ​ບໍ່​ມີ​ຮອດ​ນ້ຳ” ​ນັ້ນ​ຄື​ຄຳ​ເວົ້າ ​ທີ່​ລາວ​ໄດ້​ກ່າວເຖິງ​ບັນ​ດາ​ແຂວງ​ຕ່າງໆ​ຂອງ​ເທີ​ກີ.

​ພວກ​ກູ້​ໄພ​ຍັງສືບ​ຕໍ່ຊອກ​ຫາ​ຜູ້​ທີ່​ລອດ​ຊີ​ວິດ​ມາ​ໄດ້​ ແຕ່​ບໍ່​ສາ​ມາດ​ເຂົ້າ​ໄປ​ເຖິງ​ພວກ​ເຂົາ​ເຈົ້າ​ໄດ້ ​ຍ້ອນ​ບໍ່​ມີອຸບ​ປະ​ກອນ ແລະ​ຄວາມ​ຊ່ຽວ​ຊານ ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ໄດ້​ຍິນ​ສຽງ​ຮ້ອງຂໍ ​ການ​ຊ່ວຍ​ເຫລືອຢູ່​ກໍ​ຕາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG