ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຳນວນ ຜູ້ເສຍຊີວິດ ຈາກດິນເຈື່ອນ ໃນກົວເຕມາລາ ເພີ້ມຂຶ້ນ ເປັນ 86 ຄົນ


Guatemala Mudslide
please wait
Embed

No media source currently available

0:00 0:00:55 0:00

ຊົມວີດີໂອ ລາຍງານນີ້

ຄວາມ​ຫວັງ​ໃດໆ​ທັງ​ໝົດ​ ​ແມ່ນ​ໄດ້​ຫາຍ​ຈາກ​ໄປ ​ໃນ​ວັນ​ອາທິດ
​ມື້​ນີ້ ທີ່ຈະ​ພົບ​ເຫັນ​ ​ຜູ້​ລອດ​ຊີວິດ​ໃດໆ​ເລີຍ ຈາກ​ເຫດການ​ດິນ
​ເຈື່ອນ​ຢ່າງ​ກວ້າງຂວາງ ຢູ່​ນອກນະຄອນຫຼວງຂອງ​ກົວ​ເຕມາລາ.

ຈຳນວນ​ຜູ້​ທີ່​ເສຍ​ຊີວິດ ​ໄດ້​ເພີ້​ມສູງ​ຂຶ້ນ ​ເປັນ 86 ຄົນ ​ແລະຄາດ
​ກັນ​ວ່າ ຈະ​ສືບ​ຕໍ່​ສູງ​ຂຶ້ນ ​ໃນ​ຂະນະ​ທີ່​ພະນັກງາ​ນໜ່ວຍ​ກູ້​ໄພ​
ສຸກ​ເສີນ ຂຸດ​ດິນຫຼາຍ​ໂຕນ ​ຫາ​ປະຊາຊົນ ຈຳນວນ 350 ຄົນ
​ທີ່ຫາຍ​ສາບ​ສູນ.

ຜູ້ຍິງ​ຄົນ​ນຶ່ງ ທີ່​ລໍຄອຍ​ຂ່າວ​ຄາວ ກ່ຽວ​ກັບສະມາຊິກຂອງ 21
ຄອບຄົວ​ທີ່​ຫາຍ​ສາບສູນ ​ໄດ້​ເວົ້າວ່າ “ອັນ​ນີ້ ​ເປັນ​ສິ່ງ​ທີ່​ຮ້າຍ
​ແຮງ​ທີ່​ສຸດ ທີ່​ໄດ້​ເກີດ​ຂຶ້ນຕໍ່​ພວກ​ເຮົາ.”

ບັນດາ​ເຈົ້າໜ້າ​ທີ່ ​ໄດ້ກ່າວ​ວ່າ ​ເຮືອນ​ຈຳນວນ 125 ຫລັງ​ຄາບາງ​ສ່ວນ​ໄດ້ຖືກ​ທຳລາຍ ຫຼື ​
ເສຍ​ຫາຍ ​ໃນ​ຕອນ​ກາງຄືນວັນພະຫັດ​ຜ່ານ​ມາ ​ໂດຍ​ເກີດດິນ​ເຈື່ອນ​ຢ່າງ​ກະທັນ​ຫັນ ຫຼັງຈາກ
​ໄດ້​ມີ​ຝົນຕົກ​ໜັກ.

ປະຊາຊົນໃນທ້ອງຖິ່ງ ຮ້ອງໃຫ້ ຫຼັງຈາກທີ່ ຮູ້ຈັກວ່າ ສະມາຊິກ ຂອງຄອບຄົວ ພວກເຂົາເຈົົ້າເສຍຊີວິດ ໃນເຫດດິນເຈື່ອນ ໃນເມືອງ Cambray ຊຶ່ງເປັນໝູ່ບ້ານ ຢູ່ຊານເມືອງ ຂອງ Santa Catarina Pinula ທີ່ຕັ້ງຢູ່ນອກນະຄອນຫຼວງ ກົວເຕມາລາ ຊີຕີ, ວັນທີ 3 ຕຸລາ 2015.
ປະຊາຊົນໃນທ້ອງຖິ່ງ ຮ້ອງໃຫ້ ຫຼັງຈາກທີ່ ຮູ້ຈັກວ່າ ສະມາຊິກ ຂອງຄອບຄົວ ພວກເຂົາເຈົົ້າເສຍຊີວິດ ໃນເຫດດິນເຈື່ອນ ໃນເມືອງ Cambray ຊຶ່ງເປັນໝູ່ບ້ານ ຢູ່ຊານເມືອງ ຂອງ Santa Catarina Pinula ທີ່ຕັ້ງຢູ່ນອກນະຄອນຫຼວງ ກົວເຕມາລາ ຊີຕີ, ວັນທີ 3 ຕຸລາ 2015.

ທ້າວ Carlos Ac ​ໄດ້ກ່າວ​ຕໍ່ອົງການ​ຂ່າວ ຝຣັ່ງວ່າ “ຂ້ອຍ​ໄດ້​
ອອກໄປ​ວຽກ ໃຫ້​ແມ່​ຂອງ​ຂ້ອຍ ​ແລະໃນ​ເມື່ອ​ຂ້ອຍ​ກັບ​ຄືນ​
ມາ ມັນ​ບໍ່​ມີ​ຍັງເຫຼືອເລີຍ.”
​ ແມ່​ຂອງ​ລາວ ​ແລະອ້າຍ​ເອື້ອຍ​ນ້ອງ
7 ຄົນ ຍັງ​ຫາຍ​ສາຍ​ສູນ​ຢູ່.

​ດິນ​ເຈື່ອນ​ໄດ້​ເກີດ​ຂຶ້ນ ຢູ່​ໃນບ້ານ El Cambray II ​ໃນເຂດ
ເທດສະບານ​ຂອງ​ເມືອງ Santa Catarina Pinula ທີ່​ຕັ້ງຢູ່
​ປະມານ 15 ກິ​ໂລ​ແມັດ ທາງ​ກ້ຳຕາ​ເວັນ​ອອກ​ ຂອງ​ນະຄອນ
ຫຼວງກົວ​ເຕມາລາ ຊີ​ຕີ.

ປະທານາທິບໍດີ Alejandro Maldonado ​ໄດ້​ກ່າວ​ວ່າ ຫຼາຍໆ​ປະ​ເທດ ລວມທັງ​ສະຫະລັດ ​ແລະ ຄິວ​ບາ ​ໄດ້​ສະ​ເໜີ​ໃຫ້ການ​ຊ່ວຍ​ເຫຼືອ.

XS
SM
MD
LG