ລູກຊາຍ ຂອງອະດີດນາຍົກລັດຖະມົນຕີປາກິສຖານ ໄດ້ກັບຄືນຈາກອັຟການິສຖານ ໃນ ວັນພຸດມື້ນີ້ ນຶ່ງມື້ ຫລັງຈາກທ່ານໄດ້ຖືກຊ່ວຍອອກມາ ຈາກການລັກພາໂຕ ໂດຍພວກທີ່ ເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍ al-Qaida ໃນການປະຕິ ບັດງານຂອງທະຫານ.
ເຮືອບິນພິເສດຂອງກອງທັບປາກິສຖານລຳນຶ່ງ ໄດ້ນຳເອົາທ່ານ Ali Haider Gilani ກັບ ຄືນຈາກນະຄອນ Kabul ແລະໄດ້ລົງຈອດຢູ່ເດີ່ນບິນໃນນະຄອນ Lahore ທາງພາກຕາ ເວັນອອກຂອງປະເທດບ່ອນທີ່ບັນດາສະມາຊິກຄອບຄົວຂອງທ່ານໄດ້ພາກັນໄປຮັບຕ້ອນ ທ່າມກາງການຮັກສາຄວາມປອດໄພຢ່າເຄັ່ງຄັດ.
ບັນດາຜູ້ສະໜັບສະໜູນຫລາຍຮ້ອຍຄົນ ແລະຍາດຕິພີ່ນ້ອງໄດ້ໄປຕ້ອນຮັບຢູ່ທີ່ບ້ານພັກ ຄອບຄົວ ໃນຂະນະທີ່ທ່ານກັບຄືນບ້ານຫລັງຈາກໄດ້ຖືກຈັບໂຕໄປເປັນເວລາສາມປີ ແລະ ໄດ້ມີການຫວ່ານກີບດອກກຸຫລາບໃສ່ລົດຂອງທ່ານ.
ໂທລະພາບໄດ້ອອກອາກາດສົດລະຫວ່າງ ການເດີນທາງຂອງຂະບວນແຫ່ຈາກເດີ່ນບິນ. ທ່ານ Gilani ໄດ້ຖືກລັກພາໂຕດ້ວຍປານປືນ ລະຫວ່າງການໂຄສະນາຫາສຽງ ຢູ່ເມືອງ Multann ໃນພາກໃຕ້ຂອງປະເທດ ທີ່ເປັນບ້ານເກີີດຂອງທ່ານ ເມື່ອສາມປີກ່ອນ ກ່ອນທີ່ ທ່ານໄດ້ຖືກນຳພາໂຕຂ້າມຊາຍແດນເຂົ້າໄປໃນອັຟການິສ ຖານ.
ການປະຕິບັດງານຮ່ວມຂອງໜ່ວຍກ້າຕາຍສະຫະລັດ ຕ້ານການກໍ່ການຮ້າຍໄດ້ນຳໂຕ ທ່ານ Gilani ຈາກຄ້າຍຂອງ al-Qaida ໃນແຂວງ Pakita ທີ່ີມີຊາຍແດນຕິດກັບ Pakistan ໄດ້ບຸກຖະຫລົ່ມກ່ອນຮຸ່ງເຊົ້າຂອງວັນອັງຄານວານນີ້.
ຫລັງຈາກນັ້ນທ່ານໄດ້ຖືກສົ່ງໄປບ່ອນຄວບຄຸມຖານທັບທະຫານສະຫະລັດ ທີ່ Bagram ບ່ອນທີ່ທ່ານໄດ້ໃຊ່້ເວລາຂ້າມຄືນຢູ່ທີ່ນັ້ນ ແລະໄດ້ຮັບການກວດສຸຂະພາບ ອ້າງອີງຕາມ ເຈົ້າໜ້າທີ່ ສະຫະລັດ ແລະອັຟການິສຖານ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ