ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍກູ້ໄພ ​ຍັງສືບ​ຕໍ່ ຄົ້ນ​ຫາ ຜູ້​ລອດ​ຊີວິດ​ ໃນ​ເຫດ​ລະເບີດ ທີ່ໂຮງງານ​ປຸ໋ຍ


ຕໍາຫຼວດແລະໜ່ວຍກູ້ໄພ ຂະນະປະຕິບັດງານຄົ້ນຫາໃກ້ຕຶກແຫ່ງນຶ່ງ ທີ່ພັງພິນາດ
ຕໍາຫຼວດແລະໜ່ວຍກູ້ໄພ ຂະນະປະຕິບັດງານຄົ້ນຫາໃກ້ຕຶກແຫ່ງນຶ່ງ ທີ່ພັງພິນາດ
ພະນັກງານ​ກູ້​ໄພ​ໃນ​ລັດ​ເທັກ​ຊັສ ທາງ​ພາກ​ໃຕ້​ຂອງ​ສະຫະລັດ ສືບ​ຕໍ່​ຄົ້ນ​ຫາ ຜູ້​ລອດ​ຊີວິດ​ໃນ​ເຫດການ​ພັງ​ພິນາດ​ຂອງ​ເມືອງ​ນ້ອຍເມືອງ​ນຶ່ງ​ບ່ອນ​ທີ່​ໂຮງງານ​ປຸ໋ຍ​ແຫ່ງ​ນຶ່ງ​ລະ​ເບີດ ​ເທົ່າ​ກັບ​ພະລັງ​ແຜ່ນດິນ​ໄຫວ​ຂະໜາດ​ນ້ອຍຄັ້ງ​ນຶ່ງ.

ຕໍາຫຼວດ​ເວົ້າ​ວ່າ ຫຼາຍ​ເຖິງ 15 ຄົນ​ອາດ​ເສຍ​ຊີວິດ​ແລ້ວ ​ແ​ລະ​ອີກຫຼາຍ ກວ່າ 160 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ເຫດການ​ລະ​ເບີດ​ດັ່ງກ່າວ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ຄໍ່າ​ຂອງ​ວັນ​ພຸດ​ຜ່ານ​ມາ ທີ່​ເມືອງ​ ​ແວັສ ທີ່​ເປັນ​ເມືອງປູກຝັງ​ແຫ່ງ​ນຶ່ງ​ໃນ​ລັດ ​ເທັກ​ຊັສ.

ບັນດາ​ເຈົ້າໜ້າ​ທີ່​ຢ້ານ​ກົວ​ວ່າ ພວກ​ເຂົາ​ເຈົ້າອາດ​ຄົ້ນ​ພົບ​ສົບ​ເພີ່ມ​ຂຶ້ນ ​ໃນ ຂະນະ​ທີ່​ພວກ​ເຂົາ​ເຈົ້າຄົ້ນ​ຫາ​ຕາມ​ບ້ານເຮືອນປະມານ 80 ຫຼັງ ທີ່​ຖືກ​ທໍາລາຍ ​ໂດຍ​ແຮງ​ລະ​ເບີດ ຊຶ່ງ​ອາດ​ມີ​ສາ​ເຫດ​ຈາກ​ໄຟ​ໄໝ້ນັ້ນ.

ບັນດາ​ນັກ​ສືບສວນ​ສອບ​ສວນ​ເປັນ​ຫ່ວງ​ກ່ຽວ​ກັບ​ເຄມີ​ທີ່​ອາດເປັນ​ອັນຕະ ລາຍຢູ່​ທີ່ບ່ອນ​ເກີດ​ເຫດ. ໜ່ວຍ​ລາດຕະ​ເວນແຫ່ງ​ຊາດ​ທີ​ມນຶ່ງ ​ໄດ້​ຖືກ​ສົ່ງໄປ​ປະຕິບັດການ​ເພື່ອ​ຕິດຕາມ​ເບິ່ງ​ອາຍ​ພິດ​ທີ່​ເປັນ​ອັນຕະລາຍນີ້.

​ເມື່ອ​ວັນ​ພະຫັດ​ວານ​ນີ້ ທ່ານ Rick Perry ຜູ້ປົກຄອງລັດ​ເທັກ​ຊັສ ​ໄດ້ ​ເອີ້ນ​ສະຖານະ​ການ​ດັ່ງກ່າວ​ວ່າ​ເປັນ ພາບ​ຝັນ​ຮ້າຍ​ທີ່​ແທ້​ຈິງ ຊຶ່ງ​ທ່ານ Perry ​ເວົ້າ​ຕື່ມ​ວ່າ ຂໍ້​ມູນ​ກ່ຽວກັບ​ພວກ​ເຄາະ​ຮ້າຍ​ເຫຼົ່າ​ຍັງ​ຢູ່​ໃນ​ຂັ້ນ​ເບື້ອງ​ຕົ້ນ​ເທົ້າ​ນັ້ນ.
XS
SM
MD
LG