ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ພະນັກງານກູ້ໄພ ນຳເອົາສົບ ອອກມາຈາກຊາກຫັກພັງ ຂອງເຮືອນຫຼາຍຫຼັງ ພາຍຫຼັງທີ່ເກີດລະເບີດຂຶ້ນ ໃນເກາະ ຊິຊີລີ


ພວກພະນັກງານກູ້ໄພ ກຳລັງປະຕິລັດງານ ຢູ່ທີ່ຈຸດເກີດລະເລີດ ທີ່ເຮັດໃຫ້ເຮືອນຈຳນວນນຶ່ງ ພັງທະລາຍລົງຢູ່ໃນເມືອງຣາວານູຊາ ຂອງອີຕາລີ, ວັນທີ 13 ທັນວາ 2021.

ໃນວັນຈັນມື້ນີ້ ພວກພະນັກງານກູ້ໄພ ໄດ້ດຶງເອົາສົບຂອງພວກຜູ້ເສຍຊີວິດອອກມາຈາກຊາກຫັກພັງຂອງເຮືອນຫຼາຍຫຼັງທີ່ໄດ້ຖືກທຳລາຍຍ້ອນເຫດລະເບີດທີ່ສົງໄສວ່າເປັນສາເຫດມາຈາກແກັສ ທີ່ເກີດຂຶ້ນເມື່ອວັນເສົາຜ່ານມານີ້ຢູ່ເມືອງ ຣາວານູຊາ ໃນເກາະຊິຊີລີ ຂອງອີຕາລີ ໂດຍກົມດັບເພີງແຫ່ງຊາດໄດ້ຢືນຢັນວ່າ ຢ່າງໜ້ອຍ 7 ຄົນໄດ້ເສຍຊີວິດໃນເຫດການດັ່ງກ່າວ ອີງຕາມລາຍງານຈາກອົງການຂ່າວຣອຍເຕີ.

ພວກໝາດົມກິ່ນ ໄດ້ພົບເຫັນສີ່ສົບ ໃນຕອນເຊົ້າຂອງມື້ນີ້ ລວມມີພະຍາບານຄົນນຶ່ງ ທີ່ຖືພາໄດ້ເກົ້າເດືອນແລ້ວ ແລະພວກນັກດັບເພີງແລະພວກຜູ້ຊາຍຈາກພະແນກປ້ອງກັນພົນລະເຮືອນ ໄດ້ພາກັນນຳເອົາສົບພວກນັ້ນ ອອກມາຈາກຊາກຫັກພັງ ອີງຕາມຜູ້ເຫັນເຫດການຄົນນຶ່ງຂອງອົງການຂ່າວຣອຍເຕີ.

ອີກສາມສົບໄດ້ຖືກພົບເຫັນໃນຕອນແລງ ລະຫວ່າງວັນເສົາຫາວັນອາທິດວານນີ້ ແລະຍັງມີອີກສອງຄົນຫາຍສາບສູນຢູ່ ດັ່ງທີ່ໂຄສົກຂອງກົມດັບເພີງແຫ່ງຊາດ ໄດ້ກ່າວຕໍ່ຊ່ອງຂ່າວໂທລະພາບ RAI NEWS24.

ໃນເຫດລະເບີດ ເມື່ອຕອນເດິກຂອງວັນເສົາຜ່ານມານີ້ ໄດ້ເຮັດໃຫ້ເຮືອນສີ່ຫຼັງຍຸບລົງແລະອີກສາມຫຼັງໄດ້ຮັບຄວາມເສຍຫາຍ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ໂດຍກ່າວຕື່ມວ່າ ເຫດລະເບີດນີ້ເປັນໄປໄດ້ສູງວ່າອາດຈະເກີດຂຶ້ນຈາກການຮົ່ວໄຫລຂອງແກັສອອກມາຈາກທໍ່ຂອງເມືອງດັ່ງກ່າວ ເຖິງຢ່າງໃດກໍຕາມ ການສືບສວນສອບສວນໄດ້ດຳເນີນການເພື່ອຫາສາເຫດທີ່ແນ່ນອນ.

ເມືອງຣາວານູຊາ ເປັນເມືອງທີ່ມີປະຊາກອນປະມານ 11,000 ຄົນ ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ໃກ້ກັບເມືອງອາກຣີເຈັນໂຕ ຂອງເກາະຊິຊີລີ ຊຶ່ງເປັນເມືອງທີ່ມີຊື່ສຽງສຳລັບວັດບູຮານທັງຫຼາຍຂອງກຣີສ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG