ບັນດາເຈົ້າໜ້າທີ່ອິນໂດເນເຊຍ ໄດ້ກູ້ເອົາຊາກສົບມາໄດ້ຢ່າງ
ນ້ອຍ 40 ສົບຈາກນ້ຳທະເລຢູ່ໃກ້ໆກັບຊາກຫັກພັງຂອງເຮືອ
ບິນໂດຍສານສາຍການບິນ AirAsia ທີ່ໄດ້ເກີດອຸບັດເຫດຕົກ
ໃນລະຫວ່າງດິນຟ້າອາກາດບໍ່ດີ ໃນວັນອາທິດມື້ກ່ອນນີ້.
ໃນວັນອັງຄານມື້ນີ້ ໂທລະພາບໃນທ້ອງຖິ່ນ ສະແດງໃຫ້ເຫັນວ່າ
ພວກເຮືອບິນເຮລີຄອບເຕີ ຊ່ອຍດຶງເອົາຊາກສົບ ຂຶ້ນມາຈາກ
ທະເລ Java ປະມານ 160 ຫຼັກກິໂລແມັດຢູ່ນອກຝັ່ງ ເກາະ
Borneo.
ບັນດາຄອບຄົວຂອງພວກຜູ້ໂດຍສານຢູ່ໃນເຮືອບິນລຳນັ້ນພາກັນ
ຮ້ອງໄຫ້ ນ້ຳຕາໄຫລອອກມາ ຫຼັງຈາກເຫັນພວກຮູບພາບທຳອິດຂອງພວກຊາກສົບທີ່ໄຫລຟູຢູ່ເທິງໜ້ານ້ຳ ທີ່ບໍ່ໄດ້ໃສ່ເສື້ອຊູຊີບນັ້ນ.
ມາຮອດຕອນຕາເວັນຕົກ ພວກກູ້ໄພ ໄດ້ພົບເຫັນພຽງແຕ່ນຶ່ງສ່ວນສີ່ຂອງຈຳນວນພວກຄົນໂດຍສານແລະຈຸບິນໃນເຮືອບິນ. ບໍ່ໄດ້ເຫັນພວກຄົນໂດຍສານຫຼືຈຸບິນຈັກຄົນຍັງມີຊີວິດຢູ່.
ໄດ້ມີການພົບເຫັນຊາກສົບເຫຼົ່ານີ້ ໃນເວລາບໍ່ດົນ ຫຼັງຈາກພົບເຫັນຊາກຫັກພັງຂອງເຮືອ ບິນ ຮວມທັງສິ່ງທີ່ປາກົດວ່າເປັນເສື້ອຊູຊີບສີໝາກກ້ຽງ ກະເປົາເດີນທາງແລະປະຕູອອກ ສຸກເສີນສີແດງແລະສີຂາວຂອງເຮືອບິນ.
ບັນດາເຈົ້າໜ້າທີ່ຊອກຄົ້ນທາງອາກາດ ກໍໄດ້ເຫັນສິ່ງທີ່ປາກົດວ່າ ເປັນ “ເງົາມືດ” ຢູ່ໃຕ້
ໜ້ານ້ຳ ທີ່ເຊື່ອກັນວ່າ ເປັນລຳໂຕຂອງເຮືອບິນ Airbus 320-200.
ໃນຖະແຫຼງການສະບັບນຶ່ງ ທີ່ອອກໃນຕອນແລງຂອງວັນອັງຄານມື້ນີ້ AirAsia ໃຫ້ການ
ຢືນຢັນວ່າ ຊາກຫັກພັງທີ່ພົບເຫັນນັ້ນແມ່ນເປັນຂອງເຮືອບິນທີ່ຫາຍສາບສູນໄປໃນມື້
ວັນອາທິດແລ້ວ ປະມານເຄິ່ງທາງ ໃນຖ້ຽວບິນເປັນເວລາສັ້ນໆ 2 ຊົ່ວໂມງແຕ່ເມືອງ Surabaya ຂອງ ອິນໂດເນເຊຍ ໄປຫາສິງກະໂປ.
ທ່ານ Tony Fernandes ຫົວໜ້າບໍລິຫານ ແລະຜູ້ກໍ່ຕັ້ງສາຍການບິນ AirAsia ກ່າວ
ຜ່ານທາງ Twitter ວ່າ “ຫົວໃຈຂອງທ່ານແມ່ນເຕັມໄປດ້ວຍຄວາມໂສກເສົ້າ ສຳ
ລັບພວກຄອບຄົວຂອງໝົດສູ່ຄົນທີ່ປະເຊີນກັບໂສກນາດຕະກຳ” ໂດຍກ່າວວ່າ
“ ຄຳເວົ້າບໍ່ສາມາດສະແດງເຖິງຄວາມໂສກເສົ້າເສຍໃຈຂອງຂ້າພະເຈົ້າໄດ້.”
ມີເຮືອຢ່າງໜ້ອຍ 30 ລຳ ເຮືອບິນ 15 ລຳ ແລະເຮືອບິນເຮລີຄອບເຕີ 7 ລຳ ຈາກຫຼາຍ
ປະເທດໄດ້ທຳການຊອກຄົ້ນຮ່ວມກັນ ຫາເຮືອບິນລຳນີ້ລະຫວ່າງເກາະ Borneo ຫາ
ເກາະຊູມາຕຣານັ້ນ.
ຄວາມພະຍາຍາມຊອກຄົ້ນ ຈະໄດ້ຮັບການສະໜັບສະໜຸນຕື່ມອີກໃນວັນອັງຄານມື້ນີ້ ເວ
ລາເຮືອກອງທັບເຮືອສະຫະລັດໄປຮອດ. ເຮືອ USS Sampson ຊຶ່ງໄດ້ປະຈຳການຢູ່
ໃນຂົງເຂດນັ້ນ ແມ່ນປະກອບດ້ວຍອຸບປະກອນຊອກຫາວັດຖຸໃຕ້ນ້ຳຕ່າງໆ ທີ່ສາມາດຊ່ອງເຫັນສິ່ງຢູ່ໃນໃຕ້ນ້ຳນັ້ນໄດ້.
ເບິ່ງຄວາມເຫັນ (2)
ໂຫລດຄວາມເຫັນ ຕື່ມອີກ