ຢ່າງນ້ອຍ ມີ 70 ຄົນ ໄດ້ຮັບການປິ່ນປົວກ່ຽວກັບບັນຫາການຫາຍໃຈ ໃນວັນອັງຄານ ວານນີ້ ຢູ່ໃນເມືອງ Aleppo ຂອງຊີເຣຍ ຫຼັງຈາກໃນອັນທີ່ພະນັກງານຊ່ອຍກູ້ໄພ ກ່າວວ່າ ເປັນການໂຈມຕີດ້ວຍແກັສ ຄລໍຣີນ ໂດຍກຳລັງລັດຖະບານຊີເຣຍ.
ໜ່ວຍປ້ອງກັນພົນລະເຮືອນຂອງຊີເຣຍ ໄດ້ກ່າວວ່າ ເຮືອບິນເຮລິຄອບເຕີ້ຫຼາຍລຳ ໄດ້ຖິ້ມ ລະເບີດຖັງທີ່ບັນຈຸດ້ວຍແກັສຄລໍຣີນຈຳນວນນຶ່ງລົງໃສ່ຄຸ້ມ al-Sukkari ທີ່ຄວບຄຸມໂດຍ ກຸ່ມຕໍ່ຕ້ານລັດຖະບານ.
ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດ ຍັງໄດ້ລາຍງານ ວ່າ ມີການໂຈມຕີດ້ວຍລະເບີດຖັງ ຢູ່ໃນພື້ນທີ່ ແຕ່ບໍ່ສາມາດຢັ້ງຢືນໄດ້ວ່າ ເປັນການໂຈມຕີ ທີ່ກ່ຽວພັນກັບສານຄລໍຣີນ ຫຼືບໍ່.
ການກ່າວຫາຕ່າງໆ ກ່ຽວກັບການໂຈມຕີດ້ວຍສານເຄມີ ເປັນເລື່ອງທີ່ເກີດຂຶ້ນເປັນປະຈຳ ໃນບັນຫາຂັດແຍ້ງຂອງຊີເຣຍ ໂດຍທັງຝ່າຍລັດຖະບານ ແລະ ພວກຕໍ່ຕ້ານ ໄດ້ຖິ້ມໂທດ ໃສ່ກັນແລະກັນ ໃນລະຫວ່າງ 5 ປີ ທີ່ຜ່ານມາ.
ບັນດາຜູ້ກວດກາສາກົນ ໄດ້ອອກບົດລາຍງານສະບັບໜຶ່ງ ເມື່ອເດືອນແລ້ວນີ້ ທີ່ກ່າວວ່າ ກຳລັງລັດຖະບານ ແລະ ກຸ່ມຫົວຮຸນແຮງລັດອິສລາມ ຕ່າງກໍ່ໄດ້ທຳການໂຈມຕີ ດ້ວຍສານ ເຄມີຕໍ່ກັນ. ບັນດານັກຊ່ຽວ ຊານຂອງອົງການສະຫະປະຊາຊາດ ໄດ້ກ່າວໃນວັນອັງຄານ ວານນີ້ ວ່າ ການສືບສວນສອບສວນ ໃນຂໍ້ກ່າວຫາ ກ່ຽວກັບການໂຈມຕີດ້ວຍສານເຄມີ ແມ່ນມີຢູ່ຕໍ່ມາ ໃນຕົ້ນປີນີ້ ລວມທັງທີ່ເມືອງ Aleppo ນຳດ້ວຍ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ