ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ໜ່ວຍກູ້​ໄພຈີນ ສືບຕໍ່ ພະຍາຍາມ​ ເຂົ້າໄປຊ່ວຍ ພວກໄດ້ຮັບເຄາະ ຈາກແຜ່ນດິນໄຫວ (ວີດິໂອ)


ແມ່ຍິງຄົນນຶ່ງ ນັ່ງເບິ່ງເຮືອນຂອງລາວ ທີ່ຖືກທໍາລາຍໃນໝູ່ບ້ານ Gucheng ເຂດເມືອງ Longmen ແຂວງ Sichuan ທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ວັນທີ 21 ເມສາ 2013.
ທີ​ມງານ​ຊອກ​ຄົ້ນ​ແລະກູ້​ໄພ ກໍາລັງ​ດິ້ນຮົນ
​ພະຍາຍາມຢ່າງ​ໜັກໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອໃຫ້ເຂົ້າ​ໄປໃຫ້​ເຖິງ
​ເຂດ​ສອບຫຼີກຕ່າງໆຢູ່​ແຂວງ Sichuan ຂອງ​ຈີນ ບ່ອນເກີດເຫດ
ແຜ່ນດິນ​ໄຫວຮ້າຍແຮງ​ ​ທີ່ໄດ້​ສັງຫານ​ປະຊາຊົນຫຼາຍກວ່າ 200
ຄົນ ​ແລະ​ບາດ​ເຈັບ​ອີກ ຫຼາຍກວ່າ 11,000 ຄົນ.

ຫຼັງຈາກ​ເກີດ​ແຜ່ນດິນ​ໄຫວ​ເມື່ອຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້ ສື່​ຂອງ​
ລັດເວົ້າວ່າ ພື້ນ​ທີ່​ທີ່​ຖືກ​ແຜ່ນດິນໄຫວ​ຖະຫລົ່ມໜັກ​ທີ່​ສຸດ​ຂອງ
​ເຂດເມືອງ Lushan ນັ້ນ​ ບໍ່​ສາມາດເຂົ້າໄປ​ເຖິງ​ໂດຍທາງ​ຖະໜົນ​
ໄດ້ ສາຍ​ໂທລະ​ສັບກໍ​ຖືກຕັດ. ອົງການ​ຂ່າວ​ຊິນ​ຫົວ​ເວົ້າ​ວ່າ ​ແຜ່ນ
ດິນ​ໄຫວ​ດັ່ງ​ກ່າ​ວຍັງ​ສັ່ນ​ສະ​ເທືອ​ນຕຶກອາຄານ​ຕ່າງໆ​ໃນ​ເມືອງ
Chen​gdu ​ເມືອງຫຼວງຂອງ​ແຂວງ Sichuan ທີ່ຢູ່​ຫ່າງ​ອອກ​ໄປ 115 ຫຼັກ​ ທາງ​ກໍ້າ​ຕາ​ເວັນ​ອອກ.

​ແຜ່ນດິນ​ໄຫວ​ຂະໜາດ​ນ້ອຍໆ​ ໄດ້​ຕິດຕາມ​ມາ​ຫຼາຍບັ້ນ ​ໃນ​ຂົງ​ເຂດ​ດັ່ງກ່າວ.


ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ ​ເວົ້າ​ວ່າ ປະທານປະ​ເທດ​ຈີນ ທ່ານ ຊີ ຈິນຜິ​ງ ​ໄດ້​ມີ​
ຄໍາ​ສັ່ງ​ໃຫ້ໃຊ້​ມາດຕະການ​ທຸກ​ຢ່າງ​ທີ່​ມີ ​ເພື່ອ​ຊ່ວຍ​ກູ້​ໄພ​ພວກ​ເຄາະ​ຮ້າຍ ​ແລະ​ຫລຸດຈໍານວນ​
ຜູ້​ບາດ​ເຈັບ​ລົ້ມ​ຕາຍລົງ ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ລຸນຫຼັງ​ເຫດການແຜ່ນດິນໄຫວດັ່ງກ່າວ. ທ່ານ ລີ ​
ເກີ​ຈຽງ ນາຍົກລັດຖະມົນຕີຈີນ ​ໄດ້​ບິນໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ ​ເພື່ອ​ກໍາ​ກັບ​ເບິ່ງ​ນໍາ​ຄວາມ​ພະຍາຍາມ​ປະຕິບັດ​ການ​ກູ້​ໄພ.

ກົມ​ສໍາຫຼວດທໍລະນີຂອງສະຫະລັດ​ເວົ້າ​ວ່າ ​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 6.6 ຣິກ​ເຕີ້ ຄັ້ງນີ້
ແມ່ນ​ເກີດ​ຂື້ນ ຢູ່ເລິກ​ລົງ​ໄປ ພຽງ 13 ຫຼັກ​ເທົ່າ​ນັ້ນ.

ຮູບ​ພາບ​ຖ່າຍ​ທາງ​ອາກາດ​ທີ່​ນໍາ​ອອກ​ເຜີຍ​ແຜ່​ໂດຍ​ກອງທັບ​ຈີນ ​ແລະ​ອອ ອາກາດ​ທາງ​ທີ​ວີ​
ຂອງ​ລັດ ສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​ບ້ານ​ເຮືອນ​ແຕ່ລະຫຼັງຖືກ​ເພພັງ ​ແລະໂຮງການ​ເມືອງ ​
ແລະ​ໝູ່​ບ້ານ ​ຖືກ​ທໍາລາຍ​ຢ່າງ​ລາບ​ຄາບ.

​ເຫດການ​ດັ່ງກ່າວ​ນີ້ ​ໄດ້​ເຕືອນ​ຄວາມ​ຊົງ​ຈໍາ​ອັນ​ເຈັບ​ປວດ ສໍາລັບ​ແຂວງ Sichuan ທີ່​ໄດ້ຮັບ​
ຄວາມ​ຫາ​ຍະ​ນະ​ຈາກ​ເຫດ​ແຜ່ນດິນ​ໄຫວ​ເມື່ອ​ປີ 2008 ທີ່​ໄດ້ເອົາ​ຊີວິດ​ປະຊາຊົນ​ໄປຫຼາຍ
ກວ່າ 70,000 ຄົນ​.​

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG