ພາຍຸເຮີຣີເຄນອຽນ ບໍ່ໄດ້ພັດເຂົ້າຖະຫຼົ່ມລັດຟລໍຣິດາອີກແລ້ວ, ແຕ່ອິດທິພົນຂອງ ລົມດັ່ງກ່າວ ຍັງມີຄວາມຮູ້ສຶກໄດ້ ໄປອີກຊົ່ວໄລຍະນຶ່ງ.
ໃນຕອນແລງຂອງວັນອາທິດວານນີ້, ໄດ້ມີການຊ່ວຍຊີວິດປະຊາຊົນໄດ້ຫຼາຍກວ່າ 1,600 ຄົນຢູ່ທົ່ວລັດຟລໍຣິດາ, ແລະມີລາຍງານວ່າ ຫຼາຍສິບຄົນໄດ້ເສຍຊີວິດຈາກເຫດການດັ່ງກ່າວ. ບັນດາພະນັກງານຂອງໜ່ວຍງານສຸກເສີນ ຕ້ອງໄດ້ດໍາເນີນການໂດຍເຮືອນຫຼັງຕໍ່ຫຼັງ ເພື່ອຊອກຫາຜູ້ລອດຊີວິດ ແລະສົບຂອງຜູ້ເສຍຊີວິດ.
ມີລາຍງານວ່າ ຜູ້ເສຍຊີວິດສ່ວນຫຼາຍແມ່ນຢູ່ທີ່ຂົງເຂດເມືອງລີ ເຊິ່ງບໍ່ໄດ້ຢູ່ໃນທິດທາງຂອງພາຍຸ ຕາມການຄາດການກ່ຽວກັບວິຖີທາງຂອງພາຍຸໃນຊ່ວງທໍາອິດ. ໃນທີ່ສຸດ, ພາຍຸອຽນ ກໍໄດ້ພັດເຂົ້າທາງທິດຕາເວັນອອກສຽງເໜືອ ຂ້າມລັດຟລໍຣິດາ ແລ້ວກັບຄືນໄປທາງເບື້ອງມະຫາສະໝຸດແອັດແລນຕິກຂອງລັດ, ແລະຈາກນັ້ນ ກໍໄດ້ປ່ຽນທິດທາງເຂົ້າສູ່ທາງພາກເໜືອ ແລ້ວກໍ່ຄວາມແຮງຂຶ້ນ
ໃໝ່ຢູ່ເໜືອໜ້ານໍ້າມະຫາສະໝຸດທີ່ອຸ່ນ ແລ້ວພັດຂຶ້ນບົກອີກເປັນຄັ້ງທີສອງເຂົ້າສູ່ຂົງເຂດລັດຄາໂຣໄລນາໃຕ້. ສ່ວນນຶ່ງຂອງພາຍຸເຮີຣີເຄນອຽນ ຍັງສາມາດຮູ້ສຶກໄດ້ ຢູ່ບໍລິເວນລັດເວີຈີເນຍເຊັ່ນກັນ, ໂດຍສົ່ງຜົນເຮັດໃຫ້ເມືອງຊິງກາທີກ (Chincoteague) ຕ້ອງໄດ້ປະກາດພາວະສຸກເສີນໃນວັນອາທິດວານນີ້.
ຜູ້ປົກຄອງລັດຟລໍຣິດາ ທ່ານຣອດ ດີຊານທິສ ກ່າວໃນວັນອາທິດວານນີ້ວ່າ ມີການຈັດກໍາລັງຜູ້ຊ່ວຍ 42,000 ຄົນສໍາລັບຮັບມືການເຫດການໄຟຟ້າມອດສໍາລັບໝໍ້ແບ່ງໄຟຟ້າ 840,000 ແຫ່ງ. ທ່ານກ່າວວ່າ ເຈົ້າໜ້າທີ່ຮັບຜິດຊອບສໍາລັບຕິດຕັ້ງສາຍໄຟ ໄດ້ຕິດຕັ້ງໄຟຟ້າຄືນມາໄດ້ແລ້ວໃນຈໍານວນຫຼາຍກວ່າ 1 ລ້ານ 8 ແສນຫຼັງເຮືອນທົ່ວລັດຟລໍໍຣິດາ.
ໃນວັນອາທິດວານນີ້ ທ່ານນາງເຄຊີ ດີຊານທິສ, ເຊິ່ງເປັນພັນລະຍາຂອງຜູ້ປົກຄອງລັດຟລໍຣິດາ ກໍຍັງໄດ້ປະກາດວ່າ ມີການລະດົມທຶນຊ່ວຍເຫຼືອ ໃຫ້ແກ່ລັດ ຟລໍຣິດາໄດ້ຫຼາຍກວ່າ 21 ລ້ານໂດລາພາຍໃນ 48 ຊົ່ວໂມງ. ຫ້ອງການຜູ້ປົກຄອງລັດເປີດເຜີຍວ່າ ທຶນດັ່ງກ່າວແມ່ນ “ກອງທຶນເອກະຊົນທີ່ໄດ້ສ້າງຕັ້ງຂຶ້ນມາຢ່າງເປັນທາງການ ເພື່ອຈັດສັນເງິນຊ່ວຍເຫຼືອໃຫ້ແກ່ບັນດາຊຸມຊົນຕ່າງໆຂອງພວກເຮົາ ເພື່ອໃຫ້ພວກເຂົາເຈົ້າຮັບມື ແລະຟື້ນຟູຈາກຊ່ວງເວລາຂອງເຫດການສຸກເສີນ ຫຼື ໄພພິບັດດັ່ງກ່າວມານັ້ນ.”
ທ່ານນາງດີນ ຄຣິສເວລ (Deanne Criswell), ຜູ້ບໍລິຫານຂອງສໍານັກງານຈັດການສຸກເສີນຂອງລັດຖະບານກາງ ກ່າວກັບສະຖານີໂທລະພາບຂ່າວ ຟັອກສ໌ (Fox) ໃນວັນອາທິດວານນີ້ວ່າ “ພາຍຸດັ່ງກ່າວນີ້ ມັນເປັນພາຍຸທີ່ອັນຕະລາຍຫຼາຍ.” ທ່ານນາງກ່າວວ່າ ບົດຮຽນຈາກພາຍຸດັ່ງກ່າວທີ່ຊາວອາເມຣິກັນທັງຫຼາຍ “ຈໍາເປັນຕ້ອງເຂົ້າໃຈວ່າ ແມ່ນຫຍັງຄືຄວາມອັນຕະລາຍຂອງພາຍຸດັ່ງກ່າວ” ບ່ອນໃດທີ່ພວກເຂົາເຈົ້າເລືອກເພື່ອດໍາລົງຊີວິດ, ແລະນັ້ນ “ປະກັນໄພນໍ້າຖ້ວມ ຄືສິ່ງທີ່ດີທີ່ສຸດ” ໃນການປົກປ້ອງຊັບສິນຂອງຄອບຄົວ.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະສະຕຣີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ຈະເດີນທາງໄປເຖິງລັດຟລໍຣິດາ ໃນວັນພຸດທີ່ຈະມາເຖິງນີ້, ລຸນຫຼັງພວກທ່ານທັງສອງໄປຢ້ຽມຢາມເປີໂຕຣິໂກ ເຊິ່ງໄດ້ຮັບຄວາມເສຍຫາຍໂດຍພາຍຸເຮຣິເຄນຟີໂອນາ ໃນເດືອນແລ້ວນີ້.